ເຂື່ອນດອນສະໂຮງ ເປີດ ຮູ ປາຜ່ານ

ໄຊຍາ
2019.03.19
F-Donsahong ການກໍ່ສ້າງ ເຂື່ອນ ດອນສະໂຮງ ເມືອງໂຂງ ແຂວງຈໍາປາສັກ
RFA/TP

ເຂື່ອນດອນສະໂຮງ ຢູ່ເມືອງໂຂງ ແຂວງຈໍາປາສັກ ທີ່ຕັນຮູສະໂຮງ ແລະປັບປຸງຮູນໍ້າອື່ນ ໃຫ້ປາຜ່ານນັ້ນເຮັດໃຫ້ປາ ໃນແມ່ນໍ້າຂອງຢູ່ເຂດ ບ້ານຫົວສະດໍາ, ບ້ານຫົວຄອນຫລາຍຂຶ້ນກວ່າແຕ່ກ່ອນ ແລະ ເຮັດໃຫ້ຊາວປະມົງ ໃນເຂດດັ່ງກ່າວມີຣາຍໄດ້ ເພິ່ມຂຶ້ນ, ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ບ້ານຫາງສະດໍາ ເມືອງໂຂງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ມິນາ ນີ້:

"ເຣຶ່ອງປາທັມມະຊາດ ຕັ້ງແຕ່ເພິ່ນເຮັດຮູຜ່ານປາມານີ້ ໂອກໍດີກວ່າເກົ່າ ມັນກໍຂຶ້ນໆເມືອເໜືອໄດ້ແບບສະບາຍ ປັດຈຸບັນນີ້ ເພິ່ນເຮັດ 5 ຮູ ແລ້ວ, ຖ້າມີປາຂຶ້ນມາມັນກໍຜ່ານໄປເລີຍໂລດ ຕົວຢ່າງຄື ປາພອນ ຕອນນີ້ນີ່ໂອ້, ປາມັນໆສິມາຫລາຍຂຶ້ນວ່າຊັ້ນສະ."

ທ່ານກ່າວຕື່ມວ່າ ຮູປາຜ່ານ 5 ຮູ ນັ້ນໄດ້ເປີດເມື່ອເດືອນມົກກະຣາ ປີນີ້, ຊາວບ້ານດີໃຈຫຼາຍຍ້ອນ 2 ປີ ຜ່ານມາມີປາໜ້ອຍ ຫາໄດ້ມື້ນຶ່ງ ບໍ່ເກີນ 5 ກິໂລ ຍ້ອນເຂື່ອນກັ້ນທາງປາຜ່ານ. ແຕ່ດຽວນີ້ຫາໄດ້ມື້ນຶ່ງຢ່າງໜ້ອຍ 10 ກິໂລ.

ແຕ່ໃນຂນະດຽວກັນ ການເປີດຮູປາຜ່ານນັ້ນ ເຮັດໃຫ້ຊາວບ້ານ ທີ່ຢູ່ເທິງເຂື່ອນໄດ້ຮັບຜົລກະທົບ ເຊັ່ນຊາວບ້ານຫາງຄອນ ແລະບ້ານ ຫາງສະເດົາທີ່ຫາປາໄດ້ຫຼຸດລົງ ຍ້ອນຮູປາຜ່ານເຮັດໃຫ້ປາບໍ່ມາພັກ ໃນເຂດບ້ານຂອງພວກຂະເຈົ້າ ບໍ່ຄືແຕ່ກ່ອນແລ້ວ, ດັ່ງຊາວບ້ານ ຫາງສະດໍາ ກ່າວໃນມື້ດຽວກັນນັ້ນວ່າ:

"ຢູ່ບ້ານນີ້ໝາຍຄວາມວ່າ ຜ່ານມາທັມມະດາ ປາຂຶ້ນມາຈາກ ກໍາພູຊາ ແລະມັນກໍມີບ່ອນເອົາເນາະ ເພາະວ່າປາຂຶ້ນໆບໍ່ໄດ້ ມັນກໍເອົາໄດ້ ຄືວ່າມັນຂຶ້ນມານີ້ ມັນກໍເອົາໄດ້ປາຫລາຍ ເຮົາກໍຍັງໄດ້ວ່າຊັ້ນນະ ແຕ່ໃນຊ່ວງນີ້ຕັ້ງແຕ່ເພິ່ນເຮັດຮູ ຜ່ານປາມາ ຢາກຍາກແນ່ ພໍມັນມາ ມັນກາຍຂຶ້ນເໜືອເລີຍ."

ເມື່ອເປັນຄືແນວນັ້ນ ໃນຂນະນີ້ ຊາວບ້ານຫາງຄອນ ແລະບ້ານຫາງສະດໍາ ກໍາລັງຮວບຮວມ ຣາຍຊື່ຜູ້ທີ່ຂາດຣາຍໄດ້ ຍ້ອນຫາປາໄດ້ ໜ້ອຍລົງ ແລະ ບໍ່ມີອາຊີບເຮັດ ເພື່ອຍື່ນໃຫ້ພາກສ່ວນທີ່ ກ່ຽວຂ້ອງ ມາຊ່ອຍແກ້ໄຂ.

ເຂື່ອນດອນສະໂຮງ, ຂນາດ 260 MW, ມູນຄ່າການກໍ່ສ້າງ 500 ລ້ານໂດລາ ສະຫະຣັຖ, ເປັນເຂື່ອນຂອງບໍຣິສັດ ເມກາເຟິສ ຂອງ ມາເລເຊັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.