ຂົວອູ່ຂ້າມນໍ້າແຊງຍັງບໍ່ ແປງຄືນ

ຈໍາປາທອງ
2016.10.21
F-Ou-bridge ສະພາບຂອງຂົວອູ່ ຂ້າມນໍ້າແຊງ ຫຼັງຈາກທີ່ ສາຍກ້າບ ເໜັ່ງຈ່ອງຂົວ ຂາດຂ້າງນຶ່ງ
RFA/NY

ຂົວອູ່ຂ້າມນໍ້າແຊງ ທີ່ສາຍກ້າບ ຂາດ ຂ້າງນຶ່ງ ເຮັດໃຫ້ນັກຮຽນ ເສັຽຊີວິດ 2 ຄົນ ແລະ ບາດເຈັບອີກ ຫຼາຍສິບຄົນ ຢູ່ເມືອງວຽງຄໍາ ແຂວງ ຫຼວງພຣະບາງ ຍັງບໍ່ມີ ການ ສ້ອມແປງ ຄືນເທື່ຶອ ເຮັດໃຫ້ຊາວບ້ານ ແລະ ພວກນັກຮຽນ ຕ້ອງໄດ້ ເດີນທາງໄປ ຮຽນໄກກວ່າ ແຕ່ກ່ອນ 3 ກິໂລແມັດ. ປັດຈຸບັນ ຊາວບ້ານວັງໃບ ແລະ ອໍານາດ ການປົກຄອງ ທ້ອງຖິ່ນ ກໍາລັງກຽມ ສ້າງຂົວນ້ອຍ ທີ່ຫ່າງຈາກ ບ້ານປະມານ 2 ກິໂລແມັດ ນັ້ນທຽວກ່ອນ. ຕາມຄໍາເວົ້າ ຂອງ ປະຊາຊົນ ບ້ານວັງໃບ ຕໍ່ RFA ໃນວັນທີ 20 ຕຸລາ ນີ້ວ່າ:

"ຂາດ ເຮັດຂົວນ້ອຍຂ້າມເອົາ ພວກເອື້ອຍ ນີ້ແຫຼະ ເຮົາວາງແຜນ ຈະເຮັດຂົວ ອັນຫຍັງກະ ຂົວໄມ້ ຂ້າມຫ້ວຍນ້ອຍ ສາມາດ ຂ້າມໄດ້ຫັ້ນ ບໍ່ໄດ້ໄກເດ ດຽວນີ້ ນັກຮຽນ ກັບມາເຂົ້າ ເບື້ອງດຽວກັນ ເບື້ອງ ອັນຝັ່ງນໍ້າຍົນ ຂົວອູ່ ຂາດນີ້ແຫຼະ ແຕ່ວ່າ ຈໍານວນ ມໍ ປາຍ ແຕ່ເຂົາເອົາ ຣັດຈັກ ຂ້າມຫ້ວຍ".

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ ທ້ອງຖິ່ນ ໄດ້ກ່າວຕໍ່ RFA ວ່າ ທາງຢ່າງໄປ ໂຮງຮຽນນັ້ນ ເປັນທາງ ດິນແດງ ແລະ ມັກມີດິນ ເຈື່ອນລົງມາ ຖ້າມີຝົນ ຕົກຫຼາຍ ຈະເປັນ ອັນຕະລາຍ; ເຣຶ່ອງການສ້າງ ຂົວ ຂ້າມໃໝ່ ໄດ້ສເນີໄປຍັງ ຂັ້ນເທິງແລ້ວ ແຕ່ຍັງບໍ່ ທັນໄດ້ ຄໍາຕອບ ເທື່ອວ່າ ຈະໄດ້ ງົບປະມານ ສ້າງ ຫລືບໍ່:

"ຊັນວ່າສເມີໄປທາງ ຂັ້ນເທິງ ເພີ່ນຢູ່ ເພີ່ນສິ ພິຈາຣະນາ ຢູ່ທີ່ໃດ ກໍບໍ່ຮູ້ເທື່ອ ກໍສິຫຍຸ້ງຍາກ ຢູ່ບັນຫາ ຕົວນີ້ ບາງຈໍານວນ ກໍຂ້າມເຮືອ ຂ້າມເຮືອ ກໍສ່ຽງພັຍ ເພາະວ່າ ພວກຕາຍ ຄືແມ່ນພວກ ຢູ່ ຊົນນະບົດ ເຂດພູດອຍ ຈະມາເຂົ້າ ໂຮງຮຽນ ຢູ່ພີ້ມີການ ຕົກແລ້ວ ບໍ່ເອົາ ຕົວເອງ ຮອດນະ ກໍຕາຍເລີຍ".

ປັດຈຸບັນ ພວກນັກຮຽນ ທີ່ບາດເຈັບ ທົ່ວໄປ ແລະ ໄດ້ຮັບການ ປິ່ນປົວ ຢູ່ໂຮງໝໍນັ້ນ ກັບບ້ານໝົດແລ້ວ. ແຕ່ສໍາລັບ ຜູ້ເຈັບໜັກ ເຊັ່ນ ຂາຫັກ, ແອວຫລຸດໂບກ ຍັງຮັກສາ ປິ່ນປົວ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.