ເຈົ້າໜ້າທີ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເປິດເຜີຍວ່າ ໃນການ ສນອງນໍ້າ ເພື່ອ ການ ກະເສດ ຂອງ ຂະແຫນງ ຊົລປະທານ ໃນ ທົ່ວ ປະເທດ ລາວ ນັ້ນ ປັຈຈຸບັນ ເຮັດໃຫ້ ທາງການ ລາວ ມີໜີ້ ຄ່າ ໄຟຟ້າ ຫລາຍ ກວ່າ 90 ຕຶ້ກີບ ຈົນ ເຮັດໃຫ້ ຣະບົບ ຊົລປະທານ ໃນຫລາຍ ແຂວງ ຕ້ອງຢຸດ ໃຊ້ ຈັກ ສູບນໍ້າ ເພື່ອ ຫລຸດຜ່ອນ ຄ່າໃຊ້ຈ່າຍ. ດັ່ງ ເຈົ້າໜ້າ ກ່າວວ່າ:
“ພວກເຮົາ ເຫັນວ່າ ມັນມີ ບັນຫາ ໃນ ເບື້ອງຕົ້ນ ແລ້ວ ກໍຖືວ່າ ຍົກເລີກ ເລີຍນະ ຍົກເລີກ ສະຖານີ ເລີຍ ສະຖານີ ສູບນໍ້າ ພວກເຮົາ ຕັ້ງຢູ່ 5-6 ແຫ່ງ ກໍຖືວ່າ ຍົກເລີກ ໝົດ ຄ່າ ກະແສ ໄຟຟ້າ ກໍມີ ຈໍານວນ ນຶ່ງ ແລ້ວ ໄທເຮົາ ທາງ ໄຟຟ້ າສເນີມາ ຢູ່ ພວກເຮົາ ກໍຂໍໃຫ້ ລົບ ໃຫ້ກັນຊະ ພວກເຮົາ ກໍມີແນວ ໄຟຟ້າ ໝົດນະ”.
ທ່ານເວົ້າ ຕື່ມວ່າ ໃນການ ສນອງນໍ້າ ເພື່ອ ການ ກະເສດ ຣະດູແລ້ງ ນັ້ນ ຂແນງ ຊົລປະທານ ມີຄວາມ ຈໍາເປັນ ຕ້ອງໃຊ້ຈັກ ສູບນໍ້າ ເຂົ້າຄູນາ ຈຶ່ງມີ ຄ່າໃຊ້ຈ່າຍ ສູງ ໂດຍ ສະເພາະ ໃນຫລາຍ ແຂວງ ມີ ງົປມານ ໜ້ອຍ ກໍຕ້ອງ ຕິດໜີ້ ຄ່າໄຟຟ້າ ໄວ້ກ່ອນ ຊື່ງ ປັຈຈຸບັນ ທາງການ ລາວ ກໍຕົກລົງ ເລື່ອນ ການ ຊໍາຣະ ໜີ້ ອອກໄປ ແລ້ວ.
ໃນແຂວງ ທີ່ ນໍາໃຊ້ ຣະບົບ ຈັກສູບນໍໍ້າ ເພື່ອການ ຊົລປະທານ ມີຢູ່ 9 ແຂວງ ຄື: ໄຊຍະບູຣີ, ວຽງຈັນ, ບໍຣິຄໍາໄຊ, ຄໍາມ່ວນ, ສວັນນະເຂດ, ສາຣະວັນ, ຈໍາປາສັກ,ອັດຕະປຶ ແລະ ນະຄອນ ຫລວງ ວຽງຈັນ.
ໃນຣະດູ ແລ້ງ ແຕ່ລະປີ 17 ແຂວງ ທົ່ວ ປະເທດ ລາວ ມີ ພຶດພັນ ເພາະປູກ ຫລາຍກວ່າ 1 ແສນ ເຮັກຕາ ຊື່ງ ຊາວ ກະສິກອນ ສ່ວນຫລາຍ ຕ້ອງໃຊ້ ແຮງ ຈາກ ຣະບົບ ຊົລປະທານ ຈຶ່ງມີຄ່າ ໃຊ້ຈ່າຍ ສູງ ແລະ ໃນ ອະນາຄົດ ຄວາມຕ້ອງ ການນໍ້າ ຍິ່ງ ຈະເພີ້ມ ຕຶ່ມອີກ.
