ຣັຖບານ ອະນຸຍາດ ໃຫ້ເອກຊົນ ຂຸດຄົ້ນແຮ່ທາຕ ຫາຍາກ ຢູ່ເຊກອງ

ຈຳປາທອງ
2022.09.21
ຣັຖບານ ອະນຸຍາດ ໃຫ້ເອກຊົນ ຂຸດຄົ້ນແຮ່ທາຕ ຫາຍາກ ຢູ່ເຊກອງ ແຜນທີ່ ເມືອງດາກຈຶງ ແຂວງເຊກອງ ບ່ອນທີ່ ທາງການລາວ ໃຫ້ກຸ່ມບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈຳກັດ ສຳຣວດ ແລະຂຸດຄົ້ນແຮ່ ຫາຍາກ.
ແຜນທີໂດຍ: RFA created with Datawrapper

ຣັຖບານລາວ ອະນຸຍາດໃຫ້ກຸ່ມບໍຣິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈໍາກັດ ສັມປະທານ ຊອກຄົ້ນ-ສໍາຣວດແຮ່ທາຕ ທີ່ຫາຍາກ ໃນເນື້ອທີ່ 47 ກິໂລແມັດມົນທົນ ຫລື4,700 ເຮັກຕາ ຢູ່ເຂດບ້ານ ບຣ໋ອງນ້ອຍ ເມືອງດາກຈຶງ ແຂວງເຊກອງ ຕາມການຕົກລົງກັນ ໃນມື້ວັນທີ 6 ກັນຍານີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກແຜນການ ແລະການລົງທຶນ ແຂວງເຊກອງທ່ານນຶ່ງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 21 ກັນຍານີ້;

ຂະເຈົ້າກະໄດ້ເຄື່ອນໄຫວດົນແລ້ວ ວັງຕັດຫັ້ນນ່າ. ພວກ ຣັຖຫັ້ນແຫລະ ສນັບສນູນໄປແລ້ວ ສໍາຣວດແລ້ວ ເຂົ້າມາພັທນາ ເປົ້າໝາຍຢາກພັທນາຫັ້ນນ່າ. ຈຸດທີ່ຈະມີເງື່ອນໄຂພັທນາ ໄປໄດ້ຫັ້ນນ່າ.

ທ່ານກ່າວຕື່ມວ່າ ການຄົ້ນພົບແຫລ່ງທາຕ ທີ່ຫາຍາກ ຢູ່ເຂດບ້ານ ບຣ໋ອງນ້ອຍ ຂອງກຸ່ມບໍຣິສັດ ວັງຕັດຂຸດຄົ້ນບໍ່ແຮ່ ແມ່ນອີງໃສ່ຂໍ້ມູນ ດ້ານທໍຣະນີສາຕ-ແຮ່ທາຕ ຂອງຊ່ຽວຊານຍີ່ປຸ່ນ ຂອງອົງການ JICA ທີ່ເຄີຍມາສໍາຣວດ ສ້າງແຜນທີ່ທໍຣະນີສາຕ ຢູ່ພາກໃຕ້ຂອງລາວ ເມື່ອກ່ອນໜ້ານີ້ ສົມທົບກັບຜົລ ການບິນສໍາຣວດ ທາງອາກາດ ຂອງບໍຣິສັດ ໃນໄລຍະ ປີ 2018 ຊຶ່ງໄດ້ພົບເຫັນແຮ່ຄໍາ, ແຮ່ເງິນ, ແຮ່ທອງ ແລະແຮ່ເຫລັກແລ້ວ.​ ນອກຈາກນີ້ ຍັງພົບເຫັນແຮ່ ທັງສເຕນ (Tungsten) ທີ່ສາມາດ ນໍາໄປຜະລິຕໄສ້ຫລອດໄຟ, ການຜະລິຕໂລຫະປະສົມ ແລະແຮ່ດີບຸກ (Tin) ທີ່ສາມາດເຄືອບໂລຫະ ເພື່ອປ້ອງກັນການກັດເຊາະໄດ້. ບ້ານ ບຣ໋ອງນ້ອຍ ຕັ້ງຢູ່ຫ່າງຈາກເທສບານເມືອງ ດາກຈຶງ ປະມານ 113 ກິໂລແມັດ, ມີປະຊາຊົນອາສັຍຢູ່ບໍ່ເຖິງ 200 ຄົນ ທີ່ດໍາລົງຊີວິຕແບບລຽບງ່າຍ, ເຮັດໄຮ່, ເຮັດສວນ, ຫາເຄື່ອງປ່າຂອງດົງ ແລະວ່າ ໂຄງການດັ່ງກ່າວ ຈະບໍ່ສົ່ງຜົນກະທົບ ຕໍ່ຊາວບ້ານ. ແຕ່ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງດາກຈຶງ ທ່ານນຶ່ງເວົ້າວ່າ ການຊອກຄົ້ນ, ສໍາຣວດແຮ່ທາຕ ທີ່ຫາຍາກ ຂອງກຸ່ມບໍຣິສັດດັ່ງກ່າວ ແມ່ນໄດ້ກວມເອົາເນື້ອທີ່ປ່າໄມ້ ຊຶ່ງມີຄວາມອຸດົມສົມບູນ ໄປດ້ວຍແຫລ່ງຊັພຍາກອນ ທັມມະຊາຕ ຫລາຍພັນເຮັກຕ້າຣ໌ ແລະເປັນບ່ອນຢູ່ອາສັຍ ຂອງສັດປ່າຫລາຍຊະນິດ. ທ່ານເວົ້າວ່າ ຫາກເນື້ອທີ່ປ່າໄມ້ນັ້ນ ຖືກທໍາລາຍໄປໝົດ ກໍຈະສົ່ງຜົນກະທົບ ຕໍ່ຊັພຍາກອນທັມມະຊາຕ ຂອງປະເທດຢ່າງ ຫລວງຫລາຍ ແລະວ່າເຈົ້າໜ້າທີ່ທ້ອງຖິ່ນ ແລະຊາວບ້ານຈໍານວນບໍ່ໜ້ອຍ ບໍ່ຢາກໃຫ້ມີການສໍາປະທານ, ແຕ່ບໍຣິສັດເຂົາເຈົ້າໄດ້ສໍາຣວດມາຫລາຍປີປີ ແລະໄດ້ສໍາປະທານໄປແລ້ວ.

ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:

ສ່ວນຫລາຍແລ້ວກະແມ່ນ ບໍຣິສັດຂະເຈົ້າ ສັມປະທານແລ້ວ ເພາະວ່າ ເຂົາສໍາຣວດມາຫລາຍປີແລ້ວ ກະສຸດແຕ່ວ່າ. ຂັ້ນເທິງເພິ່ນອະນຸຍາດ ກະບໍ່ມີບັນຫາດອກ. ຂັ້ນທ້ອງຖິ່ນເຮົາກະມີແຕ່ວ່າ ເພິ່ນບໍ່ຢາກໃຫ້ເຮັດແລ້ວ.

ກ່ຽວກັບການອະນຸຍາດ ໃຫ້ກຸ່ມບໍຣິສັດວັງຕັດ ຂຸດຄົ້ນບໍ່ແຮ່ ສໍາປະທານຊອກຄົ້ນ, ສໍາຣວດແຮ່ທາຕຫາຍາກ ທີ່ວ່ານີ້ ຊາວບ້ານຜູ້ນຶ່ງ ຢູ່ເມືອງດາກຈຶງ ເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຊາວບ້ານສ່ວນນຶ່ງ ຢູ່ເມືອງນີ້ ຢາກຂໍໃຫ້ທາງການລາວ ຄໍານຶງເຖິງຜົລກະທົບ ທີ່ຈະເກີດຂຶ້ນ ກັບສິ່ງແວດລ້ອມ ແລະສັງຄົມນໍາດ້ວຍ.

ແມ່ນມັນກະເສັຍຫາຍ ຫລາຍຢ່າງ ສິ່ງແວດລ້ອມ ຜູ້ຄົນກະບໍ່ມີບ່ອນ ຫາກິນເນາະ.

ແລະຊາວບ້ານອີກຜູ້ນຶ່ງ ຢູ່ເມືອງດຽວກັນນີ້ກໍເວົ້າວ່າ ແຕ່ລະໂຄງການ ທີ່ຈະໄດ້ຮັບການສັມປະທານ ກໍແມ່ນໄດ້ຜ່ານ ການພິຈາຣະນາ ເປັນເອກກະພາບ ຈາກທາງການແຕ່ລະຂັ້ນແລ້ວ ແລະເຫັນວ່າ ໂຄງການນີ້ ກໍບໍ່ມີບັນຫາຫຍັງ.

ບໍ່ໆ ບໍ່ມີບັນຫາເພາະຂະເຈົ້າ ກໍໄດ້ຈັດເຂດຈັດອັນນັ້ນລະອຽດຢູ່ ເພາະມັນມາແຕ່ຂັ້ນກະຊວງ ຈົນຮອດທ້ອງຖິ່ນ ເປັນເອກພາບກັນແລ້ວ.

ແຕ່ເຖິງແນວໃດກໍຕາມ ເຈົ້າໜ້າທີ່ດ້ານສິ່ງແວດລ້ອມ ແຂວງເຊກອງ ທ່ານນຶ່ງ ກໍກ່າວຕໍ່ວິທຍຸ ເອເຊັຍເສຣີໃນມື້ວັນທີ 21 ກັນຍານີ້ວ່າ ທ່ານຍັງບໍ່ຢາກເຫັນດີປານໃດ ໃນເຣື່ອງທີ່ທາງການລາວ ອະນຸຍາດໃຫ້ກຸ່ມບໍຣິສັດວັງຕັດ ຂຸດຄົ້ນບໍ່ແຮ່ ສັມປະທານພື້ນທີ່ປ່າໄມ້ ຫລາຍພັນເຮັກຕ້າຣ໌ ເພື່ອຊອກຄົ້ນ, ສໍາຣວດ ແຮ່ທາຕທີ່ຫາຍາກນີ້ ຍ້ອນມັນຈະເຮັດໃຫ້ໄມ້ຖືກຕັດ ແລະປ່າໄມ້ຖືກທໍາລາຍໄປຫລາຍ.

ເຫັນຢູ່ ແຕ່ວ່າກະຊິບໍ່ສາມາດ ທີ່ວ່າຈະເຮັດຫຍັງໄດ້ ເປັນການຕັດໄມ້ທໍາລາຍປ່າ ເພາະວ່າອັນນັ້ນ ເປັນປ່າໄມ້ທັມມະຊາຕ ກໍຄືດັ່ງເຂົ້າໃຈຖືກຕ້ອງແລ້ວວ່າ ມັນອາຈມີຜູ້ທີ່ວ່າ ຢູ່ເບື້ອງຫລັງ ຣັຖຫລືວ່າພາກສ່ວນໃດນຶ່ງອະນຸຍາດ.

ອີງຕາມການຣາຍງານ ຂອງກະຊວງພະລັງງານ ແລະບໍ່ແຮ່, ໃນຂັ້ນຕົ້ນ ການຜະລິຕ ແລະປຸງແຕ່ງແຮ່ທາຕທີ່ຫາຍາກ ຈະຖືກດໍາເນີນໄປດ້ວຍ 2 ຮູບແບບ ຄືຮູບແບບການບົ່ມແຮ່ ເພື່ອໃຫ້ຕົກຕະກອນ ແລ້ວອົບແຫ້ງ ເປັນຝຸ່ນ ແລະຮູບແບບເອົາແຮ່ເຂົ້າໂຮງງານ ເພື່ອຍົກສະມັດຕະພາບ ໃຫ້ເປັນແຮ່ເຂັ້ມຂຸ້ນ. ຄາດວ່າຈະສາມາດ ດໍາເນີນການທົດລອງຜະລິຕ ໃນລະຫວ່າງແຕ່ທ້າຍປີ 2023 ຫາຕົ້ນປີ 2024 ທີ່ຈະມາເຖິງນີ້.

ທາງບໍຣິສັດ ໄດ້ວາງແຜນທີ່ຈະຂຸດຄົ້ນແຮ່ທາຕ ທີ່ຫາຍາກ ຕລອດໄລຍະ ຂອງການສັມປະທານນັ້ນ ໃຫ້ໄດ້ 1 ລ້ານຕັນ ເປັນແຮ່ດິບ ແລະແຮ່ເຂັ້ມຂຸ້ນ ໄດ້ 30,000 ຕັນ.                                                                        ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ເປັນກຸ່ມບໍຣິສັດ ທີ່ໄດ້ປ່ຽນຊື່ ມາຈາກບໍຣິສັດ ຫຸ້ນສ່ວນ ວຽດ-ລາວ ບໍ່ແຮ່ ຈໍາກັດ ເມື່ອວັນທີ 1 ມົກກະຣາ 2018, ເປັນກຸ່ມ ບໍຣິສັດ ທີ່ເຮັດທຸຣະກິຈ ຮ່ວມກັນລະຫວ່າງ ວຽດນາມ ແລະລາວ, ມີທຶນຈົດທະບຽນ 25 ລ້ານໂດລ້າຣ໌ສະຫະຣັຖ ແລະເງິນລົງທຶນ 80 ລ້ານໂດລ້າຣ໌ສະຫະຣັຖ. ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ເປັນຜູ້ອໍານວຍການໃຫຍ່ ແລະທ່ານ ບຸ໋ຍ ແອັງ ດຶກ ເປັນຜູ້ຮອງ.

ແລະຕໍ່ມາ ກຸ່ມບໍຣິສັດນີ້ ໄດ້ຮ່ວມມື ກັບກະຊວງປ້ອງກັນ ປະເທດ ຂອງລາວ ເພື່ອສໍາຣວດ ແລະຂຸດຄົ້ນແຮ່ທາຕ ຢູ່ບ້ານວັງຕັດ ເມືອງຊານໄຊ ແຂວງອັດຕະປື ໃນເນື້ອທີ່ 250 ກິໂລແມັດມົນທົນ ຫລື 25,000 ເຮັກຕ້າຣ໌ ແລະຍັງມີເນື້ອທີ່ສັມປະທານ ອີກຫລາຍແຫ່ງ ທີ່ກະຈາຍຢູ່ ຕາມແຂວງອັດຕະປື ແລະແຂວງເຊກອງ ອີກປະມານ 500 ກິໂລແມັດມົນທົນ ຫລືປະມານ 50,000 ເຮັກຕ້າຣ໌.

ກຸ່ມບໍຣິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ ຈໍາກັດ ໄດ້ຮັບສັນຍາສັມປະທານ ຈາກທາງການລາວ ເປັນເວລາ 29 ປີ ນັບຕັ້ງແຕ່ມື້ວັນທີ 21 ພຶສຈິກາ 2012 ໄປເຖິງວັນທີ 21 ພຶສຈິກາ 2041.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.