ນັກວິຊາການ ລາວ ເປັນຫ່ວງ ກ່ຽວກັບ ຜົລປະໂຫຍດ ດ້ານ ເສຖກິດ ທີ່ ຜູ້ນຳລາວ ເວົ້າວ່າ ສປປລາວ ຈະໄດ້ຮັບ ຈາກ ໂຄງການ ສ້າງເສັ້ນທາງ ຣົດໄຟ ຄວາມໄວສຸງ ກັບ ສປຈີນ. ທ່ານ ບໍ່ຫມັ້ນໃຈ ວ່າ ໂຄງການ ດັ່ງກ່າວ ຈະເຮັດໃຫ້ ເສຖກິດ ເຕີບໂຕ ຊ່ຳໃດ ແລະ ຈະມີການ ໃຊ້ແທນຄືນ ກັນ ແບບໃດ. ດັ່ງທ່ານກ່າວ ໃນ ຕອນນຶ່ງ ວ່າ:
"ນັກການເງິນ ແລະ ນັກ ທະນາຄານ ສາມາດ ຢັ້ງຢືນ ໄດ້ບໍ່ວ່າ ມັນຈະສ້າງ ຄວາມເຕີບໂຕ ທາງດ້ານ ເສຖກິດ ໄດ້ຊ່ຳໃດ, ຈາກໂຄງການ ຣົດໄຟ ຄວາມໄວສູງ ແລະ ໂຕເລກ ກູ້ຢືມ ແລະໂຕເລກ ດອກເບັ້ຽ ຊິໃຊ້ແທນ ແບບໃດ, ທັມມະດາ ແລ້ວ ຕ້ອງບວກລົບ ຄູນຫານ ແບບເຮັດ ການຄ້າ ໂດຍ ທົ່ວໄປ".
ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກ ຣັຖມົນຕຣີ ລາວ ຫົວຫນ້າ ຄນະຊີ້ນຳ ໂຄງການ ຣົດໄຟ ຝ່າຍລາວ ໄດ້ກ່າວ ຕໍ່ສະພາ ແຫ່ງຊາດ ໃນ ມື້ວັນທີ 11 ທັນວາ ວ່າ ໂຄງການ ຣົດໄຟ ລາວ-ຈີນ ຈະສ້າງ ເສຖກິດ ໃຫ້ແກ່ ປະເທດລາວ ຢ່າງ ມະຫາສານ ເພາະ ສປປລາວ ບໍ່ມີທາງອອກ ສູ່ ທະເລ ເສັ້ນທາງ ຣົດໄຟ ຈະເຮັດໃຫ້ ສປປລາວ ກາຍເປັນ ປະເທດ LAND LINK ແທນທີ່ ຈະ ເປັນປະເທດ LAND LOCK ດັ່ງ ໃນ ປັດຈຸບັນ. ດັ່ງທ່ານ ສົມສະຫວາດ ເວົ້າວ່າ:
"ໂຄງການ ຣົດໄຟ ນີ້ ເປັນໂຄງການ ທີ່ ມີປະສິດທິຜົລ ທາງດ້ານ ການລົງທຶນ ພວກເຮົາ ກໍມາ ຄິດໄລ່ເບິ່ງ ການສ້າງ ທາງຣົດໄຟ ນັ້ນ ຕ້ອງໃຊ້ ເວລາ 30 ປີ ກ່ອນຈະໄດ້ ທຶນ ຄືນ ແຕ່ມີ ປະສິດທິຜົລ ທາງດ້ານ ເສຖກິດ ຢ່າງ ມະຫາສານ".
ສະພາບການ ກ່ຽວກັບ ເສັ້ນທາງ ຣົດໄຟ ຄວາມໄວສຸງ ລາວ- ຈີນ ໃນ ປັດຈຸບັນ ຫລັງຈາກ ທີ່ ມີ ການວາງ ສີລາລຶກ ໃນ ມື້ວັນທີ 2 ທັນວາ ຜ່ານມາ, ເຈົ້າຫນ້າທີ່ ຣົດໄຟ ລາວ-ຈີນ ກໍໄດ້ ລົງນາມກັນ ກ່ຽວກັບ ການສ້າງສາ ຢ່າງ ເປັນທາງການ ວ່າງອາທິດ ທີ່ ຜ່ານມາ ໃນຣະຍະ ທາງ ຊ່ວງທີ 6 ຣະຫວ່າງ ເມືອງ ໂພນໂຮງ ຫາ ນະຄອນຫຼວງ ວຽງຈັນ ໃນ ຄວາມຍາວ ປະມານ 67.7 ກິໂລແມັດ ກອ່ນ. ໃນມູນຄ່າ ເບື້ອງຕົນ 7 ຕື້ ໂດລາ ແຕ່ ໃນ ປັດຈຸບັນ ຫລຸດລົງ ຍັງເຫລືອ ປະມານ 6 ຕື້ ໂດລາ ປາຍ. ປະຊາຊົນ ລາວ ສ່ວນໃຫຍ່ ບໍ່ເຫັນພ້ອມ ນຳ ໂຄງການ ດັ່ງກ່າວ.