ຟາມໝູຈີນ ຫາວເຫວີນ ຢູ່ຊຽງຂວາງ ກະທົບ ສິ່ງແວດລ້ອມ

ອຸ່ນແກ້ວ
2019.12.27
ຟາມລ້ຽງໝູ ບ້ານທົ່ງນາແປນ ເມືອງທຸລະຄົມ ແຂວງວຽງຈັນ
ຮູບພາບຈາກ : ນັກຂ່າວພົລເມືອງ

ຟາມ​ໝູ ​ຂອງ​ບໍ​ຣິ​ສັດ ຫາວ​ເຫວີນ ຂອງ​ຈີນ ຢູ່​ບ້ານ​ດູ່​ຊາງ, ເມືອງ​ແປກ ແຂວງ​ຊຽງ​ຂວາງ  ສົ່ງ​ກິ່ນ​ເໝັນ ​ລົບ​ກວນ​ປະ​ຊາ​ຊົນ ແລະ ຍັງ​ມີ​ການ ​ປ່ອຍ​ນ້ຳ​ຂີ້​ໝູ ​ລົງ​ສູ່​ຫ້ວຍ​ນ້ຳ ​ອີກ. ປະ​ຊາ​ຊົນ ຜູ້​ທີ່​ໄດ້​ຮັບ ​ຜົລ​ກະ​ທົບ ຮຽກ​ຮ້ອງ​ໃຫ້ ເຈົ້າ​ໜ້າ​ທີ່ ​ທາງ​ການ​ ລົງ​ມາ​ແກ້​ໄຂ, ດັ່ງ​ປະ​ຊາ​ຊົນ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ ວ່າ:

“ຢໃຫ້ທາງຂແນງການ ທີ່ວ່າກ່ຽວຂ້ອງ ລົງມາເກັບກັມ ຂໍ້ມູນ ແລ້ວໄປເບິ່ງ. ຄັນມື້ໃດແດດອອກເຕັມຟ້າ ມື້ໃດແຮງໆນະ ຄ່ຳແລ້ວຝົນຕົກ ກິ່ນເໝັນ ຈະພຸ້ງກະຈາຍໄປທົ່ວບ້ານເລີຍ. ເຮັດແບບ ປົກກະຕິຢູ່ໃກ້ບ້ານ ພໍ່ແມ່ປະຊາຊົນ ເຮົານີ້ນະ.”

ທ່ານກ່າວ​ຕື່ມ​ວ່າ ນັບ​ແຕ່ ບໍ​ຣິ​ສັດ ​ຫາວ​ເຫວີນ ຂອງ​ຈີນ ເຂົ້າ​ມາ ສັມ​ປະ​ທານ ​ທີ່​ດິນ​ເຂດ​ບ້ານ ດູ່ຊາງ ເພື່ອ​ເຮັດ​ຟາມ​ໝູ ໃນ​ປີ 2014 ເປັນ​ຕົ້ນ​ມາ, ກໍ​ສົ່ງ​ກິ່ນ​ເໝັນ ຈາກ​ຂີ້​ໝູ ແລະ ສົ່ງ​ສຽງ​ດັງ​ ​ລົບ​ກວນ​ ຊາວ​ບ້ານ. ໃນ​ເວ​ລາ ​ທີ່​ຝົນ​ຕົກ ຟາມ​ແຫ່ງນີ້​ ຍິ່ງ​ຈະ​ສົ່ງ​ ກິ່ນ​ເໝັນ​ ແຮງ​ກ່​ວາ​ເກົ່າ ຍ້ອນ​ວ່າ ເຈົ້າ​ຂອງ​ຟາມ ​ປ່ອຍ​ນ້ຳ​ຂີ້​ໝູ ​ລົງ​ໃສ່​ຫ້ວຍ​ນ້ຳ.

ທີ່​ຜ່າ​ນ​ມາ, ອຳ​ນາດ​ ການ​ປົກ​ຄອງບ້ານ ​ກໍ​ເຄີຍໄປ​ລົມ ​ກັບ​ບໍ​ຣິ​ສັດ​ແລ້ວ ເພື່ອ​ໃຫ້​ແກ້​ໄຂ ​ບັນ​ຫາ​ກິ່ນ​ເໝັນ, ແຕ່​ບໍ​ຣິ​ສັດ ​ບໍ່​ເຮັດ​ຫ​ຍັງ.

ແຕ່​ວ່າ ເຈົ້າ​ໜ້າ​ທີ່ ​ກະ​ສິ​ກັມ ແລະ ປ່າ​ໄມ້ ​ເມືອງ​ແປກ ໄດ້​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີ​ວ່າ:

“ຕາມການກວດກາ ນງການ ກ່ຽວຂ້ອງ ກໍມີວິທີ ແກ້ໄຂ. ມີການກວດກາ ມີການສ້າງບົດບັນທຶກກັນ ແກ້ໄຂກັນແລ້ວ. ຂ້ອຍກໍໄດ້ພະຍາຍາມລົງແກ້ກັນ, ໃຫ້ເປັນປົກກະຕິຕໍ່ເນື່ອງມາ.”

ເຈົ້າ​ໜ້າ​ທີ່​ ກ່າວ​ຕື່ມ​ວ່າ ຕາມ​ບົດ​ບັນ​ທຶກ​ກັນ ​ໃນ​ປີ 2018 ກ່ຽວ​ກັບ ເຣື້ອງ​ຟາມ​ໝູ ທີ່​ສົ່ງ​ກິ່ນ​ເໝັນ ​ຕໍ່​ປະ​ຊາ​ຊົນ, ບໍ​ຣິ​ສັດ ​ຈະ​ມີ​ເວ​ລາ ​ແກ້​ໄຂ 2 ປີ ຄື ໃນ​ປີ 2021 ຖ້າ​ ບໍ​ຣິ​ສັດ ຍັງ​ແກ້​ໄຂ​ ບັນ​ຫາ ບໍ່​ໄດ້ ທາງ​ການ ​ກໍ​ຈະ​ ພິ​ຈາ​ຣະ​ນາ ​ເຣື້ອງ​ການ​ໃຫ້​ ສັມປະ​ທານ ​ເຮັດ​ຟາມ​ໝູ ໃນ​ເວ​ລາ ​ທີ່​ບໍ​ຣິ​ສັດ ​ໝົດ​ອາ​ຍຸ ​ສັມປະ​ທານ ​ໃນ​ປີ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.