ປະເທດນໍເວຊ່ວຍເຫຼືອ ການຮຽນເດັກນ້ອຍຊົນເຜົ່າ

ອົງການ Save the children ຂອງ ປະເທດ ນໍເວ ຊ່ວຍເຫລືອ ການສືກສາ ຂອງ ເດັກນ້ອຍ ຊົນເຜົ່າ.

0:00 / 0:00

ກົດຟັງສຽງ

ອົງການ ບໍ່ຂື້ນກັບ ຣັຖບານ Save the children ຈາກປະເທດ ນໍເວ ໄດ້ຊ່ວຍສ້າງ ໂຮງຮຽນ ສໍາລັບ ເດັກນ້ອຍ ຊົນເຜົ່າ ບ້ານຫາດຫ້ວຍ ແລະ ບ້ານຫ້ວຍໂພ ເມືອງປາກແບ່ງ ແຂວງ ຫລວງພຣະບາງ ເປັນທີ່ ຮຽບຮ້ອຍແລ້ວ ແລະ ເອກອັຄຣາຊທູດ ນໍເວ ປະຈໍາລາວ ກໍໄດ້ ເດີນທາງ ໄປຢ້ຽມຢາມ ໂຮງຮຽນ ດັ່ງກ່າວ ດ້ວຍຄວາມ ປື້ມປິຕິ ຍິນດີ. ຕາມລາຍງານ ຂອງໜັງສືພິມ ອອນລາຍ ScanAsia.com

ອົງການ Save the children ໄດ້ ປະຕິບັດ ວຽກງານ ຢູ່ ສປປ ລາວ ເປັນເວລາ 20 ກ່ວາປີ ມາແລ້ວ ແລະ ໄດ້ຈັດຕັ້ງ ໂຄງການ ລິເລີ້ມ ເພື່ອຊ່ວຍເຫລືອ ເດັກນ້ອຍ ຊົນເຜົ່າ ໃນລາວ ທີ່ ປາກພາສາ ລາວ ບໍ່ໄດ້ ເພື່ອຕຽມ ເຂົ້າໂຮງຮຽນ. ປັດຈຸບັນ ໂຄງການນີ້ ສຸມໃສ່ ການສືກສາ ເດັກນ້ອຍ ຕຣຽມ ເຂົ້າໂຮງຮຽນ ໃນ 3 ແຂວງ ຄື: ແຂວງ ໄຊຍະບູຣີ ຫລວງພຣະບາງ, ແລະ ແຂວງ ບໍຣິຄໍາໄຊ. ອົງການ Save the children ໄດ້ປຸກ ຫ້ອງຮຽນ ໃນເຂດ ສອກຫລີກ ຫ່າງໄກ, ຊ່ວຍດ້ານ ຝືກແອບ ນາຍຄູຣ ຊົນເຜົ່າ ໃນທ້ອງຖິ່ນ ເພື່ອໃຫ້ ເດັກນ້ອຍ ໄດ້ຮຽນ ພາສາລາວ ກ່ອນຈະເຂົ້າ ໂຮງຮຽນ ຊັ້ນປະຖົມ.

ການໄປ ຢ້ຽມຢາມ ໂຮງຮຽນ ຂອງ ເອກອັຄຣາຊທູດ ນໍເວ ປະຈໍາ ລາວ ທ່ານ Stale Risa ຮ່ວມກັບ ທ່ານ John Reinstein ຜູ້ອໍານວຍການ ອົງການ Save the children ມີຂື້ນ ໃນວັນທີ 2 ມິຖຸນາ ຊື່ງ ພວກທ່ານ ກໍມີຄວາມ ປະທັບໃຈ ທີ່ເຫັນ ເດັກນ້ອຍ ຊົນເຜົ້າ ມົ້ງ ແລະ ຂະໝຸ ຕື່ນເຕັ້ນ ໃນການ ຢາກຮຽນ ໜັງສື ໃນຫ້ອງຮຽນໃໝ່ ທີ່ຫາກໍສ້າງ ແລ້ວ.