ປອຍຣີແຈ້ງເຈຕຈໍານົງ ເຣື່ອງສ້າງເຂື່ອນ

ບໍຣິສັດ Poyry ໃຫ້ຄຳຕອບ ກ່ຽວກັບ ບົດບາດ ຂອງຕົນ ໃນໂຄງການ ສ້າງເຂື່ອນ ໄຊຍະບູຣີ.

0:00 / 0:00

ຄວາມຂັດແຍ່ງ ກ່ຽວກັບ ໂຄງການເຂື່ອນ ໄຊຍະບູຣີ ໄດ້ແຜ່ລາມໄປຮອດ ປະເທດ ຟິນແລນ. ໃນຕົ້ນເດືອນນີ້ ບໍຣິສັດ ວິສາວະກັມ ກໍ່ສ້າງ ປອຍຣີ ໄດ້ອອກ ຖແລງການ ປະຕິເສດ ກ່ຽວກັບການ ກະທຳໃດໆ ທີ່ບໍ່ຖືກຕ້ອງ ໃນໂຄງການເຂື່ອນ ໄຊຍະບູຣີ ໃນສປປລາວ. ຖແລງການ ດັ່ງກ່າວ ແມ່ນເພື່ອຕອບໂຕ້ ການປະນາມ ຣັຖບານ ຟິນແລນ ໃນເດືອນ ມິຖຸນາ ໂດຍກຸ່ມຊຸມຊົນ ແມ່ນ້ຳຂອງ 15 ກຸ່ມ ທີ່ຮ່ວມທັງ ອົງການ ແມ່ນ້ຳສາກົນ ທີ່ກ່າວຫາວ່າ ບໍຣິສັດ ປອຍຣີ ປະພຶດຕົນ ບໍ່ເຫມາະສົມ ທາງດ້ານ ຈາຣະຍະທັມ ໃນຂົງເຂດ ແມ່ນ້ຳຂອງ.

ການປະນາມ ໄດ້ເຈາະຈົງ ໃສ່ບົດບາດ ຂອງບໍຣິສັດ ປອຍຣີ ໃນການເຂົ້າມາ ພົວພັນ ໃນຄວາມຂັດແຍ່ງ ຣະຫວ່າງ ສປປລາວ ໄທ ກຳພູຊາ ແລະ ວຽດນາມ ກ່ຽວກັບ ໂຄງການ ເຂື່ອນ ໄຊຍະບູຣີ ວ່າຈະສ້າງ ຫລືບໍ່ສ້າງ. ການປະນາມ ຣະບຸວ່າ ພຶດຕິກັມ ຂອງ ບໍຣິສັດ ປອຍຣີ ໃນຊ່ວງທີ່ມີ ຄວາມຂັດແຍ່ງ ເປັນການຝ່າຝືນ ກົດຣະບຽບ ມາຕຖານ ຄວາມຮັບຜິດຊອບ ຂອງ ບໍຣິສັດສາກົນ ໃນການ ປະຕິບັດ ຫນ້າທີ່ ເຊັ່ນໂຕຢ່າງ ໃນເດືອນສິງຫາ ປີ 2011 ບໍຣິສັດປອຍຣີ ໄດ້ລາຍງານ ຕໍ່ຣັຖບານ ສປປລາວ ກ່ຽວກັບ ການປະເມີນຜົລ ໂຄງການເຂຶ່ອນ ໄຊຍະບູຣີ ວ່າເປັນໄປຕາມ ມາຕຖານ ໃນການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ທີ່ກຳນົດໄວ້ ຈາກຄນະກັມມະທິການ ແມ່ນ້ຳຂອງ.

ບົດລາຍງານ ຈາກ ບໍຣິສັດປອຍຣີ ຍັງໄດ້ສລຸບວ່າ ໂຄງການເຂຶ່ອນ ໄຊຍະບູຣີ ຖືກຕ້ອງຕາມ ມາຕຖານ ທຸກຢ່າງ ແລະການກໍສ້າງ ຄວນເດີນຫນ້າ ແຕ່ໃນຊ່ວງ ທີ່ຈະມີການ ກໍ່ສ້າງ ບໍຣິສັດປອຍຣີ ໄດ້ເຮັດວຽກ ໃນນາມນັກ ວິສວະກອນ ຂອງໂຄງການ.