ອາກາດໜາວເຢັນ ສ້າງຄວາມເສຍຫາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ

ຈຳປາທອງ
2025.01.16
ອາກາດໜາວເຢັນ ສ້າງຄວາມເສຍຫາຍ ໃຫ້ແກ່ຊາວສວນກາເຟ ຢູ່ເມືອງປາກຊ່ອງ ສະພາບນ້ຳໝອກກ້າມ ເທິງໃບກາເຟ ຈົນເຮັດໃຫ້ຕົ້ນກາເຟ ຈຳນວນໜຶ່ງ ຢືນຕົ້ນຕາຍ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. ວັນທີ 13 ມັງກອນ 2024
Credit photos: ຮູບພາບຈາກພົນລະເມືອງ

ອາກາດຢູ່ປະເທດລາວ ໜາວເຢັນແຮງ ຮວມທັງຢູ່ເຂດ ເມືອງປາກຊ່ອງ ແຂວງ ຈໍາປາສັກ ໃນໄລຍະ 2-3 ມື້ຜ່ານມານີ້ ຈົນເຮັດໃຫ້ ຊາວສວນກາເຟ ຢູ່ເມືອງປາກຊ່ອງ 97 ຄອບຄົວ ໄດ້ຮັບຜົນກະທົບ, ສວນກາເຟ ຢູ່ຫຼາຍບ້ານ ເສຍຫາຍ 70 ປາຍເຮັກຕາ.

ຊາວສວນກາເຟ ໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກ ທີ່ໄດ້ຮັບຜົນກະທົບ ຈາກນໍ້າໝອກກ້າມໄວ ຫຼື ນໍ້າໝອກເກືອ ປົກຕົ້ນກາເຟນັ້ນ, ມີຢູ່ຫຼາຍບ້ານ, ຊຶ່ງມີທັງບ້ານຫ້ວຍຊັນ, ບ້ານເຊຕາປຸງ, ບ້ານໜອງຍາເທິງ, ບ້້ານຫຼັກ 5, ບ້ານຫ້ວຍເສັດ, ບ້ານກ່ອງຕູນ ແລະ ບ້ານກະຕວດ, ອີງຕາມການລາຍງານ ຂອງເຈົ້າໜ້າທີ່ ກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ.

ແລະ ຊາວສວນກາເຟ ຢູ່ເມືອງປາກຊ່ອງ ຜູ້ໜຶ່ງ ທີ່ໄດ້ຮັບຄວາມເສຍຫາຍ ຈາກໄພໜາວ ເທື່ອນີ້ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມັງກອນ 2025 ນີ້ວ່າ ນອກຈາກຕົ້ນກາເຟ ຂອງຕົນ ໄດ້ຮັບຜົນເສຍຫາຍແລ້ວ, ຕົ້ນກາເຟ ຂອງຍາດພີ່ນ້ອງ ຂອງຕົນ ກໍໄດ້ຮັບຜົນກະທົບ ເຖິງ 20,000 ຕົ້ນ, ແຕ່ກໍຍັງບໍ່ຮູ້ວ່າ ມັນຈະຟື້ນຄືນມາ ຫຼືບໍ່ ມັນເສຍຫາຍຫຼາຍສົມຄວນ.

“ກໍຫຼາຍພໍສົມຄວນ ຫັ້ນແຫຼະ, ມັນກໍແບບ ເອົາຜັກໄປໃສ່ຕູ້ເຢັນ, ຈັ່ງຊີ້ລະ. ມັນກະວໍ້າ, ແຕ່ວ່າ ອັນນີ້ບໍ່ຮູ້ວ່າ ມັນຈະຕາຍໄປເລີຍ ຫຼືບໍ່, ຫັ້ນນ່າ ແຕ່ວ່າ ມັນກໍເປັນແຕ່ຕົ້ນນ້ອຍໆ ຫັ້ນແຫຼະ. ມັນປ້ອງກັນບໍ່ໄດ້ດອກ ມັນໄພທໍາມະຊາດ, ກະມີແຕ່ທໍາໃຈ ຫັ້ນແຫຼະ. ກໍລໍໄປເບິ່ງ ມັນຈະເປັນຈັ່ງໃດຕໍ່, ຫັ້ນນ່າ ມັນຟື້ນຄືນ ກໍໂອເຄ, ຄັນມັນບໍ່ຟື້ນ ກໍມີແຕ່ເລີ່ມໃໝ່. ເຈົ້າໜ້າທີ່ ເພິ່ນກໍບໍ່ໄດ້ຊ່ວຍຫຍັງດອກ, ກໍມີແຕ່ເຮົານີ້ແຫຼະ ຈັດການເອງ.”

ໃນຂະນະດຽວກັນ, ຊາວສວນກາເຟ ຢູ່ເມືອງປາກຊ່ອງ ນາງໜຶ່ງ ກໍເວົ້າວ່າ ນໍ້າໝອກເກືອ ມັນລົງຫຼາຍ ເສຍຫາຍຫຼາຍ, ບໍ່ຮູ້ຈະແກ້, ຖ້າຕົ້ນກາເຟຕາຍ ກໍຈໍາເປັນ ຕ້ອງໄດ້ລົງທຶນປູກໃໝ່.

“ນໍ້າໝອກເກືອ ມັນລົງ, ແລ້ວໃບມັນຈະຕາຍ ຈະແຫ້ງ ກໍເປັນບາງສ່ວນ. ສ່ວນຫຼາຍ ກໍລົງຫຼາຍ ຫັ້ນແຫຼະ. ໂອຜູ້ລະ 5 ເຮັກຕາ, 3 ເຮັກຕາ, ບໍ່ຈັກຈະແກ້. ມີແຕ່ປູກໃໝ່ ຫັ້ນແຫຼະ, ເປັນຫຼາຍຄົນ ເຮັດຫຍັງບໍ່ໄດ້ ລົງທຶນໃໝ່ອີກ ກະຊິວ່າຕາຍໝົດບໍ່ ກໍບໍ່ວ່າ ກະຍັງມະຍ່ອມມະແຍ່ມ ໄປຈັ່ງຊັ້ນແຫຼະ.”

ແລະ ຊາວສວນກາເຟ ອີກຜູ້ໜຶ່ງ ກໍເວົ້າວ່າ ໄພໜາວ ຢູ່ເມືອງປາກຊ່ອງ ທີ່ເກີດຈາກນໍ້າໝອກກ້າມນີ້, ກໍເຄີຍເກີດຂຶ້ນມາແລ້ວ ເມື່ອ 10 ປາຍປີກ່ອນ ແລະ ກໍກັບມາເກີດຂຶ້ນອີກ ໃນປີນີ້ ເຮັດໃຫ້ຊາວສວນກາເຟ  ໄດ້ຮັບຜົນກະທົບຫຼາຍ, ບໍ່ມີວິທີປ້ອງກັນ. ມີແຕ່ວ່າ ຕ້ອງໄດ້ຕັດຕົ້ນກາເຟ ທີ່ມັນແຫ້ງ ອອກ, ແລ້ວລໍຖ້າໃຫ້ ມັນແຕກຍອດ ຂຶ້ນມາໃໝ່.

“ຊ່ວງຄືນວັນທີ 13 ຫັ້ນ ແມ່ນອາກາດ ໜາວເຢັນແຮງ ແລ້ວກະເປັນນໍ້າໝອກ ລົງມາ ມັນກໍກ້າມເລີຍນ່າ, ກ້າມຢູ່ໃບກາເຟ ມັນເຮັດໃຫ້ ໃບກາເຟແຫ້ງ. ມັນກໍາລັງຈະເລີ່ມ ປົ່ງດອກໃໝ່. ແຕ່ວ່າ ຫວ່າງຊ່ວງ 10 ປາຍປີກ່ອນ ກະມີຄືກັນ. ຄືຕອນນີ້ ບໍ່ມີວິທີແກ້ໄຂເລີຍ ແລ້ວກໍໃຫ້ ມັນປົ່ງແໜງໃໝ່.”

ກ່ຽວກັບເລື່ອງທີ່ວ່ານີ້, ເຈົ້າໜ້າທີ່ ກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ທ່ານໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ມັງກອນ ນີ້ວ່າ ບັນຫາດັ່ງກ່າວ ເກີດຈາກໄພທໍາມາະຊາດ ທີ່ຍັງບໍ່ສາມາດ ແກ້ໄຂຫຍັງໄດ້, ມີແຕ່ວ່າ ໄດ້ແນະນໍາ ໃຫ້ຊາວສວນກາເຟ ດັງໄຟໃຫ້ມີຄວັນ ເພື່ອເຮັດໃຫ້ ນໍ້າໝອກກ້າມ ລະລາຍ, ແຕ່ກໍອາດ ຈະເຮັດບໍ່ໄດ້ທົ່ວເຖິງ ແລະ ສໍາລັບໃບກາເຟ ທີ່ຖືກນໍ້າໝອກກ້າມ ແລ້ວແຫ້ງນັ້ນ, ກໍໃຫ້ຕັດອອກ ລໍຖ້າໃຫ້ມັນແຕກຍອດ ຂຶ້ນມາໃໝ່. ບັນຫານີ້ ເກີດຂຶ້ນໃນຮອບ 10 ປີ. ດັ່ງທີ່ທ່ານກ່າວວ່າ:

“ຮອບ 10 ປີ, ມັນກໍເຄີຍເກີດ ຢູ່ເມືອງປາກຊ່ອງ ມັນກໍຢູ່ໃນເຂດເກົ່າ ຫັ້ນແຫຼະ. ປະຊາຊົນ ເຮັດສວນກາເຟ ໃນປັດຈຸບັນນີ້, ແມ່ນເຮັດໃສ່ ທົ່ງນໍ້າໝອກ, ວ່າຊັ້ນສາ ມັນກໍບໍ່ສາມາດ ສະຫຼາຍໄດ້ ມັນກະແກ້ຍາກ. ຈູດໄຟ ມັນກະບໍ່ທົ່ວເຖິງ ມັນຫຼາຍ ມັນບໍ່ພໍ, ຫັ້ນນ່າ ວ່າຊັ້ນສາ. ກະຍັງມີຈໍານວນໜຶ່ງ ມັນມີໃບຂຽວຢູ່ ເຮົາກໍສາມາດ ຕັດມັນແຕກແໜງໃໝ່.”

ເພື່ອຫຼຸດຜ່ອນ ຜົນກະທົບນັ້ນ, ທາງການ ກໍແນະນໍາຊາວສວນ ໃຫ້ດັງໄຟ ເອົາຄວັນຢູ່ໃນສວນ ແຕ່ 2 ຫາ 4 ຈຸດ ຢູ່ເຂດລຸ່ມ ແລະ ຫົວລົມ,  ຫົດນ້ຳໃສ່ຕົ້ນກາເຟ​ ລ້າງນ້ຳໝອກ, ຖ້າບໍ່ມີນ້ຳ​ ກໍໃຫ້ສັ່ນຕົ້ນກາເຟ​ ເອົານ້ຳໝອກອອກ ແລະ ໃຊ້ຖົງຢາງ ປົກຫຸ້ມຕົ້ນກາເຟ; ຕັດແຕ່ງກິ່ງ, ຫງ່າ ທີ່ຖືກກະທົບ. ຫາກເຫັນວ່າມັນເສຍຫາຍເກີນ 60% ໃຫ້ຕັດຕອນ.​ ຈາກນັ້ນ,​ ໃຫ້ໃສ່ຝຸ່ນວິທະຍາສາດ ທາງໃບ ເພື່ອຊ່ວຍບຳລຸງໃບ ແລະ ຕົ້ນກາເຟ ໃຫ້ກັບມາສົມບູນຄືເກົ່າ.

ບັນຫາໄພທໍາມະຊາດ ນໍ້າໝອກກ້າມ ໜາວເຢັນແຮງ ທີ່ເກີດຂຶ້ນ ໃນເທື່ອນີ້ ແລະ ເທື່ອກ່ອນໆ ທີ່ຜ່ານມາ  ແລະ ອາກາດຮ້ອນແຮງ, ຝົນບໍ່ຕົກ ຕິດຕໍ່ກັນຫຼາຍເດືອນ ລ້ວນແລ້ວແຕ່ ເຮັດໃຫ້ຊາວສວນກາເຟ ຢູ່ເມືອງປາກຊ່ອງ ໄດ້ຮັບຜົນກະທົບ ຢູ່ຕະຫຼອດ ເຊັ່ນ ໃນຍາມຮ້ອນ ປີ 2024 ທີ່ຜ່ານມາ ອາກາດຮ້ອນຫຼາຍ  ແລະ ຝົນກໍບໍ່ຕົກ ຕິດຕໍ່ກັນຫຼາຍເດືອນ ກໍໄດ້ເຮັດໃຫ້ ຕົ້ນກາເຟ ຕາຍຫຼາຍ, ແຕ່ພາກສ່ວນ ທີ່ກ່ຽວຂ້ອງ ຂອງທາງການລາວ ຍັງບໍ່ມີແນວທາງ ແລະ ວິທີການແກ້ໄຂ ດີກວ່າວິທີ ທີ່ໄດ້ແນະນໍາມານັ້ນ.

ພື້ນທີ່ເກົ່າ ທີ່ມັກເກີດບັນຫາ ນ້ຳໝອກກ້າມໄວ​ ແລະ ຮຸນແຮງ ແມ່ນຢູ່ບ້ານຫ້ວຍຊັນ, ເຊຕາປຸງ, ໜອງຍາເທິງ, ບ້ານຫຼັກ 5, ຫ້ວຍເສັດ, ກະຕວດ ແລະ ບ້ານກ່ອງຕູນ ໃນໄລຍະປີ 2005​ ຫາປີ 2009 ແລະ ໄລຍະປີ 2015 ຫາປີ 2019,​ ເຮັດໃຫ້ຊາວສວນກາເຟ ຍ້າຍໄປປູກ ຢູ່ເຂດອື່ນ.​ ແຕ່ພາຍຫຼັງປີ 2020 ເປັນຕົ້ນມາ ຊາວສວນ ທີ່ຕ້ອງການ ຂະຫຍາຍພື້ນທີ່ ປູກກາເຟ ເພີ່ມຂຶ້ນ ກໍໄດ້ກັບມາປູກ ຢູ່ເຂດເກົ່າຄືນອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.