ເຣື້ອງທີ່ເກັບບັນທຶກໄວ້
2022-05-20
ລາວເປີດດ່ານສາກົນ ທຸກບ່ອນແລ້ວ ແຕ່ວ່າ ດ່ານບໍ່ເຕັນ-ບໍ່ຫານ ຍັງບໍ່ມີຜູ້ເດີນທາງ ເຂົ້າ-ອອກ ຫຼາຍປານໃດ ຍ້ອນວ່າ ດ່ານບໍ່ຫານຂອງຈີນ ຍັງໃຊ້ມາຕການ ປ້ອງກັນໂຄວິດ-19 ເຂັ້ມງວດຢູ່, ສ່ວນຣົຖບັນທຸກສິນຄ້າ ເຂົ້າໄປຈີນໃນແຕ່ລະມື້ ແມ່ນດີຂຶ້ນກວ່າແຕ່ກ່ອນ.
2022-05-20
ປະຊາຊົນ ຜູ້ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງ ແລວທາງສາຍສົ່ງໄຟຟ້າ ຂອງເຂື່ອນນ້ຳຮາວ ຢູ່ແຂວງຫົວພັນ ຈຳນວນ 25 ຄອບຄົວ ຮຽກຮ້ອງໃຫ້ທາງລາວ ຈ່າຍຄ່າຊົດເຊີຍ ໃນລາຄາທີ່ເໝາະສົມ ຊຶ່ງປັດຈຸບັນໂຄງການ ເຂື່ອນນໍ້າຮາວ ກຳລັງຢູ່ໃນ ລະຫວ່າງການກໍ່ສ້າງ.
2022-05-20
ຊາວບ້ານວັງຕັດໃຫຍ່ ເມືອງຊານໄຊ ແຂວງອັດຕະປື ທີ່ໄດ້ເສັຍດິນປູກຝັງປະມານ 200 ຕອນ ໃຫ້ບໍຣິສັດວັງຕັດ ຂອງກອງທັບວຽດນາມ ທີ່ຮ່ວມກັບ ກະຊວງປ້ອງກັນປະເທດ ສປປ ລາວ ຂຸດຄົ້ນແຮ່ຄໍາຢູ່ເຂດຈຸດສຸມວັງຕັດ ຈະບໍ່ຍ້າຍໄປຢູ່ບ່ອນໃໝ່ ຍົກເວັ້ນ ຫາກໂຄງການ ຍ່ອມຈ່າຍຄ່າຊົດເຊີຍ ໃຫ້ຕາມທີ່ຊາວບ້ານສເນີ.
2022-05-20
ການດຳເນີນຄະດີ ດ້ານການຄ້າມະນຸດ ໃນລາວເປັນໄປຢ່າງຊັກຊ້າ ແລະບໍ່ມີຄວາມເປັນທັມ ຍ້ອນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ມີຄວາມເອົາໃຈໃສ່ ໃນການປະຕິບັດໜ້າທີ່ ແລະຮັບສິນບົນຈາກຜູ້ກະທຳຜິດ ໂດຍສະເພາະກຸ່ມຊາວຈີນ ທີ່ເຂົ້າມາດຳເນີນທຸຣະກິຈ ຢູ່ໃນລາວ.
2022-05-19
ທາງການລາວ ໄດ້ກຳນົດ ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ່ 11 ຢູ່ແຂວງຊຽງຂວາງ ແບບເປັນທາງການ ໃນລະຫວ່າງ ວັນທີ່ 13-22 ເດືອນທັນວາ ປີ 2022 ນີ້ ຊຶ່ງທາງການລາວ ກໍຄາດຫວັງວ່າ ການແຂ່ງຂັນກິລາແຫ່ຊາດໃນຄັ້ງນີ້ ຈະຊ່ອຍກະຕຸ້ນເສຖກິຈໂດຍ ໃຫ້ດີຂຶ້ນ.
2022-05-19
ເດັກນ້ອຍລາວ 71.6% ແລະຫຼາຍຄົວເຮືອນ ໃນຫຼາຍແຂວງຂອງລາວ ຍັງບໍ່ມີນ້ຳດື່ມ ທີ່ສະອາດ ແລະປອດພັຍ ໂດຍສະເພາະ ແມ່ນຊຸມຊົນທີ່ຢູ່ຫ່າງໄກ ຈາກຕົວເມືອງ ບໍ່ມີລະບົບນ້ຳ ປະປາໄວ້ໃຊ້ ອຸປໂພກ-ບໍຣິໂພກໃນຄົວເຮືອນ ເຮັດໃຫ້ເກີດການຕິດເຊື້ອ ແບັກທີເຣັຍໃນກຸ່ມເດັກນ້ອຍ ໄດ້ງ່າຍ.
2022-05-19
ໂຄງການຂຸດຄົ້ນແຮ່ທາດ ຂອງ ບໍຣິສັດຈີນ ສ້າງຄວາມກັງວົນໃຈ ໃຫ້ຊາວບ້ານ ຢູ່ເຂດບ້ານມາຍ-ນາສາບ ເມືອງຜາໄຊ ແຂວງຊຽງຂວາງ ຢ້ານຈະໄດ້ເສັຍດິນໄຮ່ມັນຕົ້ນ ແລະດິນສວນປູກຫຍ້າລ້ຽງສັດ ຍ້ອນວ່າທາງການລາວ ອະນຸມັດໃຫ້ບໍຣິສັດຕົງລີ້ເສີ້ງ ແລະບໍຣິສັດຂຸ້ນຕາຂອງຈີນ ສໍາຣວດ ແລະຂຸດຄົ້ນແຮ່ທາດຫາຍາກ ໃນເຂດດັ່ງກ່າວ.
2022-05-19
ຊາວກະສິກອນ ໃນຫຼາຍແຂວງ ເປັນຕົ້ນ ແຂວງອຸດົມໄຊ, ຫຼວງນໍ້າທາ ແລະແຂວງສວັນນະເຂດ ປະສົບບັນຫາຊອກຊື້ນໍ້າມັນ ມາໃສ່ຣົຖໄຖນາ ໃນຣະດູເຮັດນາ, ຊາວນາຫຼາຍຄົນ ຈໍາເປັນຕ້ອງໄດ້ໂຈະ ເຮັດວຽກການຜລິດກະສິກັມ ຍ້ອນຂາດແຄນນໍ້າມັນ.
2022-05-19
ທາງການລາວ ຈະຍົກເລີກຣົຖປະຈໍາຕໍາແໜ່ງ ຂອງພະນັກງານ ພັກ-ຣັຖ ຂັ້ນກົມລົງມາ ເພື່ອເປັນການປະຢັດ ແລະຈະປ່ຽນໄປໃຊ້ ຣົຖໄຟຟ້າແທນ ຊຶ່ງປັດຈຸບັນກໍາລັງ ຊອກຫາຊື້ຢູ່ ຊຶ່ງກໍຮວມທັງປະເທດຈີນ ນຳດ້ວຍ.
2022-05-18
ປັດຈຸບັນນີ້ ບັນຫາທີ່ປະຊາຊົນລາວ ກັງວົນຫຼາຍທີ່ສຸດ ຄືວິກິຕເງິນເຟີ້ສູງຫຼາຍ ສ່ວນຜົລກະທົບທີ່ຕາມມາກໍຄືຄ່າຄອງຊີບສູງກວ່າລາຍຮັບ ແລະ ວິກິຕໃນຄັ້ງນີ້ ນັກວິຊາການ ບອກວ່າ ຖ້າສະພາບຍັງແກ່ຍາວ ຈະ ເຮັດໃຫ້ການໃຊ້ຈ່າຍ ຢຸດສງັກ ເຮັດໃຫ້ລະບົບເສຖກິຈ ລົ້ມໃນທີ່ສຸດ.
2022-05-18
ຊາວສວນອ້ອຍ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທີ່ປູກອ້ອຍທັງໝົດ 20 ເຮັກຕ້າຣ໌ ເພື່ອຂາຍໃຫ້ໂຮງງານຈີນ ກັງວົນຢ້ານວ່າ ຈີນຈະບໍ່ໃຫ້ລາຄາຄ່າອອ້ຍ ຕາມທີ່ຄວນໄດ້ ຄືຕັນລະ 320 ຍວນ ຫລືປະມານ 600,000 ກີບ ຍ້ອນບໍ່ໄດ້ເຮັດເອກກະສານສັນຍາ, ມີແຕ່ຕົກລົງກັນປາກເປົ່າ.
2022-05-18
ມີການປັບປຸງ ຫຼັກສູດການສຶກສາຂອງລາວ ຮອດຊັ້ນປະຖົມປີທີ 4 ແລ້ວ ເຊິ່ງໃນການປັບປຸງຫຼັກສູດ ການສຶກສາທີ່ວ່ານີ້ ຣັຖບານອອສເຕຣເລັຍ ຊ່ອຍປັບປຸງວິທີ ການສອນຂອງຄຣູ ແລະຂຽນປຶ້ມຫຼັກສູດໃນການສອນ ໃຫ້ນັກຮຽນກ້າສແດງອອກຫຼາຍຂຶ້ນ.
2022-05-18
ແຂວງຊຽງຂວາງ ກວດພົບ 25 ໂຄງການນອກແຜນ ທີ່ບໍ່ໄດ້ຜ່ານການປະມູນລາຄາ ແລະບໍ່ໄດ້ຜ່ານ ສະພາແຫ່ງຊາດ ຮັບຮອງ, ຮວມມູນຄ່າ 226,280,000,000 ກີບ, ທັງ 25 ໂຄງການ ນອກແຜນທີ່ວ່ານັ້ນ ແມ່ນໄດ້ຊໍາຣະເງິນ ໃຫ້ບໍຣິສັດເອກຊົນໄປແລ້ວ 15,350,000,000 ກີບ, ສ່ວນທີ່ເຫລືອນັ້ນ ແມ່ນຍັງຄ້າງຢູ່.
2022-05-18
ໃນໄລຍະທີ່ເກີດວິກິຕ ນໍ້າມັນຂາດແຄນນີ້ ເຖິງແມ່ນວ່າ ຣັຖບານລາວ ພ້ອມທີ່ຈະຊອກຫາວິທີແກ້ໄຂບັນຫາ ນໍ້າມັນເຊື້ອເພີງຂາດແຄນ ພາຍໃນປະເທດ ແລະນ້ຳມັນຍັງມີລາຄາສູງຢູ່ນີ້ກໍຕາມ ແຕ່ຣັຖບານ ກໍຍັງສນອງນໍ້າມັນຟຣີ ໃຫ້ແກ່ເຈົ້າໜ້າທີ່ພາກຣັຖລະດັບສູງຄືເກົ່າ ຂະນະທີ່ ປະຊາຊົນລາວໃນຫຼາຍແຂວງ ຍັງປະສົບບັນຫາ ຊອກຊື້ນໍ້າມັນຍາກຢູ່.
2022-05-17
ປະຊາຊົນ ຢູ່ເມືອງຊານໄຊ ແລະ ເມືອງໄຊເສດຖາ ອາດຖືກຜົລກະທົບ ຈາກໂຄງການປູກອ້ອຍ ປອດສານພິດ ຂອງ ບໍຣິສັດ ທີທີຊີ ຂອງນັກລົງທຶນວຽດນາມ ຊຶ່ງໄດ້ຮັບສັມປະທານ ເນື້ອທີ່ດິນ 3,841 ເຮັກຕ້າຣ໌ ຈາກທາງການລາວ.