ຊາວບ້ານ ເມືອງໄຊທານີ ເດືອດຮ້ອນ ຍ້ອນໂຮງງານ ຊື້ໝໍ້ໄຟເກົ່າ ຂອງຈີນ ສົ່ງກິ່ນຂິວ
2025.01.31

ຊາວບ້ານ ບ້ານດົງສ້າງຫີນ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ ໜ່ວຍງານກ່ຽວຂ້ອງ ກວດກາໂຮງງານ ເກັບຊື້ໝໍ້ໄຟເກົ່າ ຂອງຄົນຈີນ ຍ້ອນກົງວົນ ເລື່ອງສານເຄມີ ຈະກະທົບ ດ້ານສິ່ງແວດລ້ອມ, ໂດຍສະເພາະນ້ຳກົດ ແລະ ສຽງດັງ ລົບກວນຊາວບ້ານ ທີ່ອາໄສຢູ່ ອ້ອມຂ້າງໂຮງງານດັ່ງກ່າວ. ດັ່ງຊາວບ້ານ ບ້ານດົງສ້າງຫີນ, ເມືອງໄຊທານີ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ມັງກອນ ນີ້ວ່າ:
“ຫ່າງກັນ ກະປະມານໝ້ອງຫຼັກໜຶ່ງ ນີ້ແຫຼະ, ກະບໍ່ໄກກັນປານໃດດອກ. ມັນກະຜົນກະທົບ ມັນກະຊິເຮືອນໃກ້ຄຽງຫັ້ນ, ກະມີສຽງລົບກວນນັ້ນ, ໃກ້ຄຽງແນ່ ມັນກະອາດຊິມີເນາະ ກິ່ນນ້ຳກົດ ນ້ຳຫຍັງ. ເຮືອນແຮງຕິດກັນເລີຍ.”
ຊາວບ້ານທ່ານນີ້ ກ່າວອີກວ່າ ຂະໜາດເຮືອນ ຢູ່ຫ່າງໄກ ຈາກໂຮງງານດັ່ງກ່າວ ປະມານ 1 ຫຼັກ ຍັງໄດ້ຮັບຜົນກະທົບ ເລື່ອງກິ່ນເໝັນຂິວ ໃນບາງເວລາ ແລ້ວຄົນທີ່ອາໄສຢູ່ ໃກ້ກັບໂຮງງານດັ່ງກ່າວ ກະຕ້ອງໄດ້ຮັບ ຜົນກະທົບ ຫຼາຍສົມຄວນ, ໂດຍສະເພາະ ເລື່ອງນ້ຳກົດ ຈາກໝໍ້ໄຟ.
ຢ່າງໃດກໍຕາມ, ໂຮງງານດັ່ງກ່າວ ບໍ່ມີປ້າຍຊື່ ວ່າຊື່ໂຮງງານຫຍັງ ຮູ້ແຕ່ວ່າ ເປັນໂຮງງານ ເກັບຊື້ໝໍ້ໄຟເກົ່າ ຂອງຄົນຈີນ.
ຊາວບ້ານອີກທ່ານໜຶ່ງ ຢູູ່ບ້ານດົງສ້າງຫີນ, ເມືອງໄຊທານີ ກ່າວວ່າ ເລື່ອງກິ່ນເໝັນຂິວ ຈາກໂຮງງານ ດັ່ງກ່າວນີ້ ບາງມື້ ກະເໝັນຂິວແຮງ, ບາງມື້ ກະບໍ່ໄດ້ກິ່ນ, ແຕ່ເລື່ອງສຽງດັງ ລົບກວນເຮືອນໃກ້ຄຽງ ແມ່ນຖືວ່າ ກະທົບໜັກສົມຄວນ. ດັ່ງທ່ານກ່າວວ່າ:
“ສ່ວນຫຼາຍ ມັນແຊວໜ້ອຍໜຶ່ງ. ບາງເທື່ອ ກະມັນສະເທືອນນ່າ, ສະເທືອນຮອດຮ້ານ. ບໍ່, ບໍ່ຄ່ອຍປານໃດ ກິ່ນນ່າ, ດົນໆເທື່ອ.”
ກ່ຽວກັບເລື່ອງນີ້, ເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າ ຍັງບໍ່ທັນຮັບຮູ້ ເລື່ອງຜົນກະທົບ ທີ່ເກີດຂຶ້ນ ແລະ ການຮຽກຮ້ອງໃຫ້ ໜ່ວຍງານກ່ຽວຂ້ອງ ລົງໄປກວດກາເທື່ອ. ຄັນຫາກຊາວບ້ານ ໄດ້ຮັບຜົນກະທົບແທ້ ກໍຈະປຶກສາ ກັບພາກສ່ວນ ທີ່ກ່ຽວຂ້ອງ ກ່ອນ. ດັ່ງເຈົ້າໜ້າທີ່ນາງນີ້ ກ່າວວ່າ:
“ຕົວນີ້ ນີ້, ຕ້ອງໄດ້ປຶກສາກັນກ່ອນ ເພາະວ່າ ເຂົາເຈົ້າກະເບິ່ງວ່າ ອັນຂີ້ເຫຍື້ອ ທີ່ຊື້ຫັ້ນ ມັນເປັນຂີ້ເຫຍື້ອ ປະເພດໃດ, ຊີ້ຫັ້ນນ່າ.”
ທາງດ້ານ ເຈົ້າໜ້າທີ່ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານໜຶ່ງ ກ່າວວ່າ ທີ່ຜ່ານມາ ລັດຖະບານລາວ ຫ້າມບໍ່ໃຫ້ ນຳເຂົ້າໝໍ້ໄຟເກົ່າ ແລະ ຊິ້ນສ່ວນເສດເຫຼືອ ຂອງເຄື່ອງເອເລັກໂຕຣນິກ ເພາະວ່າ ມັນສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ.
ຫາກໂຮງງານໃດ ຮັບຊື້ ກໍຕ້ອງເກັບມ້ຽນ ສິ່ງເສດເຫຼືອ ເອເລັກໂຕຣນິກ ໃນບ່ອນທີ່ເໝາະສົມ ແລະ ບໍ່ໃຫ້ນຳມາໃຊ້, ຜະລິດ ຫຼື ປຸງແຕ່ງ ອັນໃດອີກ.
ສ່ວນກໍລະນີຊາວບ້ານ ບ້ານດົງສ້າງຫີນ, ເມືອງໄຊທານີ ຮຽກຮ້ອງໃຫ້ ໜ່ວຍງານກ່ຽວຂ້ອງ ກວດກາໂຮງງານ ເກັບຊື້ໝໍ້ໄຟເກົ່າ ຂອງຄົນຈີນນັ້ນ, ຫາກມີການຮຽກຮ້ອງໃຫ້ ໜ່ວຍງານກ່ຽວຂ້ອງ ລົງໄປກວດກາ ຢ່າງເປັນທາງການ ກໍຈະຕ້ອງໄດ້ລົງໄປ ກວດກາເບິ່ງ ສະພາບຕົວຈິງ. ຫາກເຫັນວ່າ ໂຮງງານ ບໍ່ໄດ້ມາດຕະຖານ ກໍຈະສັ່ງໂຈະ ຊົ່ວຄາວໄປກ່ອນ. ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວວ່າ:
“ບໍ່, ບໍ່ຢາກໃຫ້ ອະນຸຍາດ ນຳເຂົ້າແຫຼະ. ຄັນວ່າມີການຮ້ອງຟ້ອງ ຖືວ່າ ມັນກະຕ້ອງໄດ້ກວດກາ, ຄັນວ່າ ມັນບໍ່ໄດ້ ຕາມລະບົບເຕັກນິກ, ບໍ່ຮັບປະກັນ ເຂົາກະສັ່ງໃຫ້ປິດ, ກະຍັງເຂ້ມງວດ ຢູ່ຄືເກົ່າ. ຄັນໝໍ້ໄຟເກົ່າ ລະແມ່ນເລື່ອງນ້ຳກົດ ຜົນກະທົບ ຕໍ່ສຸຂະພາບ ຂອງປະຊາຊົນ ອ້ອມຂ້າງ.”
ເມື່ອປີ 2024 ທີ່ຜ່ານມານີ້, ທ່ານ ສົມມາດ ພົລເສນາ, ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄະນະປະຈຳ ສະພາແຫ່ງຊາດ ກໍໄດ້ສະເໜີໃຫ້ ລັດຖະບານລາວ ພິຈາລະນາ ຍຸຕິການນໍາເຂົ້າຂີ້ເຫຍື້ອ ເອເລັກໂຕຣນິກ ຄຽງຄູ່ກັບ ການຄຸ້ມຄອງຂີ້ເຫຍື້ອ ເອເລັກໂຕຣນິກ ຢູ່ພາຍໃນ.
ປັດຈຸບັນ, ໃນນະຄອນຫຼວງວຽງຈັນ ມີໂຮງງານ ແຍກຊິ້ນສ່ວນຂີ້ເຫຍື້ອ ເອເລັກໂຕຣນິກ ປະມານ 10 ແຫ່ງ ແລະ ລັດຖະບານ ບໍ່ອະນຸຍາດ ໃຫ້ສ້າງຕັ້ງໂຮງງານ ປະເພດດັ່ງກ່າວ ເພີ່ມອີກ ໃນລາວ.