ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ຈົນກະທົບຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານ ຈຶ່ງຊາວບ້ານ ຮຽກຮ້ອງໃຫ້ທາງການລາວ ຊ່ວຍແກ້ໄຂບັນຫາ

ສຸພັດຕາ/ເພັດສະຫຍາມ
2025.01.31
ສວນກ້ວຍຈີນ ຈົກດິນຕັນຫ້ວຍນ້ຳເທົາ ຈົນກະທົບຕໍ່ຊີວິດ ການເປັນຢູ່ ຂອງຊາວບ້ານ ຈຶ່ງຊາວບ້ານ ຮຽກຮ້ອງໃຫ້ທາງການລາວ ຊ່ວຍແກ້ໄຂບັນຫາ ສາຍນ້ຳເທົາ ເຂດບ້ານຫາດທາ, ເມືອງແກ້ວອຸດົມ ແຂວງວຽງຈັນ ຖືກບໍລິສັດ ສວນກ້ວຍຈີນ ຕັນແລວນ້ຳ ຈົນນ້ຳບົກແຫ້ງ ຊາວບ້ານບໍ່ສາມາດ ພາຍເຮືອສັນຈອນ ແລະ ໃຊ້ນ້ຳໄດ້. ວັນທີ 25 ເດືອນມັງກອນ 2025.
ຮູບພາບຈາກພົນລະເມືອງ

ຊາວບ້ານ ບ້ານຫາດທາ ເມືອງແກ້ວອຸດົມ ແຂວງວຽງຈັນ ຮຽກຮ້ອງໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍແກ້ໄຂບັນຫາ ກໍລະນີ ສວນກ້ວຍຂອງຄົນຈີນ ຈົກດິນຕັນຫ້ວຍນ້ຳເທົາ ເຮັດໃຫ້ສາຍນ້ຳເທົາ ບົກແຫ້ງ ກະທົບຕໍ່ການດຳລົງຊີວິດ ຂອງຊາວບ້ານໃນພື້ນທີ່ຢ່າງໜັກ ທັງເລື່ອງການເດີນທາງໄປໄຮ່-ໄປສວນ, ການຫາປາ ແລະ ການລ້ຽງສັດ,

ດັ່ງຊາວລາວ ທ່ານນີ້ ຢູ່ບ້ານຫາດທາ ເມືອງແກ້ວອຸດົມ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມັງກອນ ນີ້ວ່າ:

“ຖືກຄວາມເດືອດຮ້ອນຫັ້ນນ່າ ເພາະວ່າເຂົາອັດທາງ ທຽວໄປໄຮ່-ໄປນາ ທາງໄປສວນ ແລ້ວກະບ່ອນງົວກິນນ້ຳບ່ອນໜຶ່ງ ຢູ່ທາງກ້ອງຫັ້ນ ມີຄວາມເດືອດຮ້ອນຫຼາຍ ເພາະວ່າ ບໍ່ມີຜູ້ໃດລົງມາແກ້ໄຂໃຫ້ນ່າ ຫາກະຕັນ ໄດ້ປະມານເດືອນ ສວນກ້ວຍຕົວນີ້ ຫາກະເຮັດ ຕອນຫວ່າງເດືອນ 6 ປີຜ່ານມານີ້.”

ຊາວບ້ານທ່ານນີ້ ກ່າວອີກວ່າ ສວນກ້ວຍຈີນແຫ່ງນີ້ ໄດ້ເຂົ້າມາລົງທຶນ ຊ່ວງເດືອນມິຖຸນາ ປີ 2024 ທີ່ຜ່ານມາ ຈົນກະທັ້ງ ມີການຈົກເອົາດິນ ມາຕັນທາງນ້ຳໄຫຼ ຊ່ວງຫຼັງປີໃໝ່ສາກົນນີ້. ພາຍຫຼັງມີການຕັນນ້ຳແລ້ວ ກໍເຮັດໃຫ້ຊາວບ້ານ ໄດ້ຮັບຜົນກະທົບ ເພາະສາຍນ້ຳເທົາແຫ່ງນີ້ ເປັນແຫຼ່ງນ້ຳ ຫາຢູ່ຫາກິນ ແລະລ້ຽງສັດ ໃນຊ່ວງລະດູແລ້ງ.

ຊາວລາວອີກທ່ານໜຶ່ງ ຢູ່ບ້ານຫາດທາ ເມືອງແກ້ວອຸດົມ ກ່າວວ່າ ນັບແຕ່ມີສວນກ້ວຍຂອງຄົນຈີນ ເຂົ້າມາສຳປະທານ ປູກກ້ວຍໃນພື້ນທີ່ ເປັນຈຳນວນຫຼາຍພັນເຮັກຕາ ກໍມີຜົນກະທົບເກີດຂຶ້ນ ທັງຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງໜັກ ໂດຍສະເພາະ ເລື່ອງສານເຄມີຈາກສວນກ້ວຍ ນັບມື້ຈະທະວີຄວາມຮຸນແຮງຂຶ້ນ , ດັ່ງຊາວລາວທ່ານນີ້ ກ່າວວ່າ:

“ດຽວນີ້ ໂອ້…ແຮງມີຜົນກະທົບຫຼາຍແນວເນາະ ຕົ້ນຕໍກະແມ່ນ ມີສວນກ້ວຍຈີນ ຢູ່ນຳຫັ້ນເນາະ ແຮງໜັກໜ່ວງເນາະ ປະຊາຊົນຢູ່ພາຍໃນບ້ານຫັ້ນກະ ໄດ້ຮັບຜົນກະທົບ ເຮົາກະບໍ່ໄດ້ໃສ່ຮ້າຍປ້າຍສີ.”

ກ່ຽວກັບເລື່ອງນີ້ ເຈົ້າໜ້າທີ່ຫ້ອງການ ຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ເມືອງແກ້ວອຸດົມ ແຂວງວຽງຈັນ ກ່າວວ່າ ໄດ້ເຫັນບັນຫາແລ້ວ ຕາມທີ່ຊາວບ້ານ ນຳໄປໂພສຜ່ານສື່ສັງຄົມອອນລາຍ ແຕ່ບໍ່ເຫັນຊາວບ້ານໃນພື້ນທີ່ ເຮັດໜັງສືຮ້ອງຮຽນມາຍັງຫ້ອງການ ໃຫ້ລົງໄປກວດສອບ ແລະ ແກ້ໄຂຊ່ອຍ.

ເຖິງຈະຮັບຮູ້ບັນຫາທີ່ເກີດຂຶ້ນ ແຕ່ອຳນາດການປົກຄອງເມືອງ, ຫັວໜ້າຫ້ອງການ ຫຼື ທາງການແຂວງ ບໍ່ໄດ້ສັ່ງການດ່ວນ ຫຼືມອບໝາຍ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄປກວດສອບຂໍ້ເທັດຈິງ ກໍບໍ່ສາມາດໄປຊ່ອຍແກ້ໄຂໄດ້, ດັ່ງ ທ່ານກ່າວວ່າ:

“ບໍ່ໆ ບໍ່ໄດ້ຮູ້ ເຫັນແຕ່ເຂົາອັນນັ້ນ ລົງເຟສລົງອີ່ຫຍັງຢູ່ ຄືວ່າແຫຼະ ເຂົາ (ປະຊາຊົນ) ບໍໍ່ໄດ້ວ່າແຈ້ງ ມາທາງເມືອງແມ່ນຫຍັງຫັ້ນນ່າ ເພາະວ່າ ເຮົາໃຫ້ເຮັດວຽກໃຫ້ພັກໃຫ້ລັດເດ້ ມັນການຈັດຕັ້ງ ເພິ່ນບໍ່ເຫັນເພິ່ນວ່າອີ່ສັງ ເຮົາກະ ຜູ້ໃຫຍ່ເພິ່ນບໍ່ໄດ້ສັ່ງ ເຮົາກະບໍ່ກ້າເຮັດ.”

ທາງດ້ານ ເຈົ້າໜ້າທີ່ ກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ກ່າວວ່າ ລັດຖະບານລາວ ແລະອຳນາດການປົກຄອງແຂວງ ຄວນຈະລົງພື້ນທີ່ ໄປຕິດຕາມ-ກວດກາ ຂໍ້ເທັດຈິງ ຫາກພົບໂຄງການປູກກ້ວຍຂອງຈີນ ມີການຕັນນ້ຳແທ້ ກໍຄວນຫາແນວທາງແກ້ໄຂ ເພື່ອບໍ່ໃຫ້ເກີດຜົນກະທົບ ຕໍ່ສິ່ງແວດລ້ອມ ແລະຊາວບ້ານໃນພື້ນທີ່, ດັ່ງ ທ່ານກ່າວວ່າ:

“ພັກລັດເຮົາ ກະຕ້ອງໄດ້ໄປເວົ້າໄປນຳ ໄປກວດເບິ່ງ ບາງບໍລິສັດນີ້ ມັນບໍ່ປະຕິບັດຕາມນີ້ ໄທເຮົາກະຕ້ອງໄປ ໄດ້ໄປແກ້ໄຂຊ່ວຍ ເຂົາຮ້ອງຂໍນັ້ນມາ ເຮົາກະຕ້ອງໄດ້ໄປວ່ານຳເຂົາເຈົ້າ ເພື່ອບໍ່ໃຫ້ມັນກະທົບຕໍ່ສິ່ງແວດລ້ອມເດ້ ຕໍ່ສັງຄົມເດ້.”

ລັດຖະບານລາວ ອະນຸຍາດໃຫ້ບໍລິສັດຈີນ ຫຼາຍກວ່າ 90 ບໍລິສັດ ເຂົ້າມາລົງທຶນປູກກ້ວຍ ລວມເນື້ອທີ່ ປະມານ 26,190 ປາຍເຮັກຕາ ທົ່ວປະເທດ ອີງຕາມການລາຍງານ ຂອງສູນສະຖິຕິແຫ່ງຊາດ ປີ 2022.

ແຕ່ປັດຈຸບັນ ມີຫຼາຍບໍລິສັດ ເຂົ້າມາປູກກ້ວຍແລ້ວສ້າງຜົນກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມ ຍ້ອນບໍ່ປະຕິບັດຕາມ ບົດປະເມີນຜົນກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ຢ່າງລະອຽດ ຂະນະທີ່ ທາງການລາວ ກໍບໍ່ເຂັ້ມງວດ ໃນການຕິດຕາມ-ກວດກາ ຜົນກະທົບເທົ່າທີ່ຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.