ເມື່ອບໍ່ດົນມານີ້ ທາງການກຳພູຊາ ຈຳກັດປະຊາຊົນເມືອງພູວົງ ແຂວງອັດຕະປື ບໍ່ໃຫ້ເຂົ້າໄປກ່ຽວເຂົ້າ ໃກ້ເຂດຊາຍແດນ ຣະຫວ່າງ ເມືອງ ພູວົງ ແລະ ແຂວງຣັດຕະນະຄີຣີ ນັ້ນເດັດຂາດ ຍ້ອນວ່າ ຍັງມີບັນຫາ ການແບ່ງເຂດຊາຍແດນ ທີ່ບໍ່ສາມາດ ຕົກລົງກັນ ໄດ້ ຣະຫວ່າງ ສປປລາວ ແລະກຳພູຊາ ຈົນກວ່າວ່າ ຈະມີການປັກຫລັກໝາຍ ຊາຍແດນນຳກັນ ໃຫ້ແລ້ວ. ປະຊາຊົນເມືອງນີ້ ໄດ້ຮັບຄວາມເດືອດຮ້ອນ ຍ້ອນບໍ່ສາມາດ ໄປເກັບກ່ຽວເຂົ້າຂອງຕົນ ໃນເຂດນັ້ນໄດ້ ເພາະຢ້ານບໍ່ມີຄວາມປອດພັຍ ຍ້ອນມີທະຫານກຳພູຊາ ປະຈຳຢູ່, ດັ່ງເຈົ້າໜ້າທີ່ ແຂວງອັດຕະປື ເວົ້າໃນມືວັນທີ 9 ພຶສຈິກາ ນີ້ວ່າ:
"ທາງກຳປູເຈັຍ ກໍຢາກຈຳກັດແດ່ນະ ບ່ອນທີ່ໃກ້ໆກັບຊາຍແດນຫັ້ນ ບໍ່ຢາກໃຫ້ເຂົ້າໄປໃກ້ ເພາະວ່າຜ່ານມາ ປະຊາຊົນພວກເຮົາ ກະມີໄຮ່ ມີນາ ຢູ່ທາງເບື້ອງນັ້ນ ກະມີແດ່ ຍາມກ່ຽວເຂົ້າ ບໍ່ໃຫ້ໄປກ່ຽວເຂົ້າ ແຕ່ວ່າຜ່ານມາ ບໍ່ໄດ້ຜິດກັນ ສິໄປເຮັດໄຮ່ເຮັດນາ ໄປຫາກິນຫາຢູ່ກະໄປ ທັມມະດາໄດ້ນະ".
ທ່ານເວົ້າວ່າ ທາງການກຳພູຊາ ອ້າງວ່າ ສາເຫດທີ່ບໍ່ໃຫ້ ປະຊາຊົນລາວ ເຂົ້າໄປເກັບກ່ຽວເຂົ້າ ຕາມແນວຊາຍແດນ ຍ້ອນເຂດນັ້ນເປັນດິນ ຂອງກຳພູຊາ. ທ່ານບໍ່ເຂົ້າໃຈວ່າ ເປັນຫຍັງຝ່າຍ ກຳພູຊາ ຈຶ່ງເຮັດແນວນັ້ນ ແລະບໍ່ຮູ້ວ່າເຂົ້າຂອງປະຊາຊົນ ເມືອງພູວົງ ທີ່ລໍການເກັບກ່ຽວ ນັ້ນຈະຖືກຊາວກຳພູຊາ ມາເກັບກ່ຽວເອົາ ຫລືບໍ່. ທ່ານກ່າວຕື່ມອີກວ່າ ເຣຶ່ອງຄວາມຄືບໜ້າ ກ່ຽວກັບ ການແບ່ງເຂດ ແລະປັກຫຫລັກໝາຍ ຊາວແດນ ຣະຫວ່າງ ລາວແລະກຳພູຊາ ຍັງບໍ່ທັນມີເຈົ້າໜ້າທີ່ ກ່ຽວຂ້ອງ ຂອງທັງ 2 ຝ່າຍ ມາສຳຣວດ ເທື່ອ ເຖິງແມ່ນວ່າ ຣັຖບາລ ຂອງ ທັງສອງປະເທສ ໄດ້ສົ່ງຈົດໝາຍ ໄປຂໍແຜນທີ່ນຳຣັຖບາລ ປະເທສຝຣັ່ງເສສ ເພື່ອເອົາມາເປັນຫລັກຖານ ຢັ້ງຢືນເຂດຊາຍແດນ ຣະຫວ່ງ 2 ປະເທສ ນີ້ແລ້ວກໍຕາມ.
ເມື່ອວັນທີ 9 ຕຸລາທີ່ຜ່ານມາ ທ່ານ ນາມ ວິຍະເກດ ເຈົ້າແຂວງອັດຕະປື ແລະທ່ານ ທອງ ສາວຸນ ເຈົ້າແຂວງຣັດຕະນະຄີຣີ ໄດ້ພົບພໍ້ກັນ ເປັນຄັ້ງທີ 4 ຢູ່ແຂວງອັດຕະປື ເພື່ອປຶກສາຫາລື ກ່ຽວກັບບັນຫາຊາຍແດນຮ່ວມກັນ ແລະທີ່ຜ່ານມາ ຣັຖບາລລາວ ແລະກຳພູຊາ ໄດ້ຕົກລົງ ເປັນເອກກະພາບກັນ ວ່າຈະແກ້ໄຂບັນຫາ ຊາຍແດນຢູ່ 4 ຈຸດ ຮວມທັງ ຈຸດ 0.33, ຈຸດ 0.17 ເວີນຄຳ-ໂອສະວ້າຍ ແລະຈຸດ 0.32 ໃຫ້ໄວເທົ່າທີ່ຈະໄວໄດ້.