ໂຄງຮ່າງການກໍ່ສ້າງເຂື່ອນດອນ ສະໂຮງ


2014.03.10
F-don-sahong ແມ່ນໍ້າຂອງ ໃນເຂດ ໂຄງການ ສ້າງເຂື່ອນ ດອນສະໂຫງ
RFA

 

ກຸ່ມ ອານຸຮັກ ສິ່ງແວດລ້ອມ ໂຈມຕີ ການ ປະເມີນ ຜົນກະທົບ ຕໍ່ ສິ່ງແວດລ້ອມ ຈາກ ເຂື່ອນ ດອນ ສະໂຮງ ວ່າ EIA ວ່າ ອີງໃສ່ ການ ຄົ້ນຄວ້າ ບໍ່ສົມບູນ ພໍ, ແລະວ່າ ໂຄງການ ນີ້ ມີຜົນຮ້າຍ ຕໍ່ໝູ່ປາ ແລະ ຕໍ່ຊີວິດ ການເປັນຢູ່ ຂອງ ພົລເມືອງ ຈໍານວນ 60 ລ້ານ ກວ່າຄົນ ທີ່ອາໄສ ຢູ່ອ່າງ ແມ່ນໍ້າຂອງ ຕອນລຸ່ມ. ປາ ບາງ ຊນິດ ທີ່ ຈະສູນພັນ ນັ້ນ ເປັນປາ ທີ່ຫາຍາກ, ມູນຄ່າ ຄວາມເສັຽ ຫາຍ ປະເມີນ ວ່າມີເຖິງ 1 ຕື້ກັບ 4 ລ້ານ ໂດລາ ຫາ 3 ຕື້ ກັບ 9 ລ້ານ ໂດລາ ຕໍ່ປີ, ຕາມ ຣາຍງານ ຂ່າວໜັງສືພິມ ເອເຊັຽນິວສ໌.

ອົງການ ອານຸຮັກ ສັດປ່າ WWF ກ່າວວ່າ ບໍຣິສັດ ພັທນາ ໂຄງ ການເຂື່ອນ ດອນ ສະໂຮງ ທີ່ຈະສ້າງ ໃສ່ ແມ່ນໍ້າຂອງ ພາກໃຕ້ ຂອງລາວ ນີ້ແມ່ນ ອີງຕາມ ຂໍ້ມູນ ການປະເມີນ ຜົນກະທົບ ຕໍ່ ສິ່ງແວດລ້ອມ ທີ່ ບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ. ກຸ່ມ ອານຸຮັກ ສິ່ງແວດລ້ອມ ຕ້ອງການ ຢາກໃຫ້ ບໍຣິສັດ Mega First ໂຈະການ ສ້າງ ເຂື່ອນນີ້.

ຕາມກໍານົດ ຂອງ ບໍຣິສັດ ນັ້ນ ການສ້າງ ໂຕເຂື່ອນ ຈະເລີ້ມ ໃນ ທ້າຍເດືອນ ກັນຍາ ປີ 2014 ນີ້. ກຸ່ມ ອານຸຮັກ ສັດປ່າ WWF ວ່າການ ເລືອກ ທີ່ຕັ້ງ ສ້າງ ເຂື່ອນ ແມ່ນຜິດບ່ອນ, ເລືອກສ້າງ ໂດຍບໍ່ມີ ຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບ ສິ່ງແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ໃນຂົງເຂດ ນັ້ນ.

ທ່ານ ຈິດ ສັມອາດ ຜູ້ອໍານວຍ ການ ອົງການ WWF ກໍາພູຊາ ເວົ້າວ່າ ການ ປະເມີນຜົນ ກະທົບ ຕໍ່ສິ່ງ ແວດລ້ອມ ຕ້ອງການ ໃຫ້ ດໍາເນີນ ຕື່ມ ໂດຍ ຖືກຕ້ອງ ຕາມ ພາວະວິສັຍ ແລະ ແບບ ວິທຍາສາຕ. ທ່ານວ່າ ການປະເມີນ ໃນ ທີ່ຜ່ານມາ ບໍ່ໄດ້ເວົ້າ ເຖິງ ຄວາມເປັນຫ່ວງ ນໍາ ຜົນກະທົບ ຂ້າມ ເຂດແດນ ແລະ ຂາດຂໍ້ມູນ ຜົນກະທົບ ຈາກເຂື່ອນ ຊຶ່ງຖືວ່າ ຮັບບໍ່ໄດ້.

ສໍາລັບ ອົງການ WWF ແລ້ວ ທ່ານວ່າ ການປິດຕັນ ຮ່ອງນໍ້າໄຫລ ຈະສ້າງ ຄວາມ ເສັຽຫາຍ ຕລອດໄປ ຕໍ່ແຫລ່ງ ຊັພຍາກອນ ການປະມົງ ຊຶ່ງຄິດເປັນ ມູນຄ່າ ປະມານ  1 ຕື້ ກັບ 4 ລ້ານ ໂດລາ ຫາ 3 ຕື້ ກັບ 9 ລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.