ກົດຟັງສຽງ
ກຸ່ມ ອະນຸຮັກ ສິ່ງແວດລ້ອມ ທີ່ ພຍາຍາມ ບໍ່ຢາກໃຫ້ ໂຄງການ ເຂື່ອນ ໄຊຍະບູຣີ ດໍາເນີນ ຕໍ່ໄປ, ໄດ້ລົງ ບົດຄວາມ ໃນວັນ ພຸດນີ້ ເພື່ອຊີ້ ໃຫ້ເຫັນວ່າ ໂຄງການ ເຂື່ອນ ໃນ ແມ່ນໍ້າຂອງ ໃນລາວ ຈະສ້າງ ຜົນກະທົບ ໃສ່ ປະເທດອື່ນ ຢ່າງໃຫ່ຽຫຼວງ.
ຫລັງຈາກ ກອງປະຊຸມ ຄນະມົນຕຣີ ກັມມາທິການ ແມ່ນໍ້າຂອງ ຢູ່ ປະເທດ ກໍາພູຊາ ເມື່ອອາທິດ ທີ່ແລ້ວນີ້ ໄດ້ຕົກລົງ ເຍີ້ນ ການຕັດສີນໃຈ ສ້າງເຂື່ອນ ໃສ່ ແມ່ນໍ້າຂອງ ແລະ ຮຽກຮ້ອງ ໃຫ້ມີການ ສືກສາ ຜົນກະທົບ ຕໍ່ ສິ່ງແລດລ້ອມ ແລະ ລະບົບ ນິເວດ ແລະ ຕໍ່ ການພັທນາ ແບບຍືນຍົງ ຕື່ມອີກ.
ໃນ ບົດຄວາມ ມີໃຈຄວາມ ວ່າ ປະເທດ ລຸ່ມ ແມ່ນໍ້າຂອງ ອື່ນໆ ຢາກໃຫ້ ຢຸດເຊົາ ການສ້າງ ເຂື່ອນ ໄຊຍະບູຣີ ແມ່ນ ເກີດຈາກ ຄວາມຮູ້ສືກ ຂອງ ກຸ່ມ ອະນຸຣັກ ແລະ ຜົນປໂຍດ ຂອງ ແຕ່ລະ ປະເທດ ເຖິງວ່າ ລາວ ໄດ້ອ້າງວ່າ ເຂື່ອນ ໄຊຍະບູຣີ ຈະບໍ່ສົ່ງ ຜົນກະທົບ ໃສ່ ປະເທດ ທີ່ຢູ່ໃຕ້ ເຂື່ອນ ກໍດີ, ແຕ່ບໍ່ມີ ຜູ້ໃດ ຮັບຮູ້ ແລະວ່າ ມັນ ເກືອບຈະ ເປັນໄປ ບໍ່ໄດ້ ທີ່ ໂຄງການ ເຂື່ອນໃຫ່ຽ ຂນາດນັ້ນ ຈະບໍ່ມີ ຜົນກະທົບ ຢ່າງຮ້າຍແຮງ ຕໍ່ການໄຫລ ຂອງນໍ້າ ແລະ ສັດນໍ້າ.
ກຸ່ມ ອະນຸຮັກ ແລະ ເຄືອຂ່າຍ ແມ່ນໍ້າ ສາກົນ ເວົ້າວ່າ ເຂື່ອນ ໄຊຍະບູຣີ ຈະສ້າງ ຄວາມເສັຽຫາຍ ຢ່າງໃຫ່ຽຫລວງ ແກ່ໝູ່ປາ ແລະ ເຣັດໃຫ້ ກະແສນໍ້າ ປ່ຽນແປງ ແລະ ບາງທີ ອາດ ບໍ່ມີນໍ້າ ໄວ້ໃຫ້ ປະເທດ ອື່ນ ທີ່ ຕ້ອງການ ສ້າງເຂື່ອນ ໃນ ປະເທດ ຂອງຕົນ. ຜູ້ທີ່ຈະ ເສັຽ ຜົນປໂຍດ ຫລາຍທີ່ສຸດ ແມ່ນຊາວ ກະສິກອນ ທຸກຍາກ ວຽດນາມ ແລະ ກໍາພູຊາ ທີ່ ຫາກິນ ຢູ່ໃນເຂດ 3 ຫລ່ຽມ ດ້ວຍການ ປູກເຂົ້າ ແລະ ຫາປາ.
ກຸ່ມ ອະນຸຮັກ ໄດ້ສະເໜີ ໃຫ້ສຶກສາ ບົດຮຽນ ຈາກ ການສ້າງ ເຂື່ອນ ໃສ່ ແມ່ນໍ້າ Colorado, ແມ່ນໍ້າ Missisipi ໃນ ສະຫະຣັດ ອະເມຣິກາ ທີ່ ເຮັດໃຫ້ ຝຸ່ນດິນດໍາ ຢຸດໄຫລ ລົງສູ່ ທະເລ, ແລະ ບົດຮຽນ ຈາກ ການສ້າງ ເຂື່ອນ ໃສ່ ແມ່ນໍ້າ Nile ໃນ ອີຈິບ ຊື່ງມີ ຜົນສະທ້ອນ ຕໍ່ ລະບົບ ນິເວດ.
ສ່ວນ ນັກວິຊາການ ໃນລາວ ເວົ້າວ່າ ກຸ່ມ ອະນຸຮັກ ບໍ່ເຄີຽ ກັງວົນ ນໍາຄວາມ ສຸກທຸກ ຂອງ ປະຊາຊົນ ລາວ ເລີຽ.