ເສັ້ນທາງຫຼວງ 13 ເໜືອ ເປ່ເພໜັກ

ໄຊຍາ
2021.01.11
ເສັ້ນທາງຫຼວງ 13 ເໜືອ ເປ່ເພໜັກ ເສັ້ນທາງຫຼວງ 13 ເໜືອ ເປ່ເພໜັກ ໂຍທາ ກໍາລັງຂຶ້ນແຜນ ສ້ອມແປງ ຈະໃຊ້ເວລາ 3 ປີ ກ່ອນຈະສຳເຣັດ
ນັກຂ່າວພົລເມືອງ

ຜູ້ໃຊ້ຣົດໃຊ້ຖນົນ ເຂດທາງເລກທີ 13 ເໜືອ, ຍັງປະເຊີນກັບຄວາມຫຍຸ້ງຍາກ, ຖນົນເປັນຂຸມ ເປັນບໍ່, ໂດຍສະເພາະໄລຍະທາງ ແຕ່ບ້ານສີເກີດ ເມືອງນາຍຊາຍທອງ ຫາ ເມືອງ ໂພນໂຮງ ແຂວງວຽງຈັນ. ເຂດນີ້ຖນົນເປ່ເພຫຼາຍ ຍາມຝົນນໍ້າກໍຖ້ວມ, ຍາມແລ້ງ ກໍຂີ້ຝຸ່ນໄງ່. ດັ່ງປະຊາຊົນຢູ່ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນ ວັນທີ 11 ມົກຣາ 2021 ວ່າ:

"ຣົດຕໍ່າໄປບໍ່ໄດ້ແລ້ວນ່າ, ເປັນຂຸມເປັນຫ້ວຍ, ມີການປັບປຸງກໍມັນກໍ ເຂົາຊິປັບປຸງບໍ່ທົ່ວເຖິງດອກ, ເພາະວ່າມັນເພບໍ່ມີບ່ອນທີ່ດີ ເພ ຕລອດ."

ຊາວບ້ານໄດ້ກ່າວຕື່ມວ່າ, ເຖິງວ່າທາງການຈະມີໂຄງການສ້ອມແປງ,ແຕ່ມັນກໍບໍ່ທົ່ວເຖິງ ເພາະ ເສັ້ນທາງເຂດນີ້ມັນເປ່ເພຫຼາຍ ແລະ ກໍເພມາຫຼາຍປີແລ້ວ ການສ້ອມແປງທາງກໍຍັງບໍ່ ສຳເຣັດ.

ທາງເລກທີ 13 ເໜືອ ເປ່ເພຍ້ອນຣົດບັນທຸກໜັກແລ່ນ, ໃນເສັ້ນທາງນີ້ຫຼາຍ. ຜ່ານມາເສັ້ນທາງນີ້ເຄີຍມີການສ້ອມແປງ, ແຕ່ກໍເປ່ເພ ເນື່ອງຈາກທາງປູຢາງບາງຫຼາຍຮັບນໍ້າໜັກຣົດ ບັນທຸກໜັກຈຳນວນຫຼາຍບໍ່ໄດ້, ດັ່ງປະຊາຊົນແຂວງວຽງຈັນອີກທ່ານນຶ່ງໄດ້ກ່າວວ່າ:

"ສາຍ 13 ເໜືອ ເປ່ເພຫຼາຍສົມຄວນຫັ້ນແຫຼະ, ເປັນບໍ່ເປັນຂຸມ ສ່ວນຫຼາຍ, ເປັນທາງຣົດບັນທຸກໜັກ, ບໍ່ຄ່ອຍມີອຸບັດຕິເຫດດອກ ແຕ່ວ່າມັນກໍລໍາບາກຖ້າຫາກວ່າສ້ອມແປງມັນ ກໍເປັນເຣື່ອງດີຢູ່ ແລ້ວແຫຼະ."

ປັຈຈຸບັນທາງເລກທີ 13 ເໜືອ, ໄດ້ເຂົ້າສູ່ໂຄງການການສ້ອມແປງ, ເຊິ່ງເປັນແຜນສ້ອມແປງທາງປະຈຳປີ ບໍ່ແມ່ນງົບປະມານ ການກໍ່ສ້າງ, ເຊິ່ງຈະມີການສ້ອມແປງບາງຈຸດທີ່ເປ່ເພ. ແຕ່ຄາດວ່າໂຄງການ ສ້ອມແປງຈະສຳເຣັດໃນ 3 ປີ, ດັ່ງເຈົ້າໜ້າທີ່ ຜແນກໂຍທາທິການແລະຂົນສົ່ງ ນະຄອນຫຼວງວຽງຈັນ, ທີ່ບໍ່ປະສົງອອກຊື່ ໄດ້ກ່າວວ່າຕໍ່ເອເຊັຽເສຣີ ວັນທີ 11 ມົກຣາ ວ່າ:

"ມັນເປັນໂຄງການແປງ, ແປງເປັນຈຸດທີ່ວ່າຮີບດ່ວນ ແລະ ບໍ່ຮີບດ່ວນ, ຄືວ່າມັນເປັນຂຸມແລ້ວ ກໍໄປແປງມັນເນາະຄືວ່າບໍ່ມີ ກຳນົດແຕ່ວ່າມັນເປັນແຜນ ປະຈຳປີເນາະ. ມັນບໍ່ແມ່ນວຽກກໍ່ສ້າງ ມັນເປັນວຽກສ້ອມແປງເນາະ."

ອີງຕາມການຣາຍງານ ຂອງສື່ທາງການລາວ ໃນວັນທີ 05 ມົກຣາ 2021 ຜ່ານມາ. ທາງເລກທີ 13 ເໜືອ ຕຽມໂຄງການສ້ອມແປງ ໃນເດືອນກຸມພາ 2021 ໄລຍະ ທີ 1 ແຕ່ບ້ານສີໃຄ ເມືອງສີໂຄດຕະບອງ ຫາ ບ້ານສີເກີດ ເມືອງນາຊາຍທອງ, ໄລຍະທີ 2, ແຕ່ບ້ານສີເກີດ ເມືອງນາຊາຍທອງ ຫາ ເມືອງໂພນໂຮງ ແຂວງວຽງຈັນ ແລະ ໄລຍະ 3, ແຕ່ ເມືອງໂພນໂຮງ ຫາ ເມືອງວັງວຽງ ແຂວງວຽງຈັນ.

ໂຄງການດັ່ງກ່າວນີ້, ໄດ້ຮັບທຶນສນັບສນູນ ເງິນກູ້ຢືມດອກເບັ້ຍຕໍ່າ ຈາກ ທະນາຄານໂລກ 40 ລ້ານ ໂດລາ ສະຫະຣັຖ, ທະນາຄານ ການລົງທຶນ ພື້ນຖານໂຄງຮ່າງເອເຊັຽ 40 ລ້ານ ໂດລາ ສະຫະຣັຖ, ກອງທຶນ ນໍຣດິກ 9,5 ລ້ານ ໂດລາ ສະຫະຣັຖ ແລະ ຣັຖບານລາວ ສົມທົບທຶນ 38,5 ລ້ານ ໂດລາ ສະຫະຣັຖ ຮວມທັງໝົດ 128 ລ້ານ ໂດລາ ສະຫະຣັຖ ຄາດວ່າການສ້ອມແປງ ຈະສຳເຣັດພາຍໃນ 3 ປີ. ໂດຍບໍຣິສັດ ຫູເປີຍ ຊາງຈຽງ ຂົວທາງ ຈຳກັດ ຮັບເໝົາກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Any one
Jan 11, 2021 08:42 PM

All the money wasted on unnecessary project, why not use the money and build government own cement factory and use the product to build road and others infrastructure in the country. I believe that Lao can do it!