ກົດຟັງສຽງ
ຈໍານວນ ຄົນຕິດເຊື້ອ HIV ໃນແຂວງ ບໍ່ແກ້ວ ເພີ້ມຂຶ້ນ ຊຶ່ງສ່ວນຫລາຍ ເປັນຄົນງານ ທີ່ເຄີຍ ໄປເຮັດວຽກ ຢູ່ນອກ ປະເທດ ແລະ ຕິດເຊື້ອ ກັບມາ ແລ້ວ ກໍຮູ້ສຶກ ຜິດ ປົກກະຕິ ໃນຮ່າງກາຍ ຈຶ່ງເຂົ້າ ກວດເລືອດ ທີ່ໂຮງໝໍ ແລະພົບວ່າ ໄດ້ຕິດ ເຊື້ອໂຣຄ ເອດສແລ້ວ ຈື່ງເຮັດໃຫ້ ແຂວງບໍ່ແກ້ວ ຕ້ອງໄດ້ ຂຍາຍສູນ ປິ່ນປົວ ຕື່ມອີກ ພາຍໃນແຂວງ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ສູນຕ້ານ ເອດສ ຂອງລາວ:
"ຢູ່ໃນ ໂຮງໝໍ ຂອງແຂວງ ແຕ່ວ່າ ຈະມີພຽງ ຢູ່ໜ້ອຍນຶ່ງ ທີ່ໃຫ້ການ ປິ່ນປົວ ດ້ວຍ ຢາຕ້ານ ບໍ່ແກ້ວ ນີ້ ກໍຈະມີ 2 ບ່ອນເນາະ ຢູ່ໃນ ຕົວເມືອງ ບໍ່ແກ້ວ ເນາະ ຄືຫ້ວຍຊາຍ ແລ້ວ ກໍຈະມີ ຢູ່ຕົ້ນເຜິ້ງ ເພາະວ່າ ຂ້າເຈົ້າ ຈະອອກໄປ ຂາຍແຮງງານ ຢູ່ ໄປໄທ ຫລືໄປບ່ອນ ອື່ນແລ້ວ ກັບມາ ແລ້ວກໍມີ HIV ມາໃນ ຣະຍະ ທໍາອິດ".
ໃນຈໍານວນ ຜູ້ຕິດເຊື້ອ HIV-AIDS ເປັນຜູ້ຊາຍ ຫລາຍກວ່າ ຜູ້ຍິງ ຊຶ່ງການ ແພ່ຣະບາດ ນັ້ນ ກໍໜ້າ ເປັນຫ່ວງ ເພາະຜູ້ ຕິດເຊື້ອ ສ່ວນຫລາຍ ບໍ່ຮູ້ໂຕ ຈຶ່ງບໍ່ໄດ້ ປ້ອງກັນ ແລະ ໄປຕິດຕໍ່ ໃສ່ຄົນໃນ ຄອບຄົວ ໂດຍສະເພາະ ຜູ້ເປັນ ເມັຽ.
ຈໍານວນ ຜູ້ຕິດເຊື້ອ HIV ໃນລາວ ເພີ່ມຂຶ້ນ ຢ່າງໜ້າ ເປັນຫ່ວງ ໃນຫລາຍປີ ຜ່ານມານີ້. ຕົວເລກ ທາງການ ໃນປີ 2010 ຣະບຸວ່າ ມີຜູ້ຕິດ ເຊື້ອ 4272 ຄົນ ຮວມທັງ ຜູ້ປ່ວຍ ເປັນເອດສ 2736 ຄົນ ແລະ ເສັຽຊີວິດ ແລ້ວ 1170 ຄົນ. ຖ້າຣັຖບານ ສາມາດ ເພີ້ມມາຕການ ໃນການກວດ ສຸຂພາບ ຄົນງານ ທີ່ກັບຈາກ ການໄປ ເຮັດວຽກ ຢູ່ນອກ ປະເທດ ນັ້ນ ກໍອາຈ ຈະຊ່ວຍ ຫລຸດຜ່ອນ ການແພ່ ຣະບາດ ຂອງເຊື້ອ HIV ໄດ້ ແຕ່ທີ່ ຜ່ານມາ ມາຕການ ກວດສຸຂພາບ ຄົນງານ ຍັງບໍ່ມີ ແລະ ຄົນງານ ລາວ ສ່ວນຫລາຍ ກໍບໍ່ມັກ ໄປກວດ ສຸຂພາບ.