0:00 / 0:00
ປັດຈຸບັນ ບໍ່ມີພຽງ ແຕ່ ຊາວ ວຽດນາມ ທີ່ ເຂົ້າມາ ຢູ່ໃນ ປະເທດລາວ ແຕ່ ຍັງມີ ຊາວຈີນ ກໍເຂົ້າມາ ຄືກັນ ຊາວລາວ ຈຶ່ງຄຶດ ກັງວົນ ເຖິງ ເຣື້ອງການ ທໍາມາ ຫາກິນ ໃນ ອະນາຄົດ.
ເມື່ອບໍ່ດົນ ມານີ້ ໄດ້ຍິນຂ່າວ ວ່າ ຈະມີຊາວ ຈີນ ປະມານ 300 ຄອບຄົວ ເຂົ້າມາເຂດ ທາງແບ່ງ ຫລັກ 20 ເມືອງ ປາກຊັນ ແຂວງ ບໍຣິຄຳໄຊ ເຫດຜົນ ຂອງ ການຍົກຍ້າຍ ມາຢູ່ ຍັງບໍ່ທັນຮູ້ ຣະອຽດ ວ່າເປັນ ຍ້ອນຫຍັງ. ແຕ່ຖ້າ ຊາວຈີນ ຈຳນວນ ດັ່ງກ່າວ ເຂົ້າມາ ຢູ່ ກໍຈະບວກ ໃສ່ ຈຳນວນ ພົລເມືອງ ວຽດນາມ ທີ່ ອາສັຍ ຢູ່ ກ່ອນແລ້ວ ແລະ ບໍ່ຮູ້ວ່າ ຈະເກີດຫຍັງ ຂຶ້ນ ຖ້າຈີນ ກັບວຽດນາມ ຢູ່ ຈຸດ ດຽວກັນ. ຈະໃຫ້ທ່ານ ໄປຟັງ ຂໍ້ຄິດ ເຫັນ ຂອງ ເຈົ້າໜ້າທີ່ ແຂວງ ທ່ານນຶ່ງ ວ່າ ທ່ານ ຄິດແນວໃດ ກ່ຽວກັບ ເຣື້ອງ ດັ່ງກ່າວ.