ເຂື່ອນໄຊຍະບຸຣີ ຕ້ອງສໍາຣວດຜົລກະທົບ

ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ຍັງຈະ ດໍາເນີນ ຕໍ່ໄປ ແຕ່ຕ້ອງໄດ້ ສໍາຣວດ ຜົລກະທົບ ຕໍ່ສີ່ງ ແວດລ້ອມ ເພີ້ມເຕີມ.

0:00 / 0:00

ກົດຟັງສຽງ

ໂຄງການ ສ້າງເຂື່ອນ ໄຟຟ້າ ໄຊຍະບຸຣິ ໄດ້ເລື່ອນ ເວລາ ອອກໄປ ຊົ່ວຣະຍະນື່ງ ຫລັງຈາກ ກອງປະຊຸມ ຄນະກັມມະທິການ ແມ່ນ້ຳຂອງ ໃນວັນທີ 19 ເມສາ ຜ່ານມາ ທີ່ປະເທດ ສະມາຊິກ ລຸ່ມ ແມ່ນ້ຳຂອງ 3 ປະເທດ, ກຳພູຊາ ວຽດນາມ ແລະ ໄທ ສະແດງຄວາມ ເປັນຫວ່ງ ຕໍ່ຜົລກະທົບ ຕໍ່ສີ່ງ ແວດລ້ອມ ໃນປະເທດ ຂອງຕົນ, ຈື່ງຢາກໃຫ້ມີ ການສືກສາ ຜົລກະທົບ ຕໍ່ສີ່ງແວດລ້ອມ ເພີ້ມເຕີ່ມ ຊື່ງທາງການລາວ ກໍປະຕິບັດ ຕາມ. ດັ່ງເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນື່ງ ເວົ້າວ່າ: ---ສຽງ---

ໃນຂນະດຽວກັນ ບໍຣິສັດ ຊໍ ການຊ່າງ ຂອງໄທ ຜູ້ທີ່ໄດ້ຮັບ ສັມປະທານ ໃນການກໍ່ສ້າງ ເຂື່ອນ ດັ່ງກ່າວ, ໃນອາທິດ ທີ່ຜ່ານມາ ກໍ່ປະກາດ ວ່າຍັງຈະ ດຳເນີນ ງານກໍ່ສ້າງ ເຂື່ອນ ໄຊຍະບຸຣີ ຕໍ່ໄປ ແລະ ທະນາຄານ ເງິນກູ້ ຂອງໄທ ກໍ່ພ້ອມທີ່ຈະ ປ່ອຍເງີນກູ້ໃຫ້ ໂຄງງການ ດັ່ງກ່າວ ຖ້າ ຣັຖບານລາວ ຫາກອະນຸມັດ ການກໍ່ສ້າງ. ເຈົ້າຫນ້າທີ່ ທ່ານນັ້ນ ເວົ້າເພີ້ມວ່າ: ---ສຽງ---

ເພື່ອປະຕິບັດ ຕາມ ນະໂຍບາຍ ການເປັນ ເພື່ອນບ້ານທີ່ດີ ກັບປະເທດ ໃກ້ຄຽງ, ຣັຖບານລາວ ຈື່ງຈະທົບທວນ ແລະ ສຳຣວດ ຜົລກະທົບ ຕໍ່ສີ່ງ ແວດລ້ອມ ເພີ້ມເຕີມ. ຈະຈ້າງ ນັກຊ່ຽວຊານ ຈາກຕ່າງ ປະເທດ ມາດຳ ເນີນງານ.