ຊາວບ້ານຫຼາຍພັນຄົນ ແຫ່ຂຸດຄຳ ຢູ່ເມືອງໜອງແຮດ

ພອນ ພູມ​ມີ​ທອນ
2025.01.24
ຊາວບ້ານຫຼາຍພັນຄົນ ແຫ່ຂຸດຄຳ ຢູ່ເມືອງໜອງແຮດ ພວກຊາວບ້ານ ແຫ່ກັນໄປ ຂຸດເອົາຄຳ ຕາມສັນພູ ເຂດບ້ານແກ້ວບອນ, ເມືອງໜອງແຮດ ແຂວງຊຽງຂວາງ. ເດືອນມັງກອນ 2025
Credit photos: ຮູບພາບຈາກພົນລະເມືອງ

ໃນໄລຍະເດືອນມັງກອນ ປີ 2025 ນີ້, ປະຊາຊົນ ຫຼາຍພັນຄົນ ພາກັນແຫ່ ໄປຂຸດຄຳ ຢູ່ເຂດບ້ານແກ້ວບອນ, ເມືອງໜອງແຮດ ແຂວງຊຽງຂວາງ ໂດຍສ່ວນຫຼາຍ ແມ່ນປະກອບອາຊີບ ເຮັດໄຮ່, ເຮັດສວນ ທົ່ວໄປ ເພື່ອຕ້ອງການ ໄປຂຸດຄົ້ນຄຳ ເພື່ອຫາລາຍໄດ້ ລ້ຽງຄອບຄົວ. ເທື່ອໜຶ່ງ ໄດ້ປະມານ 10 ລ້ານກີບ ຕໍ່ຄົນ, ໂດຍບາງຄົນ ກໍໄດ້ໄປຕັ້ງແຄັມ ຢູ່ບໍລິເວນ ພູດັ່ງກ່າວ. ແຕ່ມາຮອດປັດຈຸບັນ, ຊາວບ້ານຫຼາຍຄົນ ກໍໄດ້ກັບເຮືອນໝົດແລ້ວ ຍ້ອນຄຳ ໃນເຂດດັ່ງກ່າວ ເຫຼືອໜ້ອຍລົງ, ອີງຕາມຄຳເວົ້າ ຂອງຊາວບ້ານ ທີ່ໄດ້ເຂົ້າໄປ ສັງເກດການ ຢູ່ເຂດພູດັ່ງກ່າວ ຢູ່ເມືອງໜອງແຮດ ແຂວງຊຽງຂວາງ ທີ່ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 23 ມັງກອນ 2025.

“ມັນເປັນພູ ແລ້ວມັນມີບໍ່ຄຳ ເຂົາໄປນີ້ ເຂົາມີແຕ່ເອົາມືເຮັດ, ເອົາມືຂຸດໄປ. ຄົນໄປນີ້ ປະມານຮອດພັນ, ແຕ່ວ່າໄປນີ້ ຜູ້ທີ່ເຂົາຂຸດໄດ້ ມີແຕ່ໜ້ອຍຄົນນີ້, ຫັ້ນນ່າ. ແມ່ນແລ້ວ, ເຂົາເຈົ້າບໍ່ມີອາຊີບຫຍັງ ມີແຕ່ເຂົາເຈົ້າ ເປັນຊາວໄຮ່ ຊາວນາ. ຜູ້ທີ່ໄດ້, ກໍໄດ້ໜ້ອຍໜຶ່ງ ໝ້ອງສິບປາຍລ້ານ. ຜູ້ທີ່ບໍ່ໄດ້, ມີແຕ່ໄປ ເສຍແຮງງານລ້າໆ ບໍ່ໄດ້ຫຍັງເລີຍ. ຕອນນີ້, ມັນເບິດແລ້ວ, ຫັ້ນນ່າ ບໍ່ມີແລ້ວໆ ເຂົາກັບມາເບິດແລ້ວ.”

ບ້ານແກ້ວບອນ ຢູ່ຫ່າງຈາກ ເທດສະບານ ເມືອງໜອງແຮດ ປະມານ 3 ຫາ 4 ຊົ່ວໂມງ ເປັນເຂດບ້ານທີ່ຢູ່ໄກສອກຫຼີກ ບໍລິເວນບ້ານ ເປັນພູເປັນຜາ ຊາວບ້ານ ປະກອບອາຊີບ ເຮັດໄຮ່ ເຮັດສວນ ເປັນຫຼັກ. ສ່ວນການຂຸດຄົ້ນຄຳ ບໍລິເວນດັ່ງກ່າວ ຂຸດຄົ້ນ ມາແຕ່ປີກາຍ ເປັນເວລາ ປະມານ 2 ເດືອນແລ້ວ. ດັ່ງ ຊາວບ້ານ ຢູ່ບ້ານພັກແຄະ, ເມືອງໜອງແຮດ ແຂວງຊຽງຂວາງ ທ່ານໜຶ່ງ ກ່າວວ່າ:

“ແມ່ນແລ້ວ, ເປັນພູເປັນຜາ ຫັ້ນແຫຼະ. ເຂົາເຮັດໄຮ່ ເຮັດສວນ ມັນຢູ່ໄກ, ຫັ້ນນ່າ. ເຈົ້າ, ເຫັນເຂົາເຮັດຄຳເດ້ ຢູ່ເຂດນັ້ນ ເຂົາມີເຮັດຄຳກໍ, ເຂົາວ່າມັນມີ ເຂົາໄປເຮັດຄຳບໍ ກໍບໍ່ໄດ້ຖາມ, ຫັ້ນນ່າ. ປີນີ້ ຫຼືວ່າປີກາຍນີ້ບໍ.”

ສຳລັບແຂວງຊຽງຂວາງ ເປັນແຂວງໜຶ່ງ ທີ່ມີບໍລິສັດ ຂຸດຄົ້ນຄຳ ຫຼາຍບ່ອນ ແລະ ຄຳ ທີ່ຂຸດຄົ້ນໄດ້ ກໍອາດມີເປີເຊັນ ຂອງແຮ່ຄຳສູງ, ແຕ່ການຮັບຊື້ດິນ ທີ່ມີແຮ່ຄຳ ປະສົມຢູ່ນັ້ນ, ຕ້ອງຮູ້ກ່ອນວ່າ ເປີເຊັນຄຳ ທີ່ປະສົມໃນດິນ ມີເທົ່າໃດ, ເຊິ່ງຕ້ອງໄດ້ ມີການວັດແທກກ່ອນ ຈຶ່ງຈະສາມາດ ປະເມີນລາຄາໄດ້. ດັ່ງນາຍໜ້າ ຮັບຊື້ແຮ່ທາດ ຢູ່ແຂວງອຸດົມໄຊ ທ່ານໜຶ່ງ ກ່າວວ່າ:

“ຕ້ອງໄດ້ບໍລິສັດ ເປັນຜູ້ຮັບຊື້ ກໍໄດ້ຄືກັນ ເຂົາຈຶ່ງມາແປງເອງ, ຕ້ອງໄດ້ກວດ ຕ້ອງໄດ້ແທກກ່ອນ, ຕ້ອງໄດ້ແທກເບິ່ງວ່າ ມັນມີຈັກເປີເຊັນ? ຄັນເຂົາບໍ່ຮູ້ເປີເຊັນ ເຂົາກໍບໍ່ສາມາດຊື້ໄດ້. ຊຽງຂວາງ ກໍມີ, ເຂົາກໍຂຸດຄົ້ນຫຼາຍໄດ໋. ຢູ່ຫັ້ນ ເປີເຊັນກໍສູງ ຢູ່ຊຽງຂວາງ.”

ຂະນະທີ່ ເຈົ້າໜ້າທີ່ ພະແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ ນາງໜຶ່ງ ກ່າວວ່າ ຍັງບໍ່ທັນຮັບຮູ້ ກ່ຽວກັບການຂຸດຄົ້ນ ທີ່ເມືອງໜອງແຮດ ເທື່ອ, ແຕ່ການຂຸດຄົ້ນແຮ່ທາດ ບໍ່ວ່າ ຈະຊະນິດຫຍັງ ໂດຍປະຊາຊົນເອງ ບໍ່ສາມາດເຮັດໄດ້ ຍ້ອນຖືເປັນການ ລັກຂຸດຄົ້ນ ທີ່ມີຄວາມຜິດ ຕາມກົດໝາຍ ແລະ ທີ່ຜ່ານມາ ໃນແຂວງຊຽງຂວາງ ກໍເຄີຍມີ ກໍລະນີຊາວບ້ານ ລັກຂຸດຄົ້ນຄຳ ຫຼາຍບ່ອນ. ດັ່ງຍານາງ ກ່າວວ່າ:

“ບໍ່ໄດ້, ຄັນວ່າ ປະຊາຊົນເຮັດເອງ ຈະບໍ່ໄດ້ເດີ້, ເຂົາເຈົ້າມີລະບຽບ ຕາມລະບຽບກົດຫມາຍ ຂອງການລັກຂຸດແຮ່ຄຳ ບັນດາແຮ່ຕ່າງໆ. ມັນກໍຫຼາຍບ່ອນຢູ່, ແຕ່ວ່າ ບໍ່ຮູ້ວ່າເຂົາເຈົ້າ ເຮັດແນວໃດແລ້ວບໍ່.”

ສຳລັບການລັກຂຸດຄຳ ເກີດຂຶ້ນໃນຫຼາຍແຂວງ ໃນປະເທດລາວ, ໂດຍສະເພາະ ໃນແຂວງທີ່ມີ ການໃຫ້ສຳປະທານ ພື້ນທີ່ຂຸດຄົ້ນແຮ່ທາດ. ໃນເດືອນພຶດສະພາ ປີ 2024, ຊາວບ້ານຈຳນວນ 40 ຄົນ ຖືກຈັບ ຂໍ້ຫາລັກ ຂຸດຄົ້ນແຮ່ທາດ ແບບບໍ່ໄດ້ຮັບອະນຸຍາດ ຢູ່ເຂດຍອດນໍ້າແວ້ ບ້ານນໍ້າຍອນ, ເມືອງອະນຸວົງ ແຂວງໄຊສົມບູນ, ເຊິ່ງເປັນເຂດ ທີ່ທາງການ ສະຫງວນພື້ນທີ່ ການຂຸດຄົ້ນຄຳ ໃຫ້ແກ່ໂຄງການ ຂຸດຄົ້ນຄຳ ຂອງບໍລິສັດຕ່າງໆ ເປັນຕົ້ນ ບໍລິສັດ ພູເບັ້ຍ ມາຍນິ້ງ ແລະ ບໍລິສັດ ອື່ນໆ.

ຕໍ່ມາ, ໃນເດືອນມິຖຸນາ ປີ 2024, ຄະນະຮັບຜິດຊອບ ແກ້ໄຂການລັກ ຂຸດຄົ້ນແຮ່ທາດ ແຂວງໄຊສົມບູນ ໄດ້ນໍາຕົວກຸ່ມຄົນ ທີ່ລັກຂຸດແຮ່ຄຳ ຈຳນວນ 25 ຄົນ, ເປັນຍິງ 3 ຄົນ ມາສຶກສາອົບຮົມ, ກ່າວເຕືອນ ຍ້ອນຊາວບ້ານ ໄດ້ໄປລັກ ຂຸດຄົ້ນຄໍາ ຢູ່ເຂດພູນາງນອນ, ເມືອງທ່າໂທມ ແຂວງໄຊສົມບູນ.

ເລື່ອງທີ່ອ່ານຫຼາຍ
ສະພາບແວດລ້ອມ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.