ທາງການ ສັ່ງໂຈະ ການຂຸດເກືອກາລີ ໃກ້ເຂດດິນຍຸບ ຊົ່ວຄາວ
2025.01.03

ພາຍຫຼັງເກີດດິນຍຸບ 2 ເທື່ອ ໃນວັນທີ 3 ທັນວາ ແລະ ໃນວັນທີ 21 ທັນວາ 2024 ຢູ່ເຂດບ້ານປາກເປັ່ງ, ເມືອງທ່າແຂກ ແຂວງຄຳມ່ວນ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍາລັງສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໃນຂັ້ນແຂວງ ໄດ້ສັ່ງໃຫ້ ບໍລິສັດ ຊິໂນ-ອາກຣີ ໂປຕາສ ຈໍາກັດ ຢຸດເຊົາ ບັນດາວຽກງານ ທີ່ຢູ່ໃກ້ກັບ ບໍລິເວນດັ່ງກ່າວ ຊົ່ວຄາວ ແລະ ໃຫ້ບໍລິສັດ ສົມທົບກັບ ອົງການປົກຄອງທ້ອງຖິ່ນ ອັດ-ຖົມ ບໍລິເວນດັ່ງກ່າວແລ້ວ ໃນວັນທີ 29 ແລະ 30 ທັນວາ ທີ່ຜ່ານມາ. ສ່ວນການຊົດເຊີຍ ເປັນເງິນນັ້ນ, ກໍຍັງບໍ່ຮູ້ຄັກແນ່ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດ ຫາສາເຫດ ດິນຍຸບໄດ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຂັ້ນທ້ອງຖິ່ນ ຢູ່ບ້ານປາກເປັ່ງ, ເມືອງທ່າແຂກ ແຂວງຄໍາມ່ວນ ທ່ານໜຶ່ງ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ມັງກອນ 2025 ວ່າ:
“ແມ່ນແຫຼະໆ, ຊິຖົມ 2 ຂຸມເລີຍ. ບໍ່, ບໍລິສັດຈີນ ເພິ່ນມາຖົມ, ບໍລິສັດ ບໍ່ເກືອ ຫັ້ນແຫຼະ ມາຖົມໃຫ້. ຂ້ອຍກໍຍັງບໍ່ຮູ້ຄືກັນ, ໄປລວມທາງສູນກາງ ເພິ່ນລົງມາ ທາງອັນນັ້ນລົງມາ ເພິ່ນກໍຍັງ ໃຫ້ຄໍາຕອບບໍ່ໄດ້. ຍັງບໍ່ຈັກວ່າ ສາເຫດເກີດມາຈາກໃສ?”
ຊາວບ້ານ ຢູ່ບ້ານປາກເປັ່ງ, ເມືອງທ່າແຂກ ອີກທ່ານໜຶ່ງ ກໍກ່າວຄືກັນວ່າ ປັດຈຸບັນ ບໍລິສັດຂຸດຄົ້ນ ບໍ່ເກືອກາລີ ໄດ້ນໍາດິນແດງ ມາຖົມ ບ່ອນດິນຍຸບແລ້ວ, ແຕ່ກໍ່ບໍ່ຮູ້ຄັກແນ່ວ່າ ເຈົ້າຂອງດິນ ໄດ້ຄ່າຊົດເຊີຍ ຫຼືບໍ່ ຍ້ອນບໍ່ເຫັນ ການຊົດເຊີຍດັ່ງກ່າວ. ດັ່ງທ່ານກ່າວວ່າ:
“ບໍ່ຮູ້, ຂ້ອຍກໍບໍ່ຮູ້. ຖົມແລ້ວໆ, ເອົາດິນແດງ ທໍາມະດານີ້ແຫຼະ ດິນແດງນີ້ແຫຼະ ມາຖົມ. ບໍ່ໄດ້, ຂະເຈົ້າເວົ້າ ຈົກເອົາດິນ ແບບດິນ ຈົກໄຮ່-ຈົກນາ, ດິນນໍາໄຮ່-ນໍານາ ນີ້ແຫຼະ, ດິນໂຄກ ດິນຫຍັງ, ນີ້ນ່າ. ດິນແດງ, ດິນແຮ່ ດິນແດງນີ້ແຫຼະ.”
ຂະນະທີ່ ຊາວບ້ານ ຢູ່ບ້ານປາກເປັ່ງ ອີກນາງໜຶ່ງ ກ່າວວ່າ ປັດຈຸບັນ ຊາວບ້ານບາງສ່ວນ ກໍຍັງຄົງຢ້ານວ່າ ຈະເກີດດິນຍຸບ ຕື່ມອີກ ຍ້ອນມີດິນນາ ຢູ່ຕິດກັບ ບໍລິເວນດິນຍຸບ ແລະ ຍັງບໍ່ຮູ້ຄັກແນ່ວ່າ ຂັ້ນເທິງ ຈະເຮັດມາດຕະການ ຊົດເຊີຍແນວໃດ. ດັ່ງນາງກ່່າວວ່າ:
“ເອີ່, ເຂົາຢ້ານຫັ້ນແຫຼະ, ເອີ່, ມັນກໍຢູ່ກາງນານີ້ແຫຼະ. ແມ່ນແລ້ວ ໃກ້ຢູ່ປະມານ 500-600 ແມັດນີ້ແຫຼະ. ເອີ່, ບໍ່ຮູ້ນໍາເພິ່ນແຫຼະ ທາງຂັ້ນເທິງ ເພິ່ນວ່າແນວໃດ ກໍແລ້ວແຕ່ເພິ່ນ.”
ທາງດ້ານປະຊາຊົນລາວ ທີ່ຕິດຕາມ ກໍລະນີດິນຍຸບ ມາຢ່າງຕໍ່ເນື່ອງ ທ່ານໜຶ່ງ ກ່າວວ່າ ການຖົມດິນ ດັ່ງກ່າວນີ້ ເປັນພຽງການແກ້ບັນຫາ ສະເພາະໜ້າ ແລະ ແກ້ບັນຫາ ທີ່ປາຍເຫດຊື່ໆ ຍ້ອນການຂຸດຄົ້ນບໍ່ແຮ່ ໃນແຕ່ລະດັບ ຊັ້ນໃຕ້ດິນນັ້ນ, ໄດ້ຂຸດເອົາແຮ່ທາດ ໃນດິນ ອອກໄປເບິດແລ້ວ ເຮັດໃຫ້ພື້ນທີ່ໃຕ້ດິນ ເປັນໂພງ, ເປັນຮູ. ເມື່ອດິນຖືກນໍ້າ ໃນຊ່ວງລະດູຝົນ ຫຼື ມີຄວາມອີ່ມໂຕ ຈາກນໍ້າຫຼາຍຂຶ້ນ ກໍ່ອາດເກີດດິນຍຸບ ໄດ້ອີກ ໃນຕໍ່ໜ້າ. ດັ່ງທ່ານກ່າວວ່າ:
“ມັນແກ້ບັນຫາ ສະເພາະໜ້າ ຕາມທີ່ວ່າ ການຂຸດບໍ່ປິດ. ມັນອັນຕະລາຍ ທີ່ສຸດຢູ່ແລ້ວ, ມື້ໃດມື້ໜຶ່ງ ມັນກໍຕ້ອງຍຸບ ຢູ່ແລ້ວ ເພາະວ່າຫຍັງ, ມັນລັກສະນະເຮົາ ຂຸດເອົາດິນອອກ, ມື້ໃດມັນມີນໍ້າຖືກ, ນໍ້າຊຸ່ມ ນໍ້າຫຍັງ ມັນອີ່ມໂຕໄປ, ມັນກໍຕ້ອງຍຸບຢູ່ແລ້ວ. 5 ປີ, 10 ປີ ຫຼືວ່າ 20 ປີຂ້າງໜ້າ ມັນບໍ່ມີໃຜຄາດຄະເນໄດ້, ມັນບໍ່ຮອດເທົ່າໃດປີ ມັນກໍເລີ່ມເຮັດໃຫ້ເຫັນແລ້ວ.”
ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ກໍາລັງສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ກໍາລັງສຶກສາ ຢ່າງລະອຽດ ສາເຫດທີ່ເຮັດໃຫ້ ເກີດດິນຍຸບ. ການຈັດຕັ້ງປະຕິບັດວຽກງານ ເພື່ອຄົ້ນຫາສາເຫດ ແມ່ນເລີ່ມແຕ່ວັນທີ 24 ທັນວາ 2024 ແລະ ຄາດວ່າ ຈະໃຫ້ສໍາເລັດເບື້ອງຕົ້ນ ໃນເດືອນມັງກອນ ປີ 2025.
ກ່ອນໜ້ານີ້, ເມື່ອວັນທີ 3 ທັນວາ ທີ່ຜ່ານມາ ເກີດເຫດດິນຍຸບ ກາງທົ່ງນາ ທີ່ຢູ່ຫ່າງຈາກ ເຮືອນປະຊາຊົນ ປະມານ 800 ແມັດ. ຄັ້ງທໍາອິດ ດິນຍຸບລົງ ເລິກໄປກວ່າ 10 ປາຍແມັດ, ກວ້າງປະມານ 20 ປາຍແມັດ. ຕໍ່ມາ, ມື້ທີ 2 ດິນຍັງເຈື່ອນ ຍຸບລົງໄປອີກ ກາຍເປັນຂຸມເລິກ 15 ແມັດ ແລະ ກວ້າງ 25 ແມັດ. ໂດຍບໍລິເວນດັ່ງກ່າວ ເປັນດິນນາ ຂອງປະຊາຊົນ ທີ່ຢູ່ໃນເຂດສໍາປະທານ ການຂຸດຄົ້ນບໍ່ເກືອກາລີ ຂອງບໍລິສັດ ຊິໂນ-ອາກຣີ ໂປຕາສ ຈຳກັດ ຂອງນັກລົງທຶນຈີນ.