ກົດຟັງສຽງ
ເຈົ້າໜ້າທີ່ ສູນກາງ ຊາວໜຸ່ມ ປະຊາຊົນ ປະຕິວັດ ລາວ ທີ່ ເຂົ້າຮ່ວມ ກອງປະຊຸມ ໄດ້ກ່າວ ໃນຕອນນຶ່ງ ວ່າ:
“ປະສານ ສົມທົບ ປຶກສາ ຫາລື ກ່ຽວກັບ ບັນຫາ ຮີບດ່ວນ ທີ່ພົວພັນ ເຖິງກັບ ບັນຫາ ຊາວໜຸ່ມ ຊົນເຜົ່າ ບັນຫາ ໜຸ່ມສາສນາ ບັນຫາ ຊາວໜຸ່ມ ທີ່ິສິ່ງ ຫຍໍ້ທໍ້ ເປັນຕົ້ນ ບັນຫາ ຢາບ້າ ບັນຫາ ໄພສັງຄົມ.”
ໃນປະກົດການ ຫຍໍ້ທໍ້ ທີ່ຮ້າຍແຮງ ໃນສັງຄົມ ລາວ ປັດຈຸບັນ ບັນຫາ ທີ່ ຮ້າຍແຮງ ກວ່າໝູ່ ກໍແມ່ນ ບັນຫາ ຊາວໜຸ່ມ ໄວລຸ້ນ ຕິດຢາບ້າ; ຈຳນວນ ຜູ້ຕິດ ຢາບ້າ ເພິ້ມຂື້ນເລື້ອຍໆ ແລະ ຜູ້ຕິດ ຜູ້ເສບ ກໍແມ່ນ ຜູ້ມີອາຍຸ ອ່ອນ ແລະ ມີເພິ້ມຂື້ນ ຂນາດນັກຮຽນ ຂັ້ນມັທຍົມ ຕອນຕົ້ນ ກໍຕິດ ແລະ ເສບຢາບ້າ ເປັນປະຈຳ ແລ້ວ, ມີທັງຍິງ ແລະຊາຍ.
ເມື່ອຕິດ ຢາບ້າ ເດັກນ້ອຍ ເຍົາວະຊົນ ແລະ ຊາວໜຸ່ມ ໄວລຸ້ນ ກໍພາກັນ ກໍ່ອາສຍາກັມ ເປັນຕົ້ນ ການລັກ ປຸ້ນຈີ້ ເອົາສິ່ງຂອງ ການຕົບຕີ ທຳຮ້າຍ ຮ່າງກາຍ ແລະ ການຂ້າແທງ ຊຶ່ງກັນ ແລະ ກັນ. ປະກົດການ ຫຍໍ້ທໍ້ ອີກຢ່າງນຶ່ງ ກໍແມ່ນ ການກິນເຫລົ້າ ຊາວໜຸ່ມ ໄວລຸ້ນ ກິນເຫລົ້າ ກິນເບັຍ ຢູ່ຕາມ ບ້ານເຮືອນ ຕາມບຸນ ແລະ ຮ້ານອາຫານ ບາຣ໌ ແລະ ສະຖານທີ່ ບັນເທີງ ອື່ນໆ. ການກິນເຫລົ້າ ກໍສົ່ງຜົນ ກະທົບ ຕໍ່ສັງຄົມ ຄືກັບ ການຕິດ ຢາເສບຕິດ, ກິນເຫລົ້າເມົາ ແລ້ວຂັບຣົດ ຍິ່ງເປັນ ອັນຕະຣາຍ ເກີດ ອຸບັດຕິເຫດ ຕາມຖນົນ ແລະ ມີຄົນ ເສັຍຊີວິດ ມາແລ້ວ ນັບບໍ່ຖ້ວນ ໃນ ແຕ່ລະປີ.