ກົດຟັງສຽງ
ເຈົ້າຫນ້າທີ່ ກະສີກັມ ທີ່ແຂວງ ຫລວງພຣະບາງ ທ່ານນື່ງ ເວົ້າວ່າ ຍ້ອນມີ ສັດຕຣູພືດ ເຂົ້າມາທຳລາຍຜົລຜລີດ ໃນຫລາຍພື້ນທີ່ ໃນແຂວງ ຫລວງພຣະບາງ ຊາວກະສີກອນ ບາງກຸ່ມ ຈື່ງຈຳເປັນຕ້ອງໃຊ້ ຢາປາບສັດຕຣູພືດ ທີ່ມີສານເຄມີ ເຖີງແມ່ນວ່າ ຈະເປັນການທຳລາຍ ສີ່ງແວດລ້ອມ ແລະສົ່ງຜົລະທົບ ຕໍ່ສັດສາວາສີ່ງ ຫລືມະນຸດກໍ່ຕາມ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ແນ່ນອນຕ້ອງມີ ແຕ່ວ່າຊີ່ຈຳເປັນ ເພາະວ່າມັນຕ້ອງໄດ້ໃຊ້ ເພາະວ່າ ມັນແກ້ທັນກັບ ບັນຫາ ຕົວຜົລກະທົບສ່ວນຫລາຍ ກໍ່ຊີ່ແມ່ນ ສານເຄມີຕົກຄ້າງ ບໍ່ຮູ້ວ່າມັນ ຕົກຄ້າງແນວໃດ ແຕ່ວ່າກໍ່ຕ້ອງໄດ້ໃຊ້ມັນ ຈຳເປັນ ເພາະວ່າຜົລຜລິດ ສັດຕຣູມັນ ທຳລາຍຫລາຍແລ້ວ ເຮົາຈຳເປັນຕ້ອງໄດ້ໃຊ້".
ເຈົ້າຫນ້າທີ່ທ່ານນັ້ນ ກ່າວຕໍ່ໄປວ່າ ຊາວກະສີກອນ ຈຳເປັນຕ້ອງໃຊ້ ສານເຄມີ ບໍ່ດ່ັງນັ້ນ ການເກັບກ່ຽວ ກໍ່ຈະບໍ່ໄດ້ຜົລ ແຕ່ກໍ່ຮູ້ວ່າ ເປັນການທຳລາຍ ສີ່ງແວດລ້ອມ ແລະສັດສາວາສີ່ງ ແຕ່ມັນກໍ່ຈຳເປັນ ເພາະບໍ່ມີທາງເລືອກ. ການຣະບາດ ຂອງສັດຕູພືດ ໃນປີນີ້ ແຜ່ລາມໄປຢ່າງ ວ່ອງໄວ ເຮັດໃຫ້ຜົລປູກເສັຽຫາຍ ຫລາຍພໍສົມຄວນ ຖ້າບໍ່ມີການ ກຳຈັດ ດ້ວຍສານເຄມີ.
ການໃຊ້ສານເຄມີ ໃນການກຳຈັດ ສັດຕຣູພືດ ເປັນບັນຫາໃນຫລາຍປະເທດ ບໍ່ວ່າແຕ່ໃນລາວ ເພາະສານດັ່ງກ່າວ ຈະໄຫລລົງໃສ່ແມ່ນ້ຳ ລຳທານ ບ່ອນທີ່ປະຊາຊົນ ແລະ ສັດໄປດື່ມໄປກິນ ຈະເປັນອັນຕຣາຍ ຕໍ່ສີ່ງທີ່ມີຊີວີດໃນຂົງເຂດແຫ່ງນັ້ນ ຮ່ວມດ້ວຍການທຳລາຍ ແມ່ນ້ຳລຳທານ ນຳອີກ. ບໍ່ແມ່ນແຕ່ສະເພາະ ແຂວງຫລວງພຣະບາງ ຍັງມີຫລາຍແຂວງ ຍັງໃຊ້ສານເຄມີ ໃນການກະເສດຢູ່ ເພາະການກຳຈັດ ສັດຕຣູພືດ ແບບທັມມະຊາດ ນັ້ນ ບໍ່ໄດ້ຜົລ.