ບັນຫາຄົນຂໍທານ ໃນລາວ

ທາງການລາວ ຍອມຮັບວ່າ ການ ແກ້ໄຂ ບັນຫາ ຄົນ ຂໍທານ ມີຄວາມ ລໍາບາກ ຫລາຍ.

0:00 / 0:00

ກົດຟັງສຽງ

ໃນລະຍະ ຫລັງໆ ມານີ້, ປາກົດວ່າ ເຫັນ ຄົນ ຂໍທານ ຫລື ຄົນ ພະເນຈອນ ຫລາຍຂຶ້ນ ຢູ່ຕາມ ຕົວເມືອງໃຫຍ່ ໃນນະຄອນຫລວງ ວຽງຈັນ, ຊຶ່ງສ້າງ ພາບພົດ ອັນບໍ່ງາມ ແລະ ຄວາມ ບໍ່ເປັນ ຣະບຽບ ຮຽບຮ້ອຍ ໃຫ້ແກ່ ສັງຄົມ ໃນ ຂນະທີ່ ໜ່ວຍງານ ຮັບຜິດຊອບ ຍອມຮັບວ່າ ມີຄວາມ ລໍາບາກຫລາຍ ໃນການ ແກ້ໄຂ ບັນຫາ ນີ້ ຍ້ອນຫລາຍ ສາເຫດ, ອີງຕາມ ຣາຍງານ ຈາກ ທ້ອງຖິ່ນ ໃນວັນທີ 15 ກໍຣະກະດາ ນີ້.

ໃນເຂດ ວົງວຽນ ນໍ້າພຸ ແລະ ຕາມເສັ້ນທາງ ແຄມນໍ້າຂອງ ໃນຍ່ານ ໃຈກາງ ເທສບານ ນະຄອນຫລວງ ວຽງຈັນ ເປັນເຂດ ທີ່ມີຄົນ ຂໍທານ ຫລາຍ ຍ່າງຜ່ານ ໄປມາ ແລະ ນັ່ງຢາຍ ກັນຢູ່ ເພື່ອຖ້າ ຂໍເງິນ ແລະ ອາຫານ ນໍາບັນດາ ນັກທ່ອງທ່ຽວ ທັງ ພາຍໃນ ແລະ ຕ່າງ ປະເທດ. ຄົນຂໍທານ ເຫລົ່ານີ້ ມີທັງ ຍິງ, ຊາຍ, ຜູ້ໃຫຍ່ ແລະ ເດັກນ້ອຍ ທີ່ມີທັງ ຮ່າງກາຍ ແຂງແຮງ, ສົມບູນ, ພິການ ແລະ ບ້າໃບ້ ເສັຍຈິດ, ຊຶ່ງ ໄດ້ເພີ້ມ ຈໍານວນຂຶ້ນ ຢ່າງ ຫລວງຫລາຍ ເປັນໜ້າ ຕົກໃຈ.

ເຖິງຢ່າງໃດ ກໍຕາມ, ປາກົດການ ດັ່ງກ່າວ, ໜ່ວຍງານ ທີ່ກ່ຽວຂ້ອງ ໂດຍກົງ ຄື: ຫ້ອງການ ສັງຄົມ ສົງເຄາະ ຂອງ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ກ່າວໃນ ຕອນທີ່ ໃຫ້ສັມພາດ ວ່າ ປັຈຈຸບັນ ຄົນ ຂໍທານ ໃນນະຄອນຫລວງ ວຽງຈັນ ມີ 4 ປະເພດ ຄື: ຄົນພິການ, ຄົນບ້າໃບ້ ເສັຍຈິຕ, ຄົນຕິດ ຢາເສບຕິດ ແລະ ຄົນທີ່ມີ ຮ່າງກາຍ ແຂງແຮງ ສົມບູນ ດີ.

ໃນລະຍະ ຜ່ານມາ, ການ ແກ້ໄຂ ສ່ວນໃຫຍ່ ແມ່ນອາໄສ ພຽງແຕ່ ການ ອົບຮົມ ທາງດ້ານ ແນວຄິດ ໃຫ້ແກ່ ຂະເຈົ້າ, ໂດຍສະເພາະ ຄົນຂໍທານ ທີ່ມາຈາກ ຕ່າງແຂວງ ໄດ້ຖືກ ສົ່ງກັບຄືນ ພູມລໍາເນົາ ເດີມ. ສ່ວນຄົນ ຂໍທານ ທີ່ຕິດ ຢາເສບຕິດ ຖືກນໍາ ໄປມອບ ໃຫ້ແກ່ ສູນບໍາບັດ ຢາເສບຕິດ ບ້ານ ສົມສງ່າ. ສໍາຣັບ ຄົນຂໍທານ ທີ່ເສັຍ ອົງຄະ ໄດ້ຖືກ ມອບໃຫ້ ຜູ້ປົກຄອງ ຫລື ອໍານາດ ການປົກຄອງ ທ້ອງຖິ່ນ ເປັນຜູ້ ເບິ່ງແຍງ.

ເຖິງຢ່າງໃດ ກໍຕາມ, ໜ່ວຍງານ ທີ່ກ່ຽວຂ້ອງ ຍອມຮັບ ວ່າ ການແກ້ໄຂ ບັນຫາ ດັ່ງກ່າວ ໃຫ້ຕົກໄປ ຢ່າງເດັດ ຂາດນັ້ນ, ຍັງມີຄວາມ ຫຍຸ້ງຍາກ ຫລາຍ ເພາະວ່າ ບາງຈໍານວນ ພາຍຫລັງ ທີ່ ຖືກອົບຮົມ ແລະ ຖືກສ່ົງ ກັບຄືນ ຖິ່ນຖານ ເດີມ ແລ້ວ, ອີກບໍ່ຄົນ ຊໍ້າພັດ ກັບຄືນມາ ຂໍທານຕື່ມ. ບາງຈໍານວນ, ເມື່ອຣະດູ ການຜລິດ ສິ້ນສຸດ ລົງແລ້ວ ກໍພາກັນ ເລາະ ຂໍທານ ຕາມຕົວເມືອງ ຄືນໃໝ່ ຈົນກາຍເປັນ ປະເພນີ. ໜ່ວຍງານ ດັ່ງກ່າວ ໄດ້ສເນີວ່າ ຖ້າຈະເຮັດໃຫ້ ບັນຫາ ຄົນຂໍທານ ຫລຸດລົງ ທັງໃນ ສະເພາະ ໜ້່າ ແລະ ຍາວນານ, ຕ້ອງໃຫ້ມີ ການຮ່ວມມື ຈາກຫລາຍ ພາກສ່ວນ ຂອງ ສັງຄົມ, ພ້ອມທັງ ສ້າງຄະນະ ຮັບຜິດຊອບ ວຽກງານ ດັ່ງກ່າວ, ປະກອບ ພາຫະນະ ແລະ ເພີ້ມ ງົປມານ ແກ່ ຄນະກັມການ ແກ້ໄຂ ຄົນຂໍທານ. ນອກຈາກນີ້, ຕ້ອງສ້າງສູນ ເຕົ້າໂຮມ ຊົ່ວຄາວ ຫລື ສູນຮອງຮັບ ຄົນຂໍທານ, ໂດຍສະເພາະ ແມ່ນຜູ້ ທີ່ຂາດ ບ່ອນເພິ່ງ ພາອາໄສ, ຄົນບ້າໃບ້ ເສັຍຈິຕ ຫລື ເດັກນ້ອຍ ຂ້າງຖນົນ, ສ້າງສູນ ວິຊາຊີບ ໃຫ້ຂະເຈົ້າ ຮວມໄປເຖິງ ນິຕິກັມ ສະເພາະ ເພື່ອເປັນ ບ່ອນອີງ ໃນການ ແກ້ໄຂ ບັນຫາ ດັ່ງກ່າວ.