ກົດຟັງສຽງ
ຣັຖບານ ອອສເຕຣເລັຍ ແລະ ປະເທດ ຕາເວັນຕົກ ອື່ນໆ ໄດ້ຊ່ວຍ ການກໍ່ສ້າງ ແລະ ການ ບໍຣິຫານ ສູນ ຊຶ່ງຄວນ ເປັນບ່ອນ ປິ່ນປົວ ບໍາບັດ ຄົນຕິດ ຢາເສບຕິດ ໃນລາວ, ແຕ່ຜູ້ທີ່ ຖືກຈັບ ມາກັກຂັງໄວ້ ຫຼາຍຮ້ອຍ ຄົນ ຊຶ່ງຮວມທັງ ເດັກນ້ອຍ ຖືກຈັບມາ ໂດຍທີ່ ພວກຂະເຈົ້າ ບໍ່ໄດ້ ຍິນຍອມ ແລະ ຖືກທຸບຕີ ທາລຸນ ຢ່າງ ຮຸນແຮງ. ອີງຕາມ ອົງການ ສິ້ງຊອມ ສິດທິມະນຸດ.
ຣັຖບານ ອອສເຕຣເລັຍ ໄດ້ຊ່ວຍ ເງິນ 9,300 ໂດລາ ສະຫະຣັຖ ເພື່ອຊ່ວຍ ສ້າງ ຫ້ອງສະມຸດ ໃນສູນ ປິ່ນປົວ ບໍາບັດ ຄົນຕິດ ຢາເສບຕິດ ‘ສົມສງ່າ’ ນອກເຂດ ນະຄອນຫລວງ ວຽງຈັນ ໃນປີ 2009-2010, ຊຶ່ງ ໂຄສົກຍິງ ຈາກ ກະຊວງ ການຕ່າງ ປະເທດ ອອສເຕຣເລັຍ ກ່າວວ່າ ມີຜູ້ໃຊ້ ປະມານ 50 ຫາ 60 ຄົນ ຕໍ່ມື້. ນາງກ່າວວ່າ ຍ້ອນ ທາງການ ແລະ ສະຖານທູດ ອອສເຕຣເລັຍ ບໍ່ໄດ້ມີ ສ່ວນຮ່ວມ ກ່ຽວກັບ ການ ບໍຣິຫານ ສູນ ດັັ່ງກ່າວ ພຽງພໍ ມີພຽງແຕ່ ການມາ ຢ້ຽມຢາມ ບາງຄັ້ງ ບາງຄາວ ຈຶ່ງບໍ່ ສາມາດ ຢືນຢັນ ການລ່ວງ ລະເມີດ ສິດທິ ຜູ້ຖືກ ກັກຂັງ ດັ່ງທີ່ ອົງການ ສິ້ງຊອມ ສິດທິມະນຸດ ລາຍງານ ນັ້ນໄດ້.
ນາງກ່າວ ຕໍ່ໄປວ່າ ອົງການ ສິ້ງຊອມ ສິດທິມະນຸດ ເຄີຍໄດ້ ເປີດເຜີຍວ່າ ອົງການ ຊ່ວຍເຫລືອ ພັທນາ ນາໆຊາດ ອອສເຕຣເລັຍ AusAid ເຄີຍຊ່ວຍ ໃນ ໂຄງການຕ່າງໆ ໃນສູນ ກັກຂັງ ຢູ່ ວຽດນາມ ທີ່ມີ ຄົນຕິດ ຢາເສບຕິດ ຫລາຍພັນ ຄົນ ມາຮັບການ ຮັກສາ ປິ່ນປົວ ແຕ່ໄດ້ ຖືກ ກັກຂັງ ຫລາຍປີ ໂດຍທີ່ ພວກຂະເຈົ້າ ບໍ່ໄດ້ ຍິນຍອມ ນອກຈາກນັ້ນ ຍັງຖືກ ທໍຣະມານ ທໍາຮ້າຍ ຮ່າງກາຍ ຊຶ່ງ ຣັຖບານ ອອສເຕຣເລັຍ ກໍໄດ້ ຂໍຮ້ອງ ໃຫ້ ທາງການ ວຽດນາມ ປິດ ກິຈການ ໃນສູນ ດັ່ງກ່າວ ແລ້ວ.