290 ຄອບຄົວ ທີ່ເສຍດິນ ໃຫ້ທາງລົດໄຟ ລາວ-ຈີນ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ

ອຸ່ນແກ້ວ
2025.01.09
290 ຄອບຄົວ ທີ່ເສຍດິນ ໃຫ້ທາງລົດໄຟ ລາວ-ຈີນ ຍັງບໍ່ໄດ້ຮັບ ຄ່າຊົດເຊີຍ ຂົວເສັ້ນທາງ ລົດໄຟລາວ-ຈີນ ທີ່ພວມຈະຜ່ານ ອຸໂມງພູດຳ ບ້ານພູດຳ, ເມືອງຊຽງເງິນ ແຂວງຫຼວງພຣະບາງ. ເດືອນສິງຫາ 2023
RFA

ທາງລົດໄຟລາວ-ຈີນ ໄດ້ດໍາເນີນການມາ ໄດ້ປະມານ 3 ປີ ແລ້ວ, ແຕ່ ປະຊາຊົນ 290 ຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ທາງລົດໄຟລາວ-ຈີນ ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ. ການຈ່າຍຊົດເຊີຍ ຍັງບໍ່ທັນຕົກລົງກັນໄດ້ ຍ້ອນວ່າ ປະຊາຊົນ ທີ່ໄດ້ຮັບຜົນກະທົບ, ເຊິ່ງສ່ວນຫຼາຍ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ເຫັນວ່າ ຄ່າຊົດເຊີຍຕໍ່າ. ເຈົ້າໜ້າທີ່ ກ່ຽວຂ້ອງທ່ານໜຶ່ງ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 9 ມັງກອນ ວ່າ:

“ທັງໝົດນ່າ ມີທັງໂຕໃໝ່, ໂຕເກົ່າ. ຈໍານວນໜຶ່ງ ຢູ່ນະຄອນຫຼວງ ຫັ້ນຫຼາຍ, ຈໍານວນໜຶ່ງ ເຂົາບໍ່ຍອມຮັບເອົາມູນຄ່າ. ດຽວນີ້ ຄິດໃໝ່ຄ້າງມາ ຂະເຈົ້າສະເໜີ ມາຕາມຫຼັງ ທີ່ເຮົາໄດ້ນໍາໃຊ້ ເສັ້ນທາງລົດໄຟລາວ-ຈີນ ເນາະ, ມັນລະມີບັນຫາ ຕາມມາ ເປັນຕົ້ນວ່າ ເສັ້ນທາງຊອຍ ເຂົ້າແຕ່ລະບ້ານຫັ້ນ ເພາະວ່າ ເຮົາຕັດທາງເຂົາເຈົ້າເດ້ເນາະ.”

ປັດຈຸບັນ, ລັດຖະບານ ກໍາລັງປຶກສາຫາລື ກັບບໍລິສັດ ທາງລົດໄຟລາວ-ຈີນ ເພື່ອລົງສໍາຫຼວດ-ກວດກາ ເກັບກໍາຂໍ້ມູນ ເພື່ອກຽມຊົດເຊີຍ ປະຊາຊົນ ທີ່ຍັງບໍ່ທັນໄດ້ຮັບ ຄ່າຊົດເຊີຍ. ບັນຫາທີ່ຍັງຕົກລົງກັນບໍ່ໄດ້ ກໍຄື ຖ້າມີການຈ່າຍ ຄ່າຊົດເຊີຍ ໃຫ້ຜູ້ໃໝ່ ສູງກວ່າຜູ້ທີ່ໄດ້ຮັບໄປແລ້ວ ກ່ອນໜ້ານີ້ ແລ້ວຈະມີ ຜູ້ທີ່ໄດ້ຮັບໄປແລ້ວ ກັບຄືນມາທວງອີກ, ເຊິ່ງຈະເຮັດໃຫ້ ບັນຫາມັນບໍ່ຈົບ. ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມອີກວ່າ:

“ຜ່ານມາ, ເຮົາກໍໄດ້ຊົດເຊີຍແລ້ວ ຄັນຖ້າເຮົາຈະແກ້ໃຫ້ ຜູ້ບໍ່ຍອມຮັບນັ້ນ ຫຼາຍກວ່າ ຜູ້ທີ່ເອົາໄປແລ້ວເນາະ, ໝໍນັ້ນ ກໍຈະຟື້ນຄືນ ຂ້ອຍກໍບໍ່ເອົາ, ຂ້ອຍກໍຢາກໄດ້ສ່ຳຜູ້ໃໝ່ນີ້, ບໍ່ແລ້ວຈັກເທື່ອ, ວ່າຊັ້ນສາ. ເຮົາກໍພະຍາມຍາມ ແກ້ໃຫ້ມັນຖືກຕ້ອງເນາະ. ປັດຈຸບັນນີ້, ເຮົາຍັງດໍາເນີນການຢູ່, ໂຕຊົດເຊີຍທາງອ້ອມ ເຮົາກໍໄດ້ນໍາສະເໜີ ໃຫ້ທາງບໍລິສັດ ລົດໄຟລາວ-ຈີນ ເຂົາເຈົ້າກໍຊ່ວຍ.”

cover news1 250109.JPG

ປາກອຸໂມງພູດຳ ບ້ານພູດຳ, ເມືອງຊຽງເງິນ ແຂວງຫຼວງພຣະບາງ. ເດືອນສິງຫາ 2023 Credit photos: (RFA)

ຊາວບ້ານ ຜູ້ທີ່ບໍ່ຍອມຮັບ ຄ່າຊົດເຊີຍ ຍ້ອນເຂົາເຈົ້າເຫັນວ່າ ຄ່າຊົດເຊີຍ ສໍາລັບດິນນາ-ດິນສວນ ແລະ ຕົ້ນໄມ້ກິນໝາກ ຕໍ່າເກີນຄວາມເປັນຈິງ. ຊາວບ້ານທ່ານໜຶ່ງ ໄດ້ກ່າວວ່າ:

“ແມ່ນແຫຼະ, ຍັງບໍ່ຄົບ ຍັງຈໍານວນໜຶ່ງ ຄືວ່າ ຫັ້ນແຫຼະ ກໍຈະແມ່ນເຂົາເຈົ້າ ກໍຈະຂັດ ເລື່ອງລາຄາຫັ້ນແຫຼະ. ຫຼັກໆ, ມັນລາຄາ ການປະເມີນລາຄາຫັ້ນ ເຂົາໄລ່ລາຄາຕໍ່າ, ແຕ່ສ່ວນຫຼາຍ ແມ່ນດິນນາ ນີ້ແຫຼະ ດິນສວນ ບາງເຈົ້າ ກໍແມ່ນຕົ້ນໄມ້ກິນໝາກ.”

ໂຄງການທາງລົດໄຟລາວ-ຈີນ ຍັງບໍ່ທັນຈ່າຍຄົບ ຍ້ອນວ່າ ຊາວບ້ານ ເຫັນວ່າ ຄ່າຊົດເຊີຍ ມັນຕໍ່າຈົນເກີນໄປ ແລະ ກາຍເປັນເລື່ອງຄ້າງຄາ ມາຈົນເຖິງປັດຈຸບັນ. ເຈົ້າໜ້າທີ່ທ້ອງຖິ່ນ ທ່ານໜຶ່ງ ໄດ້ກ່າວວ່າ:

“ຜົນກະທົບ ຂອງທາງລົດໄຟນີ້, ການຊົດເຊີຍ ອັນນັ້ນ ຍັງບໍ່ຄົບເທື່ອ, ລາຄາມັນຕໍ່າແຮງ. ເຂົາມາໄກ່ເກັ່ຍ, ມາສໍາຫຼວດ, ມາແທກ, ມາອັນນັ້ນ ປະຊາຊົນ ກໍຂັດຂ້ອງ.”

ອີງຕາມຂໍ້ມູນ ຈາກຊາວບ້ານ, ຊາວບ້ານຕ້ອງການ ຄ່າຊົດເຊີຍ 250,000 ກີບ ຕໍ່ແມັດກາເລ້ ສໍາລັບດິນ ທີ່ຢູ່ໃກ້ແຄມຖະໜົນ 450 ປີ. ສ່ວນວ່າ ໂຄງການຈ່າຍໃຫ້ເຂົາເຈົ້າ ພຽງແຕ່ 150,000 ກີບ ຕໍ່ແມັດກາເລ້. ມີຈໍານວນຄອບຄົວ ທີ່ໄດ້ຮັບຜົນກະທົບ ຈາກໂຄງການ ທາງລົດໄຟລາວ-ຈີນ ທັງໝົດ ປະມານ 6,700 ຄອບຄົວ.

ທີ່ຜ່ານມາ, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານວ່າ ສໍາລັບໂຄງການ ທາງລົດໄຟລາວ-ຈີນ ເລີ່ມຕົ້ນ ຢູ່ນະຄອນຫຼວງວຽງຈັນ ຜ່ານ ແຂວງວຽງຈັນ, ແຂວງຫຼວງພຣະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ ມີຕອນດິນ ທີ່ໄດ້ຮັບຜົນກະທົບ ທັງໝົດ 8,472 ຕອນ. ຊົດເຊີຍແລ້ວ 8,182 ຕອນ ແລະ ເນື້ອທີ່ດິນ ໄດ້ຮັບຜົນກະທົບ ທັງໝົດ ປະມານ 2,538 ເຮັກຕ້າ. ມີຄວາມຍາວ ທັງໝົດ 400 ກວ່າກິໂລແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.