ເສັ້ນທາງຫຼາຍສາຍເປ່ເພ ກະທົບຊາວບ້ານ, ການທ່ອງທ່ຽວ
2023.12.05
ປັດຈຸບັນ ເສັ້ນທາງຫຼາຍສາຍ ໃນທົ່ວປະເທດລາວ ຍັງສືບຕໍ່ເປ່ເພ ມີຂີ້ຝຸ່ນໄງ່ ເຮັດໃຫ້ຊາວບ້ານ ໄດ້ຮັບຄວາມເດືອດຮ້ອນ ໃນການສັນຈອນໄປ-ມາ ລວມທັງເຮັດໃຫ້ການເດີນທາງ ທ່ອງທ່ຽວ ບໍ່ສະດວກສະບາຍ ແລະນັກທ່ອງທ່ຽວ ຕ້ອງມີຄ່າໃຊ້ຈ່າຍ ໃນການເດີນທາງຫຼາຍກວ່າທີ່ຄວນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີໄດ້ສອບຖາມຊາວບ້ານ ນາງນຶ່ງຢູ່ແຂວງບໍຣິຄໍາໄຊ. ນາງເວົ້າວ່າເສັ້ນທາງແຕ່ບ້ານປ່າໄລ່ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ຫາ ເມືອງອະນຸວົງ ແຂວງໄຊສົມບູນ ມີສະພາບເປັນຂຸມ, ເປັນບວກ ຂີ່ຝຸ່ນໄງຫຼາຍ ຍ້ອນຣົຖບັນທຸກແກ່ແຮ່ ຜ່ານມາຂອງບໍຣິສັດຈີນ ແຫ່ງນຶ່ງ, ເຊິ່ງສ້າງຄວາມເດືອດຮ້ອນ ລຳຄານແກ່ຊາວບ້ານ ຢ່າງຫຼວງຫຼາຍ. ທັງນີ້, ຊາວບ້ານກໍໄດ້ແຈ້ງ ໃຫ້ອຳນາດການປົກຄອງບ້ານ ສເນີເຣື່ອງໄປຍັງຂັ້ນເທິງແລ້ວ ແຕ່ພັດຖືກນາຍບ້ານເອິ້ນໄປສຶກສາອົບຮົມ.
ດັ່ງທີ່ນາງກ່າວ ໃນມື້ວັນທີ 5 ທັນວາ 2023 ນີ້ວ່າ:
“ເຮັດແລ້ວ, ເຮັດແລ້ວເຂົາເຈົ້າກໍເຊີນຂຶ້ນໄປກິນນໍ້າເຍັນ ຢູ່ຫ້ອງການບ້ານ. ເພາະວ່າບ້ານເຂົາເຈົ້າບໍ່ເວົ້າເດແມ່ນ, ປະຊາຊົນຊິໄປເວົ້າໄດ໋ແນວບ້ານບໍ່ພ້ອມ. ເວົ້າບໍ່ໄດ້ໆ ຂນາດເຂົາເຈົ້າຫັ້ນນ່າແບບວ່າ ມັນກາງຄືນຫັ້ນເນາະ. ແລ້ວມັນມີຂຸມຫຼາຍພວກທີ່ວ່າເຂົາເຈົ້າ ຢູ່ແຄມທາງເຂົາເຈົ້າກໍນອນບໍ່ໄດ້ກາງຄືນ ແລ້ວເຂົາເຈົ້າແລ່ນເດິກຫັ້ນເນາະ. ແລ້ວເຂົາກໍ່ເອົາກວຍເອົາອິຫຍັງ ໄປຕັ້ງແຄມທາງແບບວ່າ ຢ່າໃຫ້ແລ່ນແຄມເຮືອນເຂົາຫຼາຍ ເພາະວ່າເຂົາເຈົ້ານອນບໍ່ໄດ້. ຕຶ່ນເຊົ້າມານີ້ກະມີເຣື່ອງແລ້ວ ກໍມາເວົ້າໃຫ້, ໂອ້ຍ! ມາກວດສອບເບິ່ງໃຫ້ແນ່.”

ນອກຈາກທາງຢູ່ຕ່າງແຂວງແລ້ວ, ທາງຢູ່ໃນໂຕເມືອງນະຄອນຫຼວງວຽງຈັນ ຫຼາຍເສັ້ນທາງກໍ່ເປ່ເພຊຸດໂຊມແລະມີການສ້ອມແປງຫຼ້າຊ້າ ໂດຍສະເພາະ ທາງເລຂທີ 13 ເໜືອ ໄລຍະຕລາດສີໄຄຫາສີ່ແຍກສີເກີດ ກໍຍັງສືບຕໍ່ເປ່ເພ. ເຖິງແມ່ນວ່າຈະໄດ້ມີການລົງນາມ ໃນສັນຍາສ້ອມແປງກັບບໍຣິສັດ ຜູ້ຮັບສັມປະທານນັບແຕ່ເດືອນມິຖຸນາ 2023 ທີ່ຜ່ານມາ, ແຕ່ກໍ່ຍັງບໍ່ທັນມີການລົງມືສ້ອມແປງໂຕຈິງເທື່ອ ແລະທາງຮ່ອມຊອຍຕ່າງໆ ຂອງຖນົນໜອງບອນຕໍ່ໜ້າເດີ່ນທາດຫຼວງ ກໍ່ເປ່ເພເຊັ່ນດຽວກັນ.
ບັນຫາທາງເປ່ເພ ນອກຈາກຈະເຮັດໃຫ້ຊາວບ້ານເດືອດຮ້ອນແລ້ວ ຍັງສ້າງບັນຫາຫຼາຍ ແກ່ການທ່ອງທ່ຽວໂດຍສະເພາະ ນັກທ່ອງທ່ຽວຊາວໄທຍ ຜູ້ນຶ່ງເຊິ່ງເຄີຍນັ່ງຣົຖເມ ໂດຍສານຈາກແຂວງຊຽງໃໝ່ ປະເທດໄທຍ ໄປຫາແຂວງຫຼວງພຣະບາງ ແລະ ຈະຕ້ອງໄດ້ປ່ຽນໄປນັ່ງຣົຖເມ ໂດຍສານຂອງລາວ ຢູ່ທີ່ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ. ທ່ານກ່າວວ່າ ການເດີນທາງເທື່ອນີ້ ແມ່ນສ້າງຄວາມທຸກທໍຣະມານຫຼາຍ ຍ້ອນບັນຫາສະພາບຖນົນ ແລະສະພາບຣົຖເມ ໂດຍສານ ທີ່ບໍ່ດີ.
ດັ່ງທີ່ທ່ານ ກ່າວວ່າ:
(ພາສາໄທຍ) “ບັນຫາຫຼັກຂອງໂຄງສ້າງການຂົນສົ່ງຢູ່ລາວນີ້ ແມ່ນບັນຫາຖນົນ. ການໃຊ້ເວລາເກີນ 12 ຊົ່ວໂມງ ຈາກຊຽງຂອງໄປຫາຫຼວງພຣະບາງ ເຮັດໃຫ້ນັກທ່ອງທ່ຽວທີ່ໃຊ້ເສັ້ນທາງ ຖນົນປະສົບກັບຄວາມທຸກທໍຣະມານຫຼາຍ. ມັນບໍ່ແມ່ນແຕ່ຖນົນດ້ວຍຣົຖເມ ໂດຍສານຂອງລາວ ກໍບໍ່ໄດ້ມີຄວາມສະດວກສະບາຍປານໃດ. ຫ້ອງນ້ຳກໍບໍ່ມີ ແລ້ວທາງກໍ່ເປັນຂຸມ ເປັນບໍ່ແລ້ວກວ່າຈະຮອດນີ້ ລະວ່າງທາງຈະມີການຈອດຣົຖແວ່ພັກ ເຂົ້າຫ້ອງນ້ຳກໍມີໜ້ອຍ.”

ທາງດ້ານນັກທ່ອງທ່ຽວ ຊາວໄທຍ ອີກນາງນຶ່ງ ທີ່ເຄີຍຂັບຂີ່ຣົຖສ່ວນໂຕ ໄປທ່ຽວນະຄອນຫຼວງວຽງຈັນກ່າວວ່າ ສະພາບທາງໂດຍລວມຖືວ່າບໍ່ດີປານໃດ ເຮັດໃຫ້ຂັບຣົຖຍາກ ຕ້ອງໄດ້ຫຼົບຫຼີກຂຸມ ຊິ່ງນາງກໍ່ສັງເກດເຫັນວ່າ ເສັ້ນທາງບໍ່ດີ ຈະມີຣົຖບັນທຸກແກ່ເຄື່ອງໜັກ ແລ່ນຜ່ານຫຼາຍ ເປັນສາເຫດສຳຄັນ ເຮັດໃຫ້ທາງເປ່ເພ ແລະຈະມີແຕ່ທາງໃນໂຕເມືອງ ໃກ້ກັບແຫຼ່ງທ່ອງທ່ຽວສຳຄັນ ທີ່ຍັງພໍມີສະພາບດີຢູ່ ແຕ່ກໍມີຝຸ່ນຫຼາຍ.
ດັ່ງທີ່ນາງ ກ່າວວ່າ:
(ພາສາໄທຍ) “ແຕ່ຖ້າຖາມວ່າພາບລວມກໍ່ຄືແບບຖນົນແບບບໍ່ໄດ້ເລີຍ. ຄືແບບບໍ່ໄດ້ຮັບການເບິ່ງແຍງຈາກຣັຖບານເລີຍ. ແລ້ວກໍບໍ່ໄດ້ມີການຄວບຄຸມແບບວ່າ ເສັ້ນນີ້ຣົຖໃດຜ່ານໃດ ຫຼືບໍ່ໄດ້ ຈັ່ງຊີ້. ທີ່ເປ່ເພຫຼາຍກວ່າໝູ່ ຫວາມັນຈະແມ່ນເສັ້ນທາງຮອບນອກ ຄືຖ້າເປັນບ່ອນທີ່ຊາວບ້ານຢູ່ແທ້ໆ ຊຸມຊົນແທ້ໆນີ້ຖນົນບໍ່ໄດ້ເລີຍນ່າ.”
ນັກທ່ອງທ່ຽວຊາວໄທຍ ນາງນີ້ ກ່າວອີກວ່າ ນອກຈາກເສັ້ນທາງໃນນະຄອນຫຼວງວຽງຈັນແລ້ວ, ທາງເລຂທີ 13 ເໜືອ ໄລຍະເມືອງວັງວຽງ ແຂວງວຽງຈັນ ເຊິ່ງເປັນເມືອງທ່ອງທ່ຽວ ຂອງລາວ ປະສົບບັນຫາເປ່ເພຫຼາຍ ແລະເມື່ອກັບຄືນບ້ານ ຕ້ອງໄດ້ນຳຣົຖໄປກວດສອບ ແລະສ້ອມແປງ ຍ້ອນໄດ້ຕົກຂຸມ ຕົກບໍ່ ໄປຫຼາຍຖ້ຽວ.
ປັດຈຸບັນນີ້, ທາງການລາວໄດ້ສ້ອມແປງ ບາງເສັ້ນທາງ ເປັນຕົ້ນທາງເລຂທີ 16B ເຊກອງ-ດາກຈຶງ ແຂວງເຊກອງ ແລະເສັ້ນທາງເລຂທີ 13 ໃຕ້ ເຂດບ້ານໂພນຈະເຣີນ ເມືອງປາກກະດິງ ແຂວງບໍຣິຄຳໄຊ, ໂດຍຊາວລາວ ນາງນຶ່ງ ທີ່ເຮັດວຽກຢູ່ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ກ່ຽວກັບເສັ້ນທາງເລຂທີ 16B ທີ່ຫາກໍສ້ອມແປງ ໄປຫວ່າງບໍ່ດົນນີ້.
“ເຂົາເຈົ້າກໍ່ໄປຕລອດ. ຫາກໍ່ສ້ອມແປງຫວ່າງນີ້ນີ່ແຫຼະ ເພາະວ່າມີຄົນໄປໆ ມາໆ ຢູ່.”

ນອກຈາກນີ້ແລ້ວ, ທາງການນະຄອນຫຼວງວຽງຈັນ ກໍໄດ້ມີການປູຢາງສອງຊັ້ນ ທັບທາງເກົ່າ ເປັນຕົ້ນ ຖນົນຈັນທະກຸມມານ ແລະ ຖນົນໄຜ່ໜາມ ໄລຍະຫໍຄຳ-ທາດດຳ-ສນາມກິລາ ເຈົ້າອະນຸວົງສ໌ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ເຊິ່ງເປັນເຂດທີ່ຢູ່ໃກ້ຄຽງ ແຫຼ່ງທ່ອງທ່ຽວ ແລະເຂດທີ່ພັກນັກທ່ອງທ່ຽວຕ່າງປະເທດ ເຊິ່ງກ່ອນໜ້ານີ້ ມີບັນຫາເປັນຂຸມບໍ່ໃຫຍ່ ໂດຍສະເພາະ ຢູ່ຕໍ່ໜ້າສູນບໍຣິຈາກເລືອດ ຂອງອົງການກາແດງລາວ ແລະວິທຍຸ ກະຈາຍສຽງ ແຫ່ງຊາຕ.
ການສ້ອມແປງທາງ ຂອງຣັຖບານລາວ ຖືວ່າເປັນການສ້ອມແປງ ທີ່ຍັງບໍ່ໄດ້ມີມາຕຖານສູງ ແລະໃຊ້ເວລາສ້ອມແປງ ແກ່ຍາວດົນນານ. ນອກຈາກນີ້ແລ້ວ, ການຈັດຕັ້ງປະຕິບັດມາຕການ ຄຸ້ມຄອງນ້ຳໜັກຣົຖ ກໍຍັງມີຈຸດອ່ອນ ເຮັດໃຫ້ທາງທີ່ມີການສ້ອມແປງ ກັບຄືນມາເປ່ເພຊ້ຳອີກ.