ວຽດນາມຂໍໃຫ້ຄົນວຽດໃນລາວ ເປັນລາວ

0:00 / 0:00

ຍານາງ ຫງວຽນ ທີຢວານ ຮອງ ປະທານ ປະເທສ ວຽດນາມ ຂໍໃຫ້ ທ່ານ ໄຊສົມພອນ ພົມວິຫານ ຮອງ ປະທານ ສະພາ ແຫ່ງຊາດ ສປປ ລາວ ສນັບສນູນ ພວກ ນັກລົງທຶນ ວຽດນາມ ແລະ ຮຽກຮ້ອງ ໃຫ້ ສະພາ ແຫ່ງຊາດ ຂອງ ລາວ ສ້າງ ເງື່ອນໄຂ ທີ່ ສະດວກ ໃຫ້ ຊຸມຊົນ ຊາວວຽດນາມ ໃນການ ປະກອບ ເອກກະສານ ຂໍເປັນສັນຊາດ ລາວ ແລະ ໃຫ້ໜັງສື ອະນຸຍາດ ຢູ່ລາວ ໄດ້ ແບບ ຖາວອນ.

ຄຳ ຂໍການ ສນັບສນູນ ທີ່ວ່ານີ້ ມີຂຶ້ນ ໃນຣະຫວ່າງ ການພົບປະ ຂອງ ສອງຝ່າຍ ທີ່ ນະອນຫຼວງ ວຽງຈັນ ໃນ ວັນທີ 16 ຕຸລາ 2015. ທັງສອງ ຝ່າຍ ສະແດງ ຄວາມຍິນດີ ນຳການ ເຕີບໂຕ ຂອງ ການພົວພັນ ຮອບດ້ານ ຂອງ ສອງ ປະເທສ ຮວມທັງ ການປະສານ ສົມທົບ ກັນ ຢ່າງໃກ້ຊິດ ຣະຫວ່າງ ສອງ ອົງການ ນິຕິບັນຍັດ ໂດຍສະເພາະ ຢ່າງຍິ່ງ ແມ່ນໃນ ຣະຍະ ກອງປະຊຸມ ຣັຖສະພາ ຂອງ ຂົງເຂດ ແລະ ກອງປະຊຸມ ຣັຖສະພາ ສາກົນ ທີ່ ຜ່ານໄປ ເມື່ອບໍ່ດົນ ມານີ້.

ໃນຣະຫວ່າງ ຢ້ຽມຢາມ ລາວ ຍານາງ ຫງວຽນ ທີຢວານ ໄດ້ ໄປວາງ ພວງມາລາ ທີ່ ອະນຸສາວະຣີ ນັກຣົບ ນີຣະນາມ ທີ່ ນະຄອນຫຼວງ ວຽງຈັນ, ໄດ້ໄປ ຢ້ຽມຊົມ ໂຮງຮຽນ ນັກຮຽນ ສະຫລາດ ແລະ ນັກຮຽນ ຊົນເຜົ່າ ສ່ວນນ້ອຍ ທີ່ ຣັຖບາລ ວຽດນາມ ເປັນຜູ້ຊ່ວຍ ສ້າງ ແລະ ໄດ້ເປີດສອນ ໃນ ປີ 2007, ໂດຍ ມີນັກຮຽນ ເກືອບ ເຖິງ 500 ຄົນ ແລະ ສູນຝຶກ ອົບຮົມ ວິຊາຊີບ ສຳລັບ ແມ່ຍິງ ພິການ.

ການມາ ຢ້ຽມຢາມ ລາວ ຂອງ ຮອງ ປະທານ ປະເທສ ວຽດນາມ ຄັ້ງນີ້ ແມ່ນມີຂຶ້ນ ແຕ່ ວັນທີ 15 ຫາ 18 ຕຸລາ. ຍານາງ ໄດ້ພົບປະ ກັບ ທັງ ເລຂາທິການໃຫຍ່ ຂອງ ພັກ ປະຊາຊົນ ລາວ, ປະທານ ປະເທສ, ຮອງ ປະທານ ປະເທສ ແລະ ນາຍົກ ຣັຖມົນຕຣີ ສປປລາວ.