ທາງຣົດໄຟຊາວລາວຄວນ ມີສິດ

0:00 / 0:00

ຊາວລາວ ຜູ້ທີ່ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ກັນຍາ ນີ້ວ່າ ຣັຖບານລາວ ຄວນ ເປີດໂອກາດ ໃຫ້ ປະຊາຊົນ ໃນເຂດ ທ້ອງຖິ່ນ ຫລື ປະຊາຊົນລາວ ທົ່ວໄປ ໄດ້ອອກ ຄວາມເຫັນ ກ່ຽວກັບ ການສ້າງ ທາງຣົດໄຟ ລາວ-ຈີນ ກ່ອນຈະ ລົງມືສ້າງ. ດັ່ງທ່ານກ່າວ ໃນຕອນນຶ່ງ ວ່າ:

"ໂຄງການ ຣົດໄຟ ຄວາມໄວສູງ ໄດ້ຢືມເງິນ ຈີນ ມາເຮັດ ເຂົາຕ້ອງຟັງ ປະຊາຊົນ ເນາະ ຫາງສຽງ ປະຊາຊົນ, ອັນນີ້ ເຂົາເອີ້ນວ່າ ສິດທິ ຂັ້ນພື້ນຖານ ເຈົ້າຊີ່ ປະຕິບັດ ຫລື ບໍ່ປະຕິບັດ ອີກເຣື້ອງນຶ່ງ ໃຫ້ ເຂົາມີສິດທິ ໃນການ ສະແດງອອກ ໂດຍການ ເວົ້າຈາເນາະ ການໂຮມຊຸມນຸມ ໄດ້ຢ່າງ ສັນຕິວິທີ ເຂົາເອີ້ນວ່າ ຕາມສາກົນ ທີ່ ເຂົາຍອມຮັບ ກັນ".

ທ່ານກ່າວຕື່ມວ່າ ເປັນທີ່ຮູ້ ກັນດີວ່າ ຣັຖບານລາວ ຈະຢືມເງິນ ຈາກຈີນ ອັນມະຫາສານ ເພື່ອມາສ້າງ ທາງຣົດໄຟ ຊຶ່ງ ຫນີ້ສິນ ທີ່ ຣັຖບານ ກູ້ມານັ້ນ ກໍຖືວ່າ ເປັນຫນີ້ ຂອງ ປະຊາຊົນ ທົ່ວປະເທດ ເພາະ ປະຊາຊົນ ຈ່າຍພາສີ ໃຫ້ ຣັຖບານ. ດັ່ງນັ້ນ ປະຊາຊົນ ຄວນມີສິດ ອອກສຽງຄືດັ່ງ ປະຊາຊົນ ແລະ ຣັຖບານ ໃນຫຼາຍ ປະເທດ ເຂົາ ປະຕິບັດ ກັນ.

ທ່ານວ່າ ຖ້າຫາກ ປະຊາຊົນ ຄົນໃດ ສະແດງ ຄວາມຄິດເຫັນ ທີ່ ແຕກຕ່າງ ບໍ່ວ່າຈະເປັນ ໂຄງການ ຣົດໄຟ ຫລື ໂຄງການຕ່າງໆ, ຣັຖບານ ກໍບໍ່ຄວນ ໄປຈັບກຸມ ຂະເຈົ້າ ຄື ດັ່ງທີ່ຜ່ານມາ ມີຫຼາຍຄົນ ຖືກຈັບກຸມ ຍ້ອນ ອອກຄວາມເຫັນ ທີ່ແຕກຕ່າງ ຈາກຣັຖບານ.

ເຖິງຢ່າງໃດກໍຕາມ ໃນທຸກມື້ນີ້ ສື່ສັງຄົມ ອອນລາຍ ໃນລາວ ກໍມີການ ໂອ້ລົມກັນ ກ່ຽວກັບ ໂຄງການ ຣົດໄຟ ລາວ-ຈີນ ຊຶ່ງສ່ວນໃຫຍ່ ກໍບໍ່ເຫັນ ພ້ອມນຳ ຍ້ອນວ່າ ມີຫນີ້ສິນ ຫຼາຍເກີນໄປ ຄວນເອົາ ເງິນນັ້ນ ໄປປັບປຸງ ຖນົນຫົນທາງ ແລະ ຊ່ອຍເຫລືອ ຊາວບ້ານ ໃຫ້ ຫລຸດພົ້ນ ຈາກ ຄວາມທຸກຍາກ.