ທາງການ ກຽມຮັບມື ໄຟໄໝ້ປ່າ ໃນປີນີ້, ແຕ່ອຸປະກອນ ປ້ອງກັນ ພັດມີຈຳກັດ
2025.01.30

ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ແນະນໍາ ໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ເພີ່ມທະວີ ການໂຄສະນາ ຢ່າງຈິງຈັງ ແລະ ປະຕິບັດມາດຕະການ ຄວບຄຸມ ແລະ ສະກັດກັ້ນ ໄຟປ່າ ຢ່າງເຂັ້ມງວດ ແລະ ໃຊ້ກົດໝາຍ ຕໍ່ຜູ້ລະເມີດ, ໂດຍສະເພາະ ການຖາງປ່າເຮັດໄຮ່, ການບຸກລຸກ ພື້ນທີ່ປ່າໄມ້ ແລະ ອື່ນໆ ທີ່ຈະກໍ່ໃຫ້ເກີດ ໄຟລາມປ່າ ໃນປີ 2025 ນີ້.
ແຕ່ໃນພາກ ປະຕິບັດໂຕຈິງ, ເຈົ້າໜ້າທີ່ ກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ມັງກອນ ນີ້ວ່າ ການຄຸ້ມຄອງໂຕຈິງ ຍັງເປັນເລື່ອງຫຍຸ້ງຍາກຫຼາຍ ແລະ ເມື່ອເກີດ ໄຟໄໝ້ລາມປ່າ ກໍຍັງບໍ່ມີ ອຸປະກອນມອດໄຟ, ການຂົນນໍ້າ ໄປມອດໄຟ ກໍລໍາບາກ. ຊາວບ້ານສ່ວນໃຫຍ່ ມີແຕ່ໃຊ້ຟົດໄມ້, ເຄືອໄມ້ ຊ່ວຍກັນມອດໄຟ ແລະ ເຈົ້າໜ້າທີ່ທ້ອງຖິ່ນ ຈະໃຊ້ມາດຕະການຈິງຈັງ ຕໍ່ຊາວບ້ານ ທີ່ຕິດພັນ ກັບການທໍາມາຫາກິນ ຕາມທໍາມະຊາດ ກໍເປັນເລື່ອງຍາກຫຼາຍ, ໂດຍສະເພາະ ເລື່ອງການຫ້າມຖາງປ່າ, ຈູດປ່າເຮັດໄຮ່ ແລະ ຫ້າມໄປຫາ ເຄື່ອງປ່າຂອງດົງ ມາລ້ຽງຊີບ ກໍເປັນເລື່ອງຍາກ, ຊຶ່ງເຈົ້າໜ້າທີ່ ກໍໄດ້ແຕ່ໂຄສະນາ ໃຫ້ລະມັດລະວັງ ເທົ່ານັ້ນ ແລະ ເມື່ອເກີດໄຟລາມປ່າ ກໍໄດ້ແຕ່ ລະດົມກັນໄປມອດ. ດັ່ງທີ່ທ່ານກ່າວວ່າ:
“ໄດ້ເຮັດທຸກປີ ຫັ້ນແຫຼະ. ຍາກເນາະ, ມັນກະບໍ່ມີຫຍັງ ຊ່ອຍເຂົາເຈົ້າ, ຫັ້ນນ່າ ເຮົາກໍໄປລາດຕະເວນ ບໍ່ທົ່ວເຖິງແດ່. ກໍມີບາງເຂດ, ບາງຈຸດ ມັນເກີດ, ມັນເກີດແຕ່ບາງພາກສ່ວນ ທີ່ເຂົາເຈົ້າ ໄປຫາຢູ່ຫາກິນ ຕາມທໍາມະຊາດ, ຫັ້ນນ່າ. ແລ້ວກະໄປດັງໄຟ ທໍາອາຫານເບາະ ອີ່ຫຍັງ, ເຂົາເຈົ້າລືມມອດ ກໍມີ, ຫັ້ນນ່າ. ຢຸດເລີຍ ກໍບໍ່ໄດ້, ມີແຕ່ເຮົາກໍໂຄສະນາ ຊ່ວຍລະດົມ ເອົາຂອບເຂດ ທີ່ມັນມີຄວາມສ່ຽງ ຫັ້ນແຫຼະ.”
ບັນຫາໄຟໄໝ້ລາມປ່າ ຢູ່ລາວ ເກີດຂຶ້ນທຸກປີ. ໃນປີ 2023 ທົ່ວປະເທດ ໃນໄລຍະ ເດືອນມີນາ ຫາເດືອນເມສາ ໄຟໄໝ້ປ່າ ເສຍຫາຍປະມານ 476,900 ເຮັກຕາ, ແຂວງທີ່ເສຍຫາຍ ຫຼາຍກວ່າໝູ່ ແມ່ນແຂວງໄຊຍະບູລີ 62,500 ປາຍເຮັກຕາ, ຮອງລົງມາ ກໍແມ່ນແຂວງຫຼວງພຣະບາງ 57,000 ປາຍເຮັກຕາ, ແຂວງອັດຕະປື, 50,000 ປາຍເຮັກຕາ, ແຂວງຈໍາປາສັກ 47,000 ປາຍເຮັກຕາ, ແຂວງຄໍາມ່ວນ 44,700 ປາຍເຮັກ ແລະ ແຂວງອື່ນໆອີກ, ອີງຕາມລາຍງານ ຂອງກະຊວງກະສິກໍາ ແລະ ປ່າໄມ້.
ຊາວບ້ານຜູ້ໜຶ່ງ ຢູ່ແຂວງໄຊຍະບູລີ ເວົ້າວ່າ ທີ່ຜ່ານມາ ເມື່ອເກີດ ໄຟໄໝ້ລາມປ່າ ພວກຊາວບ້ານ ກໍລະດົມກັນໄປມອດ, ແຕ່ບໍ່ມີ ອຸປະກອນຫຍັງຫຼາຍ ມີແຕ່ໄດ້ພາກັນ ຂົນນໍ້າໄປຫົດ ແລະ ໃຊ້ຟົດໄມ້, ເຄືອໄມ້ ມອດ ແລະ ວ່າ ໄຟໄໝ້ປ່າ ສ່ວນໃຫຍ່ ເກີດຈາກການຖາງປາ, ຈູດປ່າເຮັດໄຮ່.
“ສ່ວນໃຫຍ່ ກໍມີແຕ່ຊາວບ້ານ ຮ່ວມກັນດັບ ເທົ່ານັ້ນ. ນາຍບ້ານ ປະກາດໃຫ້ ຊ່ອຍກັນໄປດັບ, ໄປອັນນັ້ນ ນໍ້າໄປຫົດ. ບາງເທື່ອ ກໍເອົາສ່ວນຫຼາຍ ເຄືອໄມ້, ບາງເທື່ອ ມັນກໍເກີດຂຶ້ນເອງ, ບາງເທື່ອ ເຂົາກະຈູດໄຮ່, ຈູດສວນ ແດ່ເນາະ, ທໍາມາຫາກິນແດ່.”
ໃນຂະນະດຽວກັນ, ເຈົ້າໜ້າທີ່ ອຳນາດການປົກຄອງບ້ານ ຢູ່ແຂວງຫຼວງພຣະບາງ ທ່ານນຶ່ງ ເວົ້າວ່າ ເມື່ອເກີດໄຟໄໝ້ປ່າ ກໍມີແຕ່ຊາວບ້ານ ລະດົມກັນໄປມອດ. ອຸປະກອນມອດໄຟ ສ່ວນໃຫຍ່ ກໍໃຊ້ແຕ່ຟົດໄມ້ ຍ້ອນບໍ່ມີ ອຸປະກອນອື່ນ ແລະ ປັດຈຸບັນ ກໍຍັງມີຊາວບ້ານ ຈໍານວນໜຶ່ງ ຍັງຖາງປ່າ, ຈູດປ່າເຮັດໄຮ່ ຢູ່ ເພາະບໍ່ມີທາງເລືອກອື່ນ ໃນການທໍາມາຫາກິນ. ເຈົ້າໜ້າທີ່ ກໍບໍ່ໄດ້ຫ້າມ, ແຕ່ມີເງື່ອນໄຂຢູ່ວ່າ ເວລາຈູດໄຟ ເຜົາປ່າເຮັດໄຮ່ ຕ້ອງຢູ່ຄຸມໄຟ ບໍ່ໃຫ້ໄຟລາມປ່າ. ດັ່ງທີ່ທ່ານກ່າວວ່າ:
“ປ້ອງກັນ ມີແຕ່ວ່າ ເພິ່ນເຮັດຄໍາສັ່ງແນະນໍາ ລົງໃຫ້ບ້ານເນາະ, ແຈ້ງເຕືອນປະຊາຊົນ. ອຸປະກອນນີ້ ຄືຊິບໍ່ມີເທື່ອດອກ, ມີແຕ່ຟົດໄມ້. ຜ່ານມາ ບ່ອນມີເງື່ອນໄຂ ເຂົາກໍຈູດຕອນຮົ່ມ, ຕອນມັນຕາເວັນຕົກດິນ ເພື່ອບໍ່ໃຫ້ ໄຟລາມປ່າ, ຫັ້ນນ່າ.”
ແລະ ເຈົ້າໜ້າທີ່ ອົງການຈັດຕັ້ງ ທາງສັງຄົມ ດ້ານກະສິກໍາ ແລະ ປ່າໄມ້ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ກໍເວົ້າວ່າ ເປັນເລື່ອງຍາກຫຼາຍ ທີ່ຈະຫ້າມຊາວບ້ານ ບໍ່ໃຫ້ຖາງປ່າ, ຈູດປ່າເຮັດໄຮ່, ເຮັດສວນ ຍ້ອນຊາວບ້ານ ທົ່ວປະເທດ ເຮັດມັນເປັນອາຊີບ ເຂົາເຈົ້າ, ໂດຍສະເພາະ ໃນລະດູແລ້ງ ລະຫວ່າງເດືອນມີນາ ຫາເດືອນເມສາ ຊາວບ້ານ ຈະເລີ່ມກຽມພື້ນທີ່ ດ້ວຍການຖາງປ່າ, ຈູດປ່າ ໃນໄລຍະນີ້ ຈະເຫັນຫຼາຍ.
“ເຂົາກໍຈູດໂອ້, ຍາມເຂົາເຈົ້າ ເຮັດໄຮ່ເດ້, ເຮັດສວນເດ້, ຍາມນີ້ນ່າ. ປະຊາຊົນ ເຂົາກໍຖາງໄປຕິກໆ ແຫຼະ ເຮົາຊິໄປຫ້າມເຂົາໄດ້, ໝົດເກືອບທົ່ວປະເທດ ຫັ້ນແຫຼະ. ພາກໃຕ້, ພາກເໜືອ ກໍມີ.”
ສາເຫດຕົ້ນຕໍ ຂອງການເຮັດໃຫ້ເກີດ ໄຟໄໝ້ລາມປ່າ ນອກຈາກເລື່ອງ ທີ່ເວົ້າມານັ້ນແລ້ວ, ກໍຍັງມີ ການຈູດປ່າ ເພື່ອປູກມັນຕົ້ນ, ປູກຢາງພາລາ ແລະ ພືດເສດຖະກິດອື່ນໆ ຮວມໄປເຖິງ ການຈູດປ່າ ເພື່ອລ່າສັດ, ຈູດປ່າ ເພື່ອຂະຫຍາຍ ພື້ນທີ່ລ້ຽງສັດ, ຊຶ່ງເປັນສ່ວນໜຶ່ງ ທີ່ເຮັດໃຫ້ ເນື້ອທີ່ປ່າໄມ້ ໃນລາວ ຫຼຸດລົງຫຼາຍ ນອກຈາກການຕັດໄມ້ ທໍາລາຍປ່າ ຢ່າງຫຼວງຫຼາຍ ໃນແຕ່ລະປີແລ້ວ.
ແຕ່ປີ 2014 ຫາປີ 2022, ພື້ນທີ່ປ່າໄມ້ ໃນລາວ ເສຍຫາຍຫຼາຍ ທຸກປີ ເປັນຕົ້ນ ຢູ່ແຂວງພາກເໜືອ, ຊຶ່ງເສຍຫາຍ ຫຼາຍກວ່າໝູ່ ແມ່ນແຂວງອຸດົມໄຊ, ຮອງລົງມາ ກໍແມ່ນແຂວງຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພຣະບາງ, ໄຊຍະບູລີ.
ອີງຕາມຂໍ້ມູນ ຈາກກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ຄວາມເສຍຫາຍ ຈາກໄຟໄໝ້ລາມປ່າ ຢູ່ ສປປ ລາວ ແຕ່ປີ 2014 ຫາ ປີ 2022 ມີຫຼາຍເຖິງ 326,300 ປາຍເຮັກຕາ.
ໄຟໄໝ້ລາມປ່າ ໃນຕົ້ນປີ 2023 ເກີດຂຶ້ນຢູ່ຫຼາຍແຂວງ ເປັນຕົ້ນ: ແຂວງໄຊຍະບູລີ, ຫຼວງພຣະບາງ, ອັດຕະປື, ຈໍາປາສັກ, ຄໍາມ່ວນ, ຫຼວງນໍ້າທາ, ຫົວພັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ວຽງຈັນ ແລະ ແຂວງອື່ນໆອີກ.