ກົດຟັງສຽງ
ຕາມລາຍງານ ຂອງ ແຫລ່ງຂ່າວ ທີ່ ເຊື່ອຖືໄດ້ ຈາກແຂວງ ຫຼວງນໍ້າທາ ຣາຍງານວ່າ ບ່ອນຫລິ້ນ ຄາຊີໂນ ຂອງຈີນ ຢູ່ເຂດ ເສຖກິດ ພິເສດ ບໍ່ເຕັນ ຂ.ຫລວງນໍ້າທາ ຍັງມີການ ຂ້າກັນ ເກີດຂຶ້ນ ຢູ່ເລື້ອຍໆ ຊຶ່ງມີ ສາເຫດ ມາຈາກ ຕິດໜີ້ ການພະນັນ ເປັນສ່ວນໃຫຍ່. ເວລາ ຫລິ້ນເສັຽ ກໍຢືມ ເງິນຫຼີ້ນ ຮອດມື້ໃຊ້ໜີ້ ກໍບໍ່ໃຊ້, ຕາມເຫດການ ທີ່ຜ່ານມາ ເຈົ້າໜີ້ ແມ່ນພວກ ມີ ອິດທິພົລ ຈື່ງເກີດມີ ການ ຄາຕກັມ ຂ້າຕາຍກັນ ໄປແລ້ວ ຈໍານວນ ບໍ່ໜ້ອຍ. ຄົນຫຼວງນໍ້າທາ ຜູ້ນຶ່ງ ທີ່ຢູ່ໃກ້ ກັບໂຮງ ຄາຊີໂນ ບໍ່ເຕັນ ເວົ້າວ່າ:
"ຍິນແຕ່ ເຂົາວ່າ ແບບວ່າ ພວກທີ່ ເຂົາມາຫລິ້ນ ແລ້ວເຂົາຈະ ຢືມເງິນ ຢືມແລ້ວ ກໍແບບວ່າ ເຂົາຕ້ອງ ກໍານົດເຈົ້າຈັກມື້ ໃຫ້ເຈົ້າມາໄຖ່ ຫັ້ນນະ ສົມມຸດກາຍ ກໍານົດມື້ມາ ບໍ່ໄຖ່ເປັນເດືອນ ເປັນຫຍັງ ເຂົາກໍມາ ຂ້າແທ້ ຂ້າແບບ ປິດລັບ ຫັ້ນນະ ມີແຕ່ຄົນຈີນ ກັບຄົນຈີນ ເທົ່ານັ້ນ ແຫລະ ເຂົາມັກຂ້າກັນ".
ຄົນຜູ້ນັ້ນ ເວົ້າຕໍ່ ໄປວ່າ ຕາມທີ່ ລາວເອງ ໄດ້ຍິນ ຈາກຄົນລາວ ທີ່ເຄີຍ ເຂົ້າໄປຫລິ້ນ ໃນໂຮງ ຄາຊີໂນນັ້ນ ເວົ້າສູ່ຟັງວ່າ ມີກຸ່ມ ຊາວຈີນ ຄວບຄຸມ ຢູ່ຢ່າງ ຫຼວງຫຼາຍ ແຕ່ລະຄົນ ກໍມີ ອາວຸດ ປືນ. ການຂ້າຄົນ ພວກເຂົາ ກໍມີວິທີ ປົກປິດ ກົບເກື່ອນ ເປັນຢ່າງດີ, ມີທັງ ເອົາສົບ ໄປຖີ້ມ ໄປຝັງ ໃນບ່ອນ ລີ້ລັບ, ຊຸກເຊື່ອງ ຫຼັກຖານ ໃຫ້ໄກຕາ ເຈົ້າໜ້າທີ່ ຊອກບໍ່ເຫັນ.
ຄົນຫຼວງນໍ້າທາ ບອກວ່າ ຜູ້ຖືກຂ້າ ເທົ່າທີ່ຮູ້ມາ ແມ່ນ ນັກພະນັນ ຊາວຈີນ ຍັງບໍ່ມີ ຂໍ້ມູນ ວ່າມີ ນັກພະນັນ ຊາດອື່ນ ຫລື ນັກພະນັນ ຄົນລາວ ຖືກຂ້າຕາຍ ເທື່ອ. ປັຈຈຸບັນ ເຖິງແມ່ນວ່າ ໂຮງ ຄາຊີໂນ ບໍ່ເຕັນ ຈະມີບ່ອນ ໃຫ້ຫຼີ້ນ ໜ້ອຍລົງ ແຕ່ ຈໍານວນ ນັກພະນັນ ກໍບໍ່ໄດ້ ຫລຸດລົງ ຈື່ງມີ ເຫດຮ້າຍ ຂ້າກັນຕາຍ ຢູ່ຕລອດ. ເຂດ ເສຖກິດ ພິເສດ ມີການ ປົກຄອງ ແບບພິເສດ, ເຫດການ ເຣື່ອງຄາຕກັມ ອາຈສົ່ງ ຜົລກະທົບ ຕໍ່ທຸຣກິຈ ທ່ອງທ່ຽວ ຊຶ່ງ ສເລັ່ຽແລ້ວ ມີມື້ລະ 5 ພັນຄົນ ທີ່ເຂົ້າມາ ໃນ ຂ.ຫຼວງນໍ້າທາ.