ຄັນຄູດິນປະຕູສົ່ງນໍ້າ ເຂື່ອນ ແກ້ງຄັວນ ຕ້ານນໍ້າບໍ່ໄຫວ

ໄຊຍາ
2019.08.08
F-Kengkhouan-dam ສະພາບຂອງເຂື່ອນແກ້ງຄັວນ ເມືອງແປກ ແຂວງຊຽງຂວາງ ໃນວັນທີ 4 ສິງຫາ 2019
ຮູບພາບຖ່າຍຖອນ : ຈາກ ວີດີໂອ ໂທຣະທັສ ແຂວງຊຽງຂວາງ

ເກີດເຫດຄັນຄູດິນ ປະຕູສົ່ງນໍ້າ ເຂື່ອນໄຟຟ້າແກ້ງຄວັນ ຢູ່ເມືອງແປກ ແຂວງຊຽງຂວາງ ຖືກນໍ້າເຊາະເຈື່ອນ ຍຸບພັງລົງເວລາ 10 ໂມງເຊົ້າ ຂອງວັນທີ 04 ສິງຫາ 2019 ຜ່ານມາ ຍ້ອນວ່າເຂື່ອນບໍ່ສາມາດ ຮັບມວນນໍ້າຈາກແກ້ງຄວັນ ທີ່ໄຫຼນອງຢ່າງຮຸນແຮງ ເຂົ້າມາຫາໂຕເຂື່ອນ. ດັ່ງເຈົ້າໜ້າທີ່ ຜແນກພລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ກ່າວຕໍ່ RFA ໃນວັນທີ 08 ສິງຫາ ວ່າ:

"ເຂື່ອນດັ່ງກ່າວແມ່ນເປັນເຂື່ອນດິນທັງໝົດ ບໍ່ໄດ້ເສີມຄອນກຣີດ ຈຶ່ງເຮັດໃຫ້ຄັນຄູແຕກພັງຢ່າງງ່າຍດາຍ.ໂອບໍ່ໄດ້ເສີມອັນໂຕນີ້ ມັນເປັນເຂື່ອນ ດິນໝົດນ່າ ບໍ່ແມ່ນອັນເບຕົງ ມີແຕ່ບ່ອນທໍ່ສິລົງໃສ່ອັນນັ້ນເນາະ ສ່ວນຫຼາຍມັນເປັນດິນຊາຍ ບາດຝົນຕົກມັນ ຈັ່ງຄ່ອຍເຊາະອອກ ມັນຂ້ອນ ຂ້າງມັນ ກໍບໍ່ຢາກຫັ້ນແລ້ວມັນຈັ່ງເປ່ຫັ້ນນ່າເນາະ."

ເຈົ້າໜ້າທີ່ກ່າວຕື່ມວ່າ ທ້າຍອາທິດນີ້ຊ່ຽວຊານ ຈາກກະຊວງພລັງງານ ແລະບໍ່ແຮ່ ຈະເດີນທາງມາກວດກາ ແລະຫາສາເຫດ ຄູດິນປະຕູ ສົ່ງນໍ້າແຕກ ຢ່າງຣະອຽດຄາດວ່າຈະໃຊ້ ເວລາຫຼາຍສັປດາ ຈຶ່ງຈະສະຫຼຸບສາເຫດທີ່ແທ້ຈິງໄດ້ ສ່ວນການຜລິດໄຟຟ້າ ຂາຍໃຫ້ແກ່ຣັຖ ວິສາຫະກິດໄຟຟ້າລາວ ປະຈຳແຂວງຊຽງຂວາງ ກໍຕ້ອງໄດ້ຢຸດກ່ອນ ຈົນກວາບໍຣິສັດຈະສ້ອມແປງແລ້ວ.

ຕໍ່ເຫດການດັ່ງກ່າວ ຫ້ອງວ່າການປົກຄອງເມືອງແປກ ແຂວງຊຽງຂວາງ ໄດ້ລົງໄປສຳຣວດຄວາມເສັຽຫາຍ ເຮືອນຜລິດໄຟຟ້າ ແລະສ່ວນ ອື່ນໆ ພ້ອມກັບຊ່ຽວຊານ ເພື່ອຊອກຫາວິທີທາງແກ້ໄຂ ໃຫ້ເຂື່ອນດັ່ງກ່າວກັບມາຜລິດໄຟຟ້າໄດ້ເປັນປົກກະຕິ. ດັ່ງເຈົ້າໜ້າທີ່ຫ້ອງວ່າການ ປົກຄອງເມືອງແປກ ໄດ້ກ່າວຕໍ່ RFA ໃນວັນທີ 08 ສິງຫາ ວ່າ:

"ຄນະຮັບຜິດຊອບຂັ້ນແຂວງ ຂະເຈົ້າກໍ່ລົງກວດກາແລ້ວຂະເຈົ້າ ມີການແນະນຳກັບ ບໍຣິສັດແຫຼະເນາະ ໂຕນີ້ແມ່ນເປັນບໍຣິສັດຂອງບຸກຄົນ ເຮັດເຂື່ອນນີ້ນ່າກຳລັງສ້ອມແປງ ຄອງເໝືອງໂຕນັ້ນຄືນເຊັກຣະບົບໄຟຕ່າງໆ ເພາະວ່ານໍ້າລິບຫົວງານໄຟເຂົາເດ ແລ້ວກໍຊ່ຽວຊານຈີນເຂົ້າມາເບີ່ງຣະບົບຄອມພີວເຕີໂຮງໄຟຂອງເຂົາເຈົ້າ."

ເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງ ກ່າວຕື່ມວ່າສຳລັບຄວາມເສັຽຫາຍທີ່ເກີດຂຶ້ນ ແມ່ນເນື້ອທີ່ນາທັງໝົດປະມານ 30 ເຮັກຕ້າ ໃນນັ້ນມີ ປະຊາຊົນ 3 ບ້ານ ໄດ້ຮັບຜົລກະທົບຄື ບ້ານລາດບວກ ບ້ານຄຸດຊົງ ແລະ ບ້ານເປີບ ທັງໝົດ 29 ຄອບຄົວ, ປັດຈຸບັນ ເຈົ້າໜ້າທີ່ກຳລັງ ເກັບກໍາ ຂໍ້ມູນຄວາມເສັຍຫາຍຢູ່.

ຕໍ່ຜົລກະທົບຄັ້ງນີ້ ຊາວບ້ານກຸ່ມລາດບວກ ທີ່ອາສັຍໃກ້ກັບ ເຂື່ອນໄຟຟ້າແກ້ງຄັວນ ນັ້ນກ່າວຕໍ່ RFA ວ່ານໍ້າຖ້ວມເທື່ອນີ້ໜັກສົມຄວນ ໂດຍສະເພາະພື້ນທີ່ນາ ຂອງ ປະຊາຊົນ ໃນສາມບ້ານ:

"ເອີຖືກໜັກຢູ່ຄຸ້ມລາດບວກນີ້ມີເຮືອນແມ່ ກັບເຮືອນພໍ່ເໜືອ 2 ຫຼັງນີ້ແຫຼະຖືກໜັກນີ້ 24 ຄອບຄົວນໍ້າຖ້ວມ ເຮືອນປະຊາຊົນແທ້ປະມານ 10 ປາຍ ນີ້ແຫຼະ ໂອ້ຍ ເສັຍຫາຍຫຼາຍໄດ້ລູກນາ ຫັ້ນປະມານ 30 ເຮັກຕ້າ ທັງບ້ານເປີບ ກັບບ້ານລາດບວກຮວມດຽວ ມັນເປັນນາແປະລຽບ ໄປເນາະ."

ປະຊາຊົນໄດ້ກ່າວຕື່ມວ່າ ນັບແຕ່ສ້າງເຂື່ອນໄຟຟ້າແກ້ງຄັວນ ຕັນທາງນໍ້າກໍ່ເຮັດໃຫ້ຣະດັບນໍ້າຂຶ້ນລົງ ຜິດປົກກະຕິ ໂດຍສະເພາະໄລຍະຣະດູ ແລ້ງ ປະຊາຊົນອອກໄປຫາປາບໍ່ໄດ້. ຕໍ່ກັບບັນຫາເຂື່ອນໄຟຟ້າແກ້ງຄັວນແຕກ ຮອງປະທານບໍຣິສັດ ຊົມພູ ກໍ່ສ້າງຂົວທາງ ເຈົ້າຂອງເຂື່ອນ ໄດ້ໃຫ້ສັມພາດຕໍ່ຊື່ໂທລະທັດ ແຂວງຊຽງຂວາງ ໃນວັນທີ 05 ສິງຫາ ວ່າເຫດການທີ່ເກີດຂຶ້ນ ເທື່ອນີ້ ເຮັດໃຫ້ໂຮງຈັກຄວບຄຸມ ການຜລິດ ໄຟຟ້າ ຄັນດິນປະຕູສົ່ງນໍ້າ ເສັຍຫາຍໜັກທີ່ສຸດ ເບື້ອງຕົ້ນມູນຄ່າເສັຍຫາຍ ປະມານ 4 ຕື້ກີບ.

ເຂື່ອນໄຟຟ້າແກ້ງຄວັນຂະນາດ 1 ເມກາວັດ ຕັ້ງຢູ່ບ້ານລາດບວກ ໂດຍບໍຣິສັດ ສົມພູ ກໍ່ສ້າງຂົວທາງ ເປັນເຈົ້າຂອງ ເຣີ້ມກໍສ້າງມາແຕ່ປີ 2016 ແລະ ສຳເຣັດປີ 2018 ເຣີ້ມ ຜລິດໄຟຟ້າສົ່ງຂາຍໃຫ້ຣັຖວິສາຫະກິດໄຟຟ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.