ພະນັກງານ ບໍຣິສັດ ຈົງທຽນ ລຸຍເຢ້ ບໍ່ເຄົາຣົບ ກົດໝາຍລາວ

ສຸພັດຕາ
2022.06.21
ພະນັກງານ ບໍຣິສັດ ຈົງທຽນ ລຸຍເຢ້ ບໍ່ເຄົາຣົບ ກົດໝາຍລາວ ເຫດການ ພະນັກງານ ຂອງບໍຣິສັດ ຈົງທຽນ ລຸຍເຢ້ ຂອງນັກລົງທຶນຈີນ ທີ່ເຂົ້າມາເຮັດໂຄງການສົ່ງເສີມ ປູກຢາງພາຣາ ແລະຕັ້ງໂຮງງານ ຮັບຊື້ຢາງພາຣາ ໃຊ້ເຄື່ອງກີດຂວາງ ປິດກັ້ນເສັ້ນທາງ ເພື່ອບໍ່ໃຫ້ຣົຖຊາວບ້ານ ສາມາດ ນຳຢາງພາຣາຂອງຕົນ ໄປຂາຍຕ່າງແຂວງ.
ນັກຂ່າວ ພົລເມືອງ

ໃນວັນທີ່ 16 ມິຖຸນາ ທີ່ຜ່ານມານີ້ ພະນັກງານຄົນຈີນຈໍານວນນຶ່ງ ຂອງບໍຣິສັດ ຈົງທຽນ ລຸຍເຢ້ (Zhongtian Luye) ເຊິ່ງເປັນບໍຣິສັດຂອງຈີນ ທີ່ເຂົ້າມາລົງທຶນສົ່ງເສີມປູກຢາງພາຣາ ແລະເກັບຊື້ຢາງພາຣາ ຢູ່ເມືອງຂວາ ແຂວງຜົ້ງສາລີນັ້ນ ໄດ້ປິດເສັ້ນທາງການສັນຈອນພາຍໃນເມືອງຂວາ ເພື່ອລັດ ບໍ່ໃຫ້ຊາວບ້ານເອົາຢາງພາຣາ ໄປຂາຍຢູ່ແຂວງອຸດົມໄຊ ໂດຍເຮັດໃຫ້ຊາວບ້ານ ທີ່ໃຊ້ເສັ້ນທາງດັ່ງກ່າວ ໄດ້ຮັບຄວາມເດືອດຮ້ອນ ຍ້ອນບໍ່ສາມາດເດີນທາງໄດ້ຕາມປົກກະຕິ.

ແຕ່ຫຼັງເກີດເຫດການ ດັ່ງກ່າວໄດ້ບໍ່ດົນ ກໍໄດ້ມີເຈົ້າໜ້າທີ່ຕໍາຣວດ ແລະເຈົ້າໜ້າທີ່ຫ້ອງການອຸດສາຫະກັມແລະການຄ້າ ເມືອງຂວາ ໄດ້ມາຍັງບ່ອນເກີດເຫດ ພ້ອມທັງສຶກສາອົບຮົມ ແລະປັບໃໝຄົນຈີນດັ່ງກ່າວ, ແຕ່ບໍ່ເປີດເຜີຍຄັກແນ່ ວ່າປັບໃໝຈໍານວນຈັກກີບ.

ດັ່ງເຈົ້າໜ້າທີ່ ຫ້ອງການ ປກສ ເມືອງຂວາ ແຂວງຜົ້ງສາລີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 21 ມິຖຸນາ ນີ້ວ່າ:

“ເຂົາເຈົ້າກະສຶກສາອົບຮົມ ອັນບໍຣິສັດຢາງນີ້ ມັນເປັນຂອງບໍຣິສັດ ກັບເອກກະຊົນນ່າ ຄົນເຂົາເຈົ້າມີຫາງສຽງກັນ ອັນນີ້ຝ່າຍກ່ຽວຂ້ອງ ເຂົາເຈົ້າແກ້ໄຂຈັ່ງໃດກະບໍ່ຮູ້ເທື່ອເດີ້ ເຂົາເຈົ້າຍັງແກ້ໄຂກັນຢູ່.”

ກ່ອນໜ້ານັ້ນ ໃນວັນທີ່ 5 ມິຖຸນາ ທີ່ຜ່ານມາ ພະນັກງານຂອງບໍຣິສັດດັ່ງກ່າວ ກໍໄດ້ປິດເສັ້ນທາງ ພ້ອມທັງກັກຣົຖຂອງຊາວບ້ານຜູ້ນຶ່ງ ທີ່ຈະນໍາຢາງພາຣາໄປຂາຍ ຢູ່ແຂວງອຸດົມໄຊ ຍ້ອນຄິດວ່າ ຊາວບ້ານຄົນດັ່ງກ່າວ ເລາະເກັບຊື້ຢາງພາຣາ ທີ່ເຂົ້າຮ່ວມໂຄງການຂອງບໍຣິສັດ ເພື່ອຈະໄປຂາຍຕ່າງແຂວງ ທັ້ງໆທີ່ແມ່ນຢາງພາຣາສ່ວນໂຕ ຂອງເຂົາເຈົ້າເອງ ແລະເຈົ້າໜ້າທີ່ ກໍໄດ້ມາແກ້ໄຂ ແລະປັບໃໝຄົນຈີນດັ່ງກ່າວ ເປັນເງິນຈໍານວນນຶ່ງ ແຕ່ບໍ່ໄດ້ລະບຸຢ່າງຄັກແນ່ ວ່າຈໍານວນເທົ່າໃດ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຫ້ອງການອຸດສາຫະກັມ ແລະການຄ້າເມືອງຂວາ ເພື່ອສອບຖາມຣາຍລະອຽດເພີ່ມຕື່ມ ພ້ອມທັງຕິດຕໍ່ຫາຜູ້ປະສານງານ ຂອງບໍຣິສັດຈີນດັ່ງກ່າວ ແຕ່ກໍບໍ່ມີຜູ້ໃດ ສາມາດໃຫ້ຣາຍລະອຽດຕື່ມໄດ້.

ພາຍຫຼັງຈາກເກີດ 2 ເຫດການດັ່ງກ່າວ ກໍເຮັດໃຫ້ຊາວບ້ານຫຼາຍຄົນ ຮູ້ບໍ່ສຶກບໍ່ພໍໃຈ ກັບການເຮັດແນວນີ້ ຂອງບໍຣິສັດ ຈົງທຽນ ລຸຍເຢ້້ ຍ້ອນເປັນການບໍ່ເຄົາລົບ ກົດໝາຍລາວ ອີກທັງຍັງເປັນການປິດກັ້ນໂອກາດ ຂອງຊາວບ້ານຜູ້້ປູກຢາງພາຣາ ທັງຜູ້ທີ່ຢູ່ພາຍໃຕ້ໂຄງການຂອງບໍຣິສັດ ແລະຜູ້ທີ່ບໍ່ປູກໃນໂຄງການ ທີ່ຈະນໍາຢາງພາຣາໄປຂາຍຢູ່ຕ່າງແຂວງ ເຊິ່ງໄດ້ລາຄາຫຼາຍກວ່າຂາຍໃຫ້ບໍຣິສັດດັ່ງກ່າວ.

ດັ່ງຊາວບ້ານທ່ານນຶ່ງ ກ່າວວ່າ:

“ບໍ່ຄວນຊິສູ່ເຮັດແຫຼະ ແບບນັ້ນໃຫ້ປະຊາຊົນ ລະດົມໃຫ້ປະຊາຊົນປູກຢາງພາຣາ ບາດນີ້ເຈົ້າພັດວ່າ ກົດດັນປະຊາຊົນ ກົດລາຄາປະຊາຊົນອີກ ຢາງພາຣາປາດນີ້ເດ້ ເພິ່ນບໍ່ໃຫ້ໄປຕ່າງແຂວງ ໄດ້ຂາຍໃຫ້ອັນບໍຣິສັດ ຈົງທຽນ ນີ້ໝົດເນາະ.”

ທ່ານກ່າວຕື່ມວ່າ ມາຮອດວັນທີ 21 ມິຖຸນານີ້ ລາຄາຢາງພາຣາ ທີ່ບໍຣິສັດ ຈົງທຽນ ລຸຍເຢ້ ຮັບຊື້ຈາກຊາວບ້ານນັ້ນ ມີລາຄາຢູ່ທີ່ 10,000 ກີບຕໍ່ກິໂລກຣາມ ຖືວ່າເປັນລາຄາ ທີ່ຕໍ່າຢູ່ ໂດຍຊາວບ້ານທີ່ປູກຢາງພາຣາ ຢາກໃຫ້ປັບລາຄາຂຶ້ນເປັນ 14,000 ກີບຕໍ່ກິໂລກຣາມ ຈຶ່ງຈະເຊົານໍາຢາງພາຣາໄປຂາຍຢູ່ແຂວງອຸດົມໄຊ ເຊິ່ງມີລາຄາຢູ່ທີ່ 12,000 ຫາ 14,000 ກີບຕໍ່ກິໂລກຣາມ, ແຕ່ກໍບໍ່ມີທ່າທີ່ວ່າ ບໍຣິສັດດັ່ງກ່າວ ຈະປັບລາຄາຂຶ້ນໃນມໍ່ໆນີ້.

ໃນຂະນະດຽວກັນ ຊາວບ້ານຜູ້ປູກຢາງພາຣາ ຢູ່ເມືອງຂວາ ອີກນາງນຶ່ງ ກໍຢືນຢັນວ່າ ມາຮອດປັດຈຸບັນ ບໍຣິສັດ ຈົງທຽນ ລຸຍເຢ້ ຍັງພຍາຍາມປິດກັ້ນ ບໍ່ໃຫ້ຊາວບ້ານ ເອົາຢາງພາຣາໄປຂາຍຢູ່ແຂວງອຸດົມໄຊ ເຖິງແມ່ນວ່າ ຊາວບ້ານຫຼາຍຄົນ ບໍ່ໄດ້ປູກຢາງພາຣາໃນໂຄງການ ຂອງບໍຣິສັດກໍຕາມ.

ດັ່ງຍານາງກ່າວວ່າ:

“ຈົງທຽນ ລຸຍເຢ້ ເພິ່ນບໍ່ໃຫ້ໄປ ເພິ່ນບໍ່ໃຫ້ອອກໄປອັນນ່າ ຕ່າງແຂວງເລີຍຫັ້ນນ່າເນາະ ເອື້ອຍໄດ້ຂາຍໃຫ້ບໍຣິສັດຫັ້ນແຫຼະ ຂາຍຢູ່ແຂວງອຸດົມໄຊ ແພງກວ່າໂອ່.”

ສ່ວນຊາວບ້ານ ຜູ້ປູກຢາງພາຣາ ອີກທ່ານນຶ່ງ ກ່າວວ່າ ເຖິງແມ່ນວ່າ ລາວເອງ ແລະຊາວບ້ານອີກຫຼາຍຄົນ ຮູ້ສຶກບໍ່ພໍໃຈກັບບໍຣິສັດດັ່ງກ່າວກໍຕາມ ແຕ່ກໍບໍ່ສາມາດເຮັດຫຍັງໄດ້ ຍ້ອນຢ້ານຈະຜິດສັນຍາ ກັບບໍຣິສັດຈີນດັ່ງກ່າວ ແລະອາຈຖືກທາງການປັບໃໝ ຫຼືລົງໂທດ.

ດັ່ງທ່ານກ່າວວ່າ:

“ປະຊາຊົນຫຼາຍຄົນ ກະບໍ່ຢາກພໍໃຈເນາະ ແຕ່ວ່າກະບໍ່ກ້າຫານ ຈິດໃຈເຂົານີ້ຢາກເຮັດຢູ່ ແຕ່ວ່າເຂົາເຮັດບໍ່ໄດ້ ປະຊາຊົນນ່າ ຢູ່ໃນບົດສັນຍານີ້ ວ່າບຸກຄົນໃດເນາະ ທີ່ວ່າມີເງື່ອນໄຂຫັ້ນນ່າ ສາມາດປູກເອງໄດ້ ແຕ່ວ່າ ເວລາເກັບຜົລນໍ້າຢາງຫັ້ນນີ້ ຕ້ອງຂາຍໃຫ້ບໍຣິສັດພຽງຜູ້ດຽວ.”

ແຕ່ເຖິງຢ່າງໃດກໍຕາມ ກໍມີຊາວບ້ານອີກຈໍານວນນຶ່ງ ທີ່ເຫັນວ່າ ບໍຣິສັດ ຈົງທຽນ ລຸຍເຢ້ ເຮັດຖືກຕ້ອງແລ້ວ ແລະທີ່ຜ່ານມາ ໃນໄລຍະທີ່ຢາງພາຣາ ຢູ່ແຂວງຜົ້ງສາລີ ມີລາຄາຕົກຕໍ່າຫຼາຍ ທາງບໍຣິສັດດັ່ງກ່າວ ກໍຍັງເກັບຊື້ຢາງພາຣາຈາກຊາວບ້ານ ໃນລາຄາສໍ່າລາຄາປັດຈຸບັນ.

ດັ່ງທ່່ານກ່າວວ່າ:

“ເຂົາເຈົ້າມີບົດສັນຍາເດ້ ເຂົາເຈົ້າກະປະຕິບັດຕາມສັນຍາ ເວລາລາຄາຕົກມານີ້ ເຂົາກະຍັງເກັບຊື້ ໃນລາຄາເກົ່າຫັ້ນນ່າ ຄັນຂຶ້ນເຂົາກະຂຶ້ນຫັ້ນນ່າ ຂຶ້ນເລັກໆໜ້ອຍໆແມ່ນນ່າ.”

ສໍາລັບບໍຣິສັດ ຈົງທຽນລຸຍເຢ້ ໄດ້ເຂົ້າມາເຮັດໂຄງການ ສົ່ງເສີມປູກຢາງພາຣາ ແລະເກັບຊື້ຢາງພາຣາ ໃນຮູບແບບໂຄງການ ສອງບວກສາມ ຢູ່ເມືອງຂວາ ຕັ້ງແຕ່ປີ 2006 ໂດຍມີເນື້ອທີ່ປູກຢາງພາຣາ ເຂົ້າຮ່ວມໂຄງການທັງໝົດ 511 ເຮັກຕ້າຣ໌, ແຕ່ກໍບໍ່ໄດ້ລະບຸຄັກແນ່ ວ່າໄດ້ສົ່ງເສີມຊາວບ້ານປູກຈັກຄອບຄົວ ນອກຈາກນັ້ນ ຢູ່ເມືອງຂວາ ຍັງມີບໍຣິສັດຈີນອີກແຫ່ງນຶ່ງ ຊື່ບໍຣິສັດ ຊີຊຸຍ ຍົ້ງອີ້ (Xishui Yongyi)  ທີ່ໄດ້ເຂົ້າມາລົງທຶນປູກຢາງພາຣາ ຕັ້ງແຕ່ປີ 2005, ແຕ່ບໍ່ມີເຈົ້າໜ້າທີ່ຜູ້ໃດ ສາມາດເປີດເຜີຍຂໍ້ມູນທີ່ຄັກແນ່ ກ່ຽວກັບບໍຣິສັດນີ້ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.