ຂໍ້ຂັດແຍ່ງທີ່ດິນ ລະຫວ່າງຊາວບ້ານ ທີ່ເມືອງວຽງໄຊ ກັບ ບໍລິສັດ ຂຸດຄົ້ນແຮ່ເຫຼັກ ຍັງສືບຕໍ່
2025.01.10
ເຫດການຄວາມຂັດແຍ່ງ ກ່ຽວກັບໂຄງການ ຂຸດຄົ້ນແຮ່ເຫຼັກ, ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ນັ້ນ, ທາງບໍລິສັດ ກໍຍັງດຳເນີນການຢູ່ ຢ່າງບໍ່ລົດລະ, ໂດຍບໍ່ຍອມຟັງ ຄໍາຮ້ອງທຸກ ຈາກຊາວບ້ານ ແຕ່ຢ່າງໃດເລີຍ, ອີງຕາມທີ່ທາງ ວິທຍຸເອເຊັຽເສຣີ ໄດ້ຮັບຟັງ ຈາກການບອກເລົ່າ ຂອງຊາວບ້ານ ກໍແມ່ນວ່າ ມາຮອດປັດຈຸບັນ ພວກເຂົາເຈົ້າ ຄິດວ່າ ຕິດຕໍ່ຫາຫ້ອງການໃດ ຫຼຽວຫາທາງໃດ ກໍບໍ່ມີຄຳຕອບ ທີ່ພໍຈະເຮັດໃຫ້ຮູ້ວ່າ ຈະມີການແກ້ໄຂ ແນວໃດແນວໜຶ່ງ ໃຫ້ກັບພວກຊາວບ້ານ ຕາດຳໆ ທີ່ກຳລັງໄດ້ຮັບ ຄວາມເດືອດຮ້ອນ ນັ້ນຢູ່. ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຜູ້ທີໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມັງກອນ 2025 ນີ້ວ່າ:
“ມາຮອດດຽວນີ້, ກະຍັງຄືເກົ່າເນາະ, ແຕ່ວ່າ ບໍລິສັດ ກະຍັງດໍາເນີນໄປ. ປະຊາຊົນ ກະບໍ່ຮູ້ແນວເຮັດແລ້ວ, ແລ່ນບ່ອນໃດ ກະບໍ່ຮູ້ບ່ອນໃດ, ກະບໍ່ຮູ້ບ່ອນແລ່ນແລ້ວ. ເມືອງ, ແຂວງ ເຂົາກະລົງມາໄກ່ເກ່ຍ, ແຕ່ວ່າ ເງິນຄ່າຊົດເຊີຍ ກະຍັງບໍ່ໄດ້ຊົດເຊີຍເນາະ. ເລື່ອງໄຮ່-ເລື່ອງນາ ຂອງປະຊາຊົນ, ດຽວນີ້ ປະຊາຊົນ ກະຍັງເດືອດຮ້ອນຢູ່, ແຕ່ວ່າ ນາຍບ້ານ ກໍບໍ່ເອົາຄວາມ ປະຊາຊົນເນາະ. ມັນກະຍາກ ແນວນີ້ເນາະ ລະບໍ່ຮູ້ແນວເຮັດ ບາດນີ້, ປະຊາຊົນ ກະຍັງເດືອດຮ້ອນຢູ່.”
ສ່ວນຊາວບ້ານ ຜູ້ທີ 2 ກໍກ່າວເຖິງ ຄວາມເດືອດຮ້ອນນັ້ນ ໃຫ້ຟັງວ່າ:
“ຖືກຜົນກະທົບ ໄຮ່ນາ ທີ່ວ່າໜັກໜ່ວງ ເດືອດຮ້ອນປະຊາຊົນ ແລະ ຮ້ອງຂໍຈາກເມືອງ, ຈາກແຂວງ ກໍບໍ່ເປັນໄປໄດ້. ຕອນນີ້, ທາງບໍລິສັດ ລະຍັງຂຸດຄົ້ນຢູ່ ເມືອຫ້າມ 3 ເທື່ອ ກໍບໍ່ເຊົາ, ເຖິງປັດຈຸບັນນີ້ ປະຊາຊົນ ເດືອດຮ້ອນທີ່ສຸດ.”
ແລະ ໃນຂະນະດຽວກັນ, ຕາມຄໍາບອກເລົ່າ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ກໍໄດ້ເລົ່າ ຄວາມເປັນມາ ຂອງໂຄງການ ຂຸດຄົ້ນແຮ່ທາດ ໃນບ້ານເມືອງປູນ ນັ້ນວ່າ: “ອໍານາດການປົກຄອງ ບ້ານເມືອງປູນ ໄດ້ສົມທົບ ກັບພາກສ່ວນກ່ຽວຂ້ອງ ຂອງເມືອງ ແລະ ແຂວງ ເຊັນເອກະສານ ສະໜັບສະໜູນ ການຂຸດຄົ້ນແຮ່ທາດ ໃຫ້ກັບບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຈໍານວນ 02 ຈຸດ, ມີເນື້ອທີ່ ທັງໝົດ 40 ເຮັກຕາ, ໂດຍທີ່ບໍ່ເປີດກອງປະຊຸມ ຜ່ານຄວາມເຫັນດີ ເຫັນພ້ອມ ຈາກປະຊາຊົນ ພາຍໃນບ້ານ ກ່ອນຈະທໍາການ ສໍາຫຼວດ, ຂຸດຄົ້ນ ເພາະວ່າ ເຂດພື້ນທີ່ດັ່ງກ່າວ ເປັນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າກິນ ຂອງປະຊາຊົນ ແລະ ເຂດທີ 2 ເປັນພື້ນທີ່ ທໍາການຜະລິດ ຂອງປະຊາຊົນ ເປັນຕົ້ນ ແມ່ນ ນາ, ໄຮ່ ແລະ ສວນ, ເຊິ່ງທັງສອງຈຸດນີ້ ປະຊາຊົນ ແມ່ນບໍ່ມີຄວາມເຫັນດີ ເພາະວ່າ ຈະສ້າງຄວາມຫາຍ ໃຫ້ກັບທີ່ຢູ່ອາໄສ, ແຫຼ່ງນໍ້າກິນ ແລະ ບ່ອນທໍາການຜະລິດ ຂອງປະຊາຊົນ. ທີ່ຜ່ານມາ, ປະຊາຊົນ ໄດ້ພາກັນເມືອຫ້າມ ບໍລິສັດ ໃຫ້ຢຸດເຊົາ ການຂຸດຄົ້ນ 3 ຄັ້ງແລ້ວ, ແຕ່ກະບໍ່ເຊົາ ເພິ່ນວ່າ ນາຍບ້ານ ບໍ່ໃຫ້ຢຸດ ເພາະເພິ່ນອະນຸຍາດ ໃຫ້ບໍລິສັດແລ້ວ. ຖ້າຢາກໃຫ້ຢຸດ, ກະຕ້ອງມີໜັງສື ຈາກຂັ້ນເທິງມາ ຈຶ່ງຈະຢຸດເຊົາ, ທາງປະຊາຊົນ ຈຶ່ງໄດ້ຮ້ອງຮຽນ ໄປຍັງສະພາປະຊາຊົນ ແຂວງຫົວພັນ ໃຫ້ລົງມາແກ້ໄຂ, ແຕ່ກະບໍ່ເປັນຜົນ ແລະ ກະຍັງໄດ້ໂທໄປ ທາງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ສາຍດ່ວນ ລັດຖະບານ ແລ້ວ. ມາຮອດປະຈຸບັນນີ້, ກະບໍ່ມີພາກສ່ວນໃດ ລົງມາແກ້ໄຂເທື່ອ. ສ່ວນທາງບໍລິສັດ ກະຍັງດຳເນີນ ສືບຕໍ່ຂຸດຄົ້ນ ໄປຕິກໆ. ດັ່ງນັ້ນ, ປະຊາຊົນ ຈຶ່ງຂໍຮຽກຮ້ອງ ມາຍັງລັດຖະບານ ລົງມາແກ້ໄຂ ຊ່ວຍປະຊາຊົນແດ່.”
ໃນມື້ວັນທີ 9 ເດືອນມັງກອນ 2025, ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຍັງຫ້ອງການ ສະພາປະຊາຊົນ ແຂວງຫົວພັນ ເພື່ອຈະສອບຖາມ ກ່ຽວກັບເລື່ອງ ການຂຸດຄົ້ນແຮ່ເຫຼັກ ທີ່ບ້ານເມືອງປູນ, ແຕ່ປະກົດວ່າ ບໍ່ມີຄົນຮັບສາຍ.
ຫຼັງຈາກນັ້ນ, ວິທຍຸເອເຊັຽເສຣີ ກໍໄດ້ໂທ ໄປຍັງເຈົ້າໜ້າທີ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະສິ່ງແວດລ້ອມ ເມືອງວຽງໄຊ, ເຊິ່ງເຈົ້າໜ້າທີ່ ທ່ານໜຶ່ງ ກໍ່ກ່າວກ່ຽວກັບເລື່ອງນີ້ວ່າ:
“ເຂົາໄດ້ລົງເຜີຍແຜ່ ສັນຍາແລ້ວ, ແຕ່ວ່າ ບາງທີ ກໍແນວວ່າເນາະ ປະຊາຊົນ ເຂົາອາດບໍ່ຢູ່, ເຂົາລົງເຜີຍແຜ່ ກະບໍ່ມີຄົນຟັງ, ມັນກໍຈະເປັນແນວນັ້ນ. ມັນມີແນວນີ້ເນາະ ກະບໍ່ມີຄົນຢູ່ ກະຈະເປັນແນວນັ້ນ, ມັນມີແນວນີ້ເນາະ ໜຶ່ງ ເປັນຜົນກະທົບ ຖືກໂດຍກົງ, ສອງມາ ກະຜົນກະທົບ ທີ່ຍັງບໍ່ທັນຖືກ. ຈຸທີ່ຖືກ ເຂົາຊົດເຊີຍແລ້ວ, (ທາງບໍລິສັດຊົດເຊີຍແລ້ວ) ຍັງແຕ່ວ່າ ຈຸທີ່ວ່າ ຫ່າງຈາກທີ່ລັດສະໝີ ທີ່ພວກເຮົາ ໄປກວດນັ້ນ ຄາດວ່າ ຈະບໍ່ຖືກເນາະ. ຜູ້ທີ່ບໍ່ຖືກ, ກະຍັງບໍ່ທັນຊົດເຊີຍ.”
ເຈົ້າໜ້າທີ່ ທ່ານນີ້ ຍັງຂໍຝາກເຖິງຊາວບ້ານ ທີ່ມີຂໍ້ຂ້ອງໃຈ ນັ້ນວ່າ:
“ມີແຕ່ຄັນວ່າ ທາງປະຊາຊົນເນາະ ມີຂໍ້ຂ້ອງໃຈ ປະສານຫາຈຸເຮົາ, ຈຸເຮົາຈະປະສານຫາ ບໍລິສັດ ເພື່ອກວດກາ ເບິ່ງໂຕຈິງເນາະ. ຄັນວ່າມີອັນໃດ ກະໃຫ້ສະເໜີ ມາຫາຈຸເຮົາ ໂດຍກົງເນາະ, ພວກເຮົາ ພາກລັດເຮົາ ກະຖືວ່າ ເປັນພາກສ່ວນໜຶ່ງ ທີ່ເປັນຂົວເຊື່ອມຕໍ່ ໃຫ້ກັບປະຊາຊົນ ແລະ ກະບໍລິສັດ ເພື່ອວ່າແກ້ໄຂ ໃຫ້ມັນທັນເຫດການ.”
ເຖິງຢ່າງໃດກໍຕາມ, ປະຊາຊົນ ທີ່ໄດ້ຮັບ ຄວາມເດືອດຮ້ອນນີ້, ກໍຫວັງວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ຄົງຈະລົງມາ ແກ້ໄຂບັນຫາ ທີ່ເກີດຂຶ້ນນີ້ ໃຫ້ພວກເຂົາເຈົ້າ ໂດຍໄວ.