ຂ.ຫຼວງພຣະບາງເກັບຂໍ້ມູນ ຄວາມເສັຽຫາຍ
2020.03.11

ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຫຼວງພຣະບາງ ກໍາລັງຮິບໂຮມຂໍ້ມູນ ຄວາມເສັຽຫາຍຂອງປະຊາຊໍົນບ້ານອູ ແລະ ບ້ານເມືອງຄາຍ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ທີ່ໄດ້ຮັບຜົນກະທົບ ຈາກລົມພະຍຸ ເມື່ອວັນທີ່ 4 ມິນາ ຜ່ານມານີ້.
ໃນເບື້ອງຕົ້ນເຈົ້າໜ້າທີ່ປະເມີນຄວາມເສັຽຫາຍຢ່າງບໍ່ເປັນທາງການ ຄ່າສັງກະສີມຸງຫຼັງຄາ ທີ່ລົມພະຍຸພັດໄປນັ້ນປະມານ 3 ລ້ານປາຍກີບ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມແຂວງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ມີນານີ້:
“ພວກເຮົາ ກໍລົງເກັບຂໍ້ມູນ ແຕ່ວ່າ ທາງບ້ານເຂົາເຈົ້າ ຍັງບໍ່ທັນ ເອົາຂໍ້ມູນຣະອຽດ ໃຫ້ເທື່ອຫັ້ນນາ ບໍ່ຫຼາຍດອກ, ບໍ່ຫຼາຍດອກແລ້ວສິສົ່ງ ໄປໃຫ້ເບິ່ງປະເມີນສາຍຕານີ້ 2 ບ້ານນີ້ປະມານສັງກະສີ 100 ແຜ່ນ ໄລ່ເປີເຊັນເນາະສູງສຸດແຜ່ນລະ 35 ພັນ 100 ແຜ່ນ ຖືກເທົ່າໃດ ກໍເທົ່ານັ້ນ.”
ທ່ານວ່າ ເວົ້າລວມແລ້ວ ຄວາມເສັຽຫາຍຈາກພະຍຸພັດຖລົ່ມຄັ້ງນີ້ ຖືວ່າພັດເອົາແຕ່ຫຼັງຄາເຮືອນ ຂອງປະຊາຊົນ ແລະບໍ່ມີຜູ້ໃດໄດ້ຮັບບາດ ເຈັບ ຫຼື ເສັຽຊີວິດ, ຊຶ່ງທາງພາກສ່ວນກ່ຽວຂ້ອງ ກໍພ້ອມຈະໃຫ້ການຊ່ອຍເຫຼືອ ຄອບຄົວທີ່ໄດ້ຮັບຜົນກະທົບ ໂດຍອີງໃສ່ງົບປະມານ ຕາມ ຣະບຽບຂອງຣັຖບານ ທີ່ກໍານົດໄວ້ ເຣື່ອງຊັພສົມບັດຄົງທີ່ ເປັນທີ່ຢູ່ອາສັຍ ຂອງປະຊາຊົນ.
ສໍາລັບຄວາມເສັຽຫາຍຕາມຮ້ານຄ້າ, ຮ້ານອາຫານ ແລະຕລາດ ທີ່ໄດ້ຮັບຜົນກະທົບຈາກ ລົມພະຍຸນັ້ນທາງການ ຈະບໍ່ມີແຜນຊ່ອຍເຫຼືອ ຍ້ອນຖືວ່າ ບໍ່ແມ່ນຊັບສົມບັດຄົງທີ່ ຂອງປະຊາຊົນ:
“ເປົ້າໝາຍຊ່ວຍ ແຕ່ວ່າ ຂໍຂໍ້ມູນຣະອຽດ ເຮົາຈິ່ງໄປຊ່ອຍ ກວດເບິ່ງໂຕຈິງກ່ອນ ຣະບຽບເຮົາມີ ຈັດຕັ້ງປະຕິບັດຕາມຣະບຽບ ເຮົາເນາະ ຕລາດ, ຮ້ານອາຫານ ພວກເຮົາຈະບໍ່ໄດ້ຊ່ອຍ ເພາະວ່າ ພວກເຮົາຈະເວົ້າ ຊັບສົມບັດຄົງທີ່ ທີ່ຢູ່ອາສັຍ ຂອງປະຊາຊົນ ຮ້ານອາຫານ ຕລາດມັນຈະມີເວົ້າ ເຣື້ອງສັນຍາ ປະກັນພັຍ ຕ່າງຫາກ ພວກເຮົາຈະບໍ່ໄດ້ຊ່ອຍ.”
ທ່ານກ່າວຕື່ມວ່າ ເຖິງຢ່າງໃດກໍຕາມ ພາຍໃນອາທິດນີ້ ຈະໄດ້ຮັບຂໍ້ມູນຣະອຽດ ວ່າປະຊາຊົນທັງ 2 ບ້ານນີ້ ໄດ້ຮັບຄວາມເສັຍຫາຍຈາກ ພະຍຸພັດຖລົ່ມ ຫຼາຍໜ້ອຍປານໃດ ຫຼັງຈາກນັ້ນ ທາງການຈະວາງແຜນຊ່ອຍເຫຼືອ ໃນຂັັ້ນຕໍ່ໄປ.