ທາງການລາວ ເພີ້ມກໍາລັງປ້ອງກັນ

ແນວລາວ ສ້າງຊາດ ຈະເພີ້ມ ກໍາລັງ ປ້ອງກັນ ຄວາມສງົບ ແລະ ແກ້ໄຂ ບັນຫາ ກຸ່ມຄົນ ທີ່ ບໍ່ເຫັນດີ ນໍາ ຣັຖບານ.

0:00 / 0:00

ກົດຟັງສຽງ

ແນວລາວ ສ້າງຊາດ ວາງ ນະໂຍບາຍ ທີ່ຈະ ສະກັດກັ້ນ ກຸ່ມຄົນ ທີ່ທາງການ ລາວ ເອີ້ນວ່າ ກຸ່ມຄົນບໍ່ດີ ຫລື ກຸ່ມຄົນ ທີ່ບໍ່ຫວັງດີ ຕໍ່ ຣັຖບານ ລາວ ທີ່ອາດ ເຂົ້າມາສ້າງ ຄວາມປັ່ນປ່ວນ ໃນປະເທດ ຍ້ອນວ່າ ລາວ ກໍາລັງ ຈະເປີດກວ້າງ ກ້າວໄປສູ່ ການພັທນາ ເປັນປະເທດ ອຸດສາຫະກັມ. ເຈົ້າໜ້າທີ່ ແນວລາວ ສ້າງຊາດ ຜູ້ນຶ່ງ ເວົ້າວ່າ:

"ຮັບປະກັນ ໃຫ້ ນະຄອນຫລວງ ມີ ສະເຖັຍຣະພາບ ທາງດ້ານ ການເມືອງ ສັງຄົມ ມີ ຄວາມສງົບ ເປັນລະບຽບ ຮຽບຮ້ອຍ ຕ້ານສະກັດກັ້ນ ປາກົດການ ຫຍໍ້ທໍ້ຕ່າງໆ ໃຫ້ມີການ ຫັນປ່ຽນ ໜັກແໜ້ນ ມີສະຕິ ຣະວັງ ຕົວ ຕໍ່ເລ້ຫລ່ຽມ ອຸບາຍ ຂອງພວກ ບໍ່ຫວັງດີ".

ບັນຫາ ການເຄື່ອນໄຫວ ຂອງ ກຸ່ມຄົນ ທີ່ບໍ່ຫວັງດີ ເປັນບັນຫາ ສໍາຄັນ ທີ່ທາງການ ກ່ຽວຂ້ອງ ຕ້ອງເອົາ ໃຈໃສ່ ວາງແຜນ ປ້ອງກັນ ແລະ ສະກັດກັ້ນ ຢ່າງຮອບຄອບ. ບຸກຄົນ ດັ່ງກ່າວ ຈະຮວມທັງຄົນ ຕ່າງຊາດ, ຄົນຕ່າງຖິ່ນ ແລະ ບຸກຄົນທີ່ ມີແນວຄິດ ທີ່ແຕກຕ່າງ ກັບ ຣະບອບ ການເມືອງ ໃນປັດຈຸບັນ. ບຸກຄົນ ທີ່ກ່າວ ມານີ້ ເມື່ອເຂົ້າມາ ຢູ່ໃນລາວ ຈະຕ້ອງຖືກ ກວດສອບ ແລະ ຕິດຕາມ ຢ່າງລະອຽດ ເພື່ອບໍ່ໃຫ້ ສ້າງບັນຫາ ພາຍໃນ ໄດ້.

ນອກຈາກນັ້ນ ທາງການລາວ ຍັງຈະ ພຍາຍາມ ແກ້ໄຂ ບັນຫາ ແລະ ປ່ຽນແປງ ແນວຄິດ ຂອງ ກຸ່ມຊົນເຜົ່າ ບາງກຸ່ມ ທີ່ຍັງມີ ຄວາມຄິດທີ່ ແຕກຕ່າງ ກັບ ລະບົບ ການປົກຄອງ ໃນ ປັດຈຸບັນ, ຊຶ່ງແນວລາວ ສ້າງຊາດ ຈະເປັນ ພາກສ່ວນ ດໍາເນີນງານ ນີ້ກ່ອນ.