ຂ.ສວັນນະເຂດ ນ້ຳຖ້ວມ ທົ່ງນາ 400 ເຮັກຕາ

ຈໍາປາທອງ
2019.08.02
F-Rice-field ນ້ຳຖ້ວມຂັງຢູ່ທົ່ງນາ ບ້ານໂພນສູງ ນະຄອນ ໄກສອນ ຂ.ສວັນນະເຂດ ວັນທີ 1 ສິງຫາ 2019
ຮູບພາບຈາກ : ນັກຂ່າວພົລເມືອງ

ນ້ຳຖ້ວມທົ່ງນາຂອງປະຊາຊົນ ໃນເນື້ອທີ່ 400 ເຮັກຕາ ຢູ່ 4 ບ້ານ ຄືບ້ານຊອກ, ບ້ານວ່ານ, ບ້ານໜອງຍາງ ແລະ ບ້ານໂພນສູງ ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ພາຍຫລັງຝົນຕົກໜັກ ມາຕັ້ງແຕ່ມື້ວັນທີ 31 ກໍຣະກະດາ ທີ່ຜ່ານມາ, ຕາມຄຳເວົ້າ ຂອງຊາວນາ ຜູ້ໄດ້ຮັບຜົນກະທົບ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ສິງຫານີ້ ແລະ ມາເຖິງເວລານີ້ ຊາວນາກໍຍັງບໍ່ຮູ້ວ່າ ເຂົ້າໃນນາຂອງພວກຕົນນັ້ນ ເສັຽຫາຍຫຼາຍໜ້ອຍ ເທົ່າໃດ ຍ້ອນນ້ຳຍັງຖ້ວມຢູ່:

"ຖ້ວມໝົດທັງປາຍທັງຫຍັງ ມັນໂລດວານນີ່ ແຮງຄັກວານນີ້ ກໍບໍ່ເຫັນຮອດຫຍັງ ຖ້ວມພຽງໝົດ ເຮົາກໍຍັງຮັບຮູ້ ໄດ້ບໍ່ໄດ້ວ່າ ມັນສິເສັຽຫາຍ ຫລາຍໜ້ອຍ ປານໃດແຕ່ລະບ້ານ ມັນກໍຕົກຢູ່ 100 ປາຍເຮັກຕາ ເຮົາກໍພໍໄດ້ດໍາຫວ່າງ 1-2 ອາທິດ ນໍ້າກໍມາຖ້ວມໂລດ."

ປັດຈຸບັນ ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ຍັງບໍ່ທັນໄດ້ໄປເກັບກຳຂໍ້ມູນນ້ຳຖ້ວມ ແລະຜົນເສັຽຫາຍນັ້ນເທື່ອ ຍ້ອນເສັ້ນທາງຖືກຕັດຂາດ, ເດີນທາງໄປມາຫາສູ່ກັນ ບໍ່ໄດ້.

ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຫ້ອງການກະສິກັມ ແລະປ່າໄມ້ ນະຄອນໄກສອນ ກໍເວົ້າວ່າ ຫາກຣະດັບນ້ຳ ຫລຸດລົງແລ້ວ ທາງການກໍຈະ ຈັດຕັ້ງໜ່ວຍງານ ໄປເກັບກໍາຄວາມເສັຽຫາຍ ຍ້ອນນ້ຳຖ້ວມນັ້ນຢ່າງລະອຽດ, ແຕ່ການຊ່ອຍເຫລືອ ພາຍຫລັງນ້ຳ ລົດລົງນັ້ນ ຈະຍັງຢາກ ຍາກຢູ່ ຍ້ອນທາງນະຄອນແລະແຂວງ ບໍ່ມີງົບປະມານ ທີ່ຈະຊ່ອຍ, ດັ່ງທີ່ທ່ານກ່າວໃນມື້ດຽວ ກັນນັ້ນວ່າ:

"ຄັນຖ້ານໍ້າລົງແລ້ວ ລະຂໍ້ມູນນີ໋ ພວກເຮົາຈະລົງເກັບກໍາເອົາອີກ ແຕ່ວ່າເຣື່ອງການຊ່ວຍເຫຼືອ ມັນສິຢາກຍາກຢູ່ ກໍມີແຕ່ຂອງຂັວນລະເລັກ ລະນ້ອຍ ແນວເຂົ້າປູກເທົ່ານັ້ນນຶ່ງ. ບາງເທື່ອໃຫ້ຂະເຈົ້າ ໂຄແຕ່ວ່າທາງໂຄງການຊ່ວຍເຫລືອລ້າ ມາຈາກປະເທດອື່ນ ຕ່າງປະເທດຈັ້ງຊີ້ນ່າ ເພິ່ນມາຊ່ວຍ ຈັ່ງໄດ້ເອົາລົງຊ່ວຍເຫລືອເຂົາ ແຕ່ວ່າສະເພາະໃນແຂວງ ເຮົານີ້ແຫລະ ໃນປະເທດເຮົາມັນຢາກຍາກ ມັນບໍ່ມີງົບປະມານ ງົບປະມານເຮົາມັນໜ້ອຍ."

ເວົ້າເຖິງສະພາບດິນຟ້າອາກາດ ກົມອຸຕຸນິຍົມ ແລະອຸທົກກະສາດ ຂອງລາວ ປະກາດເຕືອນປະຊາຊົນວ່າ ແຕ່ມື້ວັນທີ 31 ກໍຣະກະດາ ຫາວັນທີ 4 ສິງຫາ ນີ້ ໃຫ້ຣະວັງຝົນຕົກໜັກ, ຟ້າຮ້ອງ, ຟ້າເຫລື້ອມ, ຈະເຮັດໃຫ້ນ້ຳຖ້ວມ ດິນເຈື່ອນ, ຕົ້ນໄມ້ຫັກ, ເສົາໄຟ້າລົ້ມ, ຫລັງຄາເຮືອນເພພັງ ທັງຢູ່ພາກຕາເວັນອອກສ່ຽງເໜືອ, ພາກກາງ ແລະພາກໃຕ້ຂອງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.