ອຸບັດຕິເຫດໄລຍະ ປີໃໝ່ລາວ ປີນີ້ເບົາບາງ

ອຸ່ນແກ້ວ ສຸກສະຫວັນ
2021.04.16
ອຸບັດຕິເຫດໄລຍະ ປີໃໝ່ລາວ ປີນີ້ເບົາບາງ ນຶ່ງໃນເຫດການ ເກີດອຸບັດຕິເຫດ ຕາມທ້ອງຖນົນ ໃນນະຄອນຫຼວງວຽງຈັນ ໃນໄລຍະປີໃໝ່ລາວ 2 ມື້ຜ່ານມາ.
ນັກຂ່າວພົລເມືອງ

ໃນໄລຍະປີໃໝ່ລາວ 2021 ຜ່ານໄປ 5 ມື້ ມີອຸບັດຕິເຫດ ຕາມທ້ອງຖນົນເພີ່ມຂຶ້ນເລັກນ້ອຍ ເມື່ອທຽບໃສ່ປີ 2020 ຍ້ອນທາງການ ອະນຸບາດໃຫ້ສເລີມສລອງ ປີໃໝ່ໄດ້ ແຕ່ຕ້ອງ ປະຕິບັດມາຕການເຝົ້າລະວັງ ໂຄວິດ-19. ເຈົ້າໜ້າທີ່ກູ້ພັຍ ຢູ່ແຂວງສວັນນະເຂດ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ເມສາ ວ່າ:

`ເພີ່ມຂຶ້ນ ເພາະວ່າ ປີກາຍນີ້ ບໍ່ໄດ້ມີການສັນຈອນເລີຍເດ້ ບໍ່ໄດ້ມີການດື່ມ ປີນີ້ ເພິ່ນອະນຸຍາດສເລີມສລອງ ເລັກໆນ້ອຍໆ ບໍ່ມີ ຄວາມຫຍຸ້ງຍາກປານໃດ ເປັນປົກກະຕິ ມັນບໍ່ເປັນເຄສ ໃຫຍ່ ກໍສາເຫດມາຈາກເມົາ ສ່ວນໃຫຍ່ແລ້ວຫັ້ນນ່າ 2018, 2019 ນີ້ ໂອ້ຫຼາຍ."

ເຈົ້າໜ້າທີ່ກູ້ພັຍ ແຂວງສວັນນະເຂດ ກ່າວຕື່ມວ່າ ໂຕເລກສະຖິຕິ ຍັງບໍ່ທັນໄດ້ສລຸບວ່າ ພາຍໃນແຂວງສວັນນະເຂດ ມີອຸບັດຕິເຫດ ເກີດຂຶ້ນເທົ່າໃດ ຕ້ອງລໍມື້ນີ້ [16 ເມສາ] ອີກມື້ນຶ່ງ ແລ້ວອາທິດໜ້າ ຊິມີການສລຸບກັນອີກເທື່ອນຶ່ງວ່າ ໂຕເລກຊິເທົ່າໃດ.

ເຈົ້າໜ້າທີ່ກູ້ພັຍນະຄອນຫລວງວຽງຈັນ ກ່າວວ່າອຸບັດຕິເຫດ ຢູ່ນະຄອນຫຼວງວຽງຈັນ ໃນໄລຍະ 4-5 ມື້ຜ່ານມາ ກໍຖືວ່າຫຼາຍຂຶ້ນຢູ່ ຫາກທຽບໃສ່ປີ 2020 ສ່ວນການສັນຈອນ ກໍຖືວ່າ ບໍ່ໄດ້ແອອັດຫຼາຍ ຍັງເດີນທາງໄດ້ສະດວກ.

"ອຸບັດຕິເຫດນີ້ຫຼາຍ ຫຼາຍກວ່າ ປີ 2020, ປີ 2020 ອຸບັດຕິເຫດບໍ່ຄ່ອຍຫຼາຍ ຍັງສລຸບບໍ່ທັນໄດ້ ວັນຈັນເພິ່ນຊິສລຸບໂຕເລກມື້ນີ້ ເປັນມື້ສຸດທ້າຍຢູ່ລາວ ປີໃໝ່ກໍມີບາງຄົນເຂົ້າອອກໄປ ຫລິ້ນ ຫລາຍໜ້ອຍນຶ່ງ ບໍ່ເຖິງຂັ້ນຣົດຕິດ."

ອຸບັດຕິເຫດ ໃນໄລຍະບຸນປີໃໝ່ ຢູ່ຫຼວງພຣະບາງ ໃນປີ 2020 ແລະ 2021 ຖືວ່າສູສີກັນ ຊຶ່ງສາເຫດເກີດຈາກເມົາແລ້ວຂັບ ແຕ່ຖື ວ່າຫລຸດກວ່າ ປີ 2018 ແລະ 2019. ເຈົ້າໜ້າທີ່ ກູ້ພັຍ ຢູ່ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 16 ເມສາ ວ່າ:

"ປີ 2020 ກັບປີນີ້ ກໍສູສີກັນ ເພາະວ່າ ໂຄວິດລະບາດ ແຕ່ເຫດຈະໜ້ອຍລົງ ແຕ່ວ່າ ກຸ່ມວັຍຣຸ້ນ ບາງກຸ່ມ ທີ່ເຂົາເຈົ້າຈັດສັງສັນກັນ ເປັນກຸ່ມຢູ່ຢ້າວຢູ່ເຮືອນ ແລ້ວເຂົາເຈົ້າກໍຂີ່ເຮືອຣົດ ອອກຈາກເຮືອນ ໄປເຫຼັ້ນໄປທ່ຽວ ຫລືວ່າໄປຫາໝູ່. ຖ້າທຽບໃສ່ປີ 20218-2019 ກໍຖືວ່າປີນີ້ ມີເຫດໜ້ອຍ."

ເຈົ້າໜ້າທີ່ກູ້ພັຍ ຫຼວງພຣະບາງ ທ່ານນີ້ ກ່າວຕື່ມວ່າ ການສັນຈອນຢູ່ແຂວງ ໃນໄລຍະປີໃໝ່ລາວ 2021 ກໍຖືວ່າບໍ່ແອອັດປານໃດ ຍ້ອນວ່າ ຢູ່ຫຼວງພຣະບາງ ບໍ່ຄ່ອຍມີນັກທ່ອງທ່ຽວ ຈາກຕ່າງແຂວງ ແລະ ຕ່າງປະເທດ.

ການສັນຈອນໄປມາໃນໄລຍະປີໃໝ່ 2021 ຖືວ່າສະດວກສະບາຍ ບໍ່ແອອັດຫລາຍ. ຊາວນະຄອນຫລວງວຽງຈັນ ໄດ້ກ່າວຕໍ່ເອເຊັຽ ເສຣີ ໃນວັນທີ 16 ເມສາ ວ່າ:

"ການສັນຈອນ ປົກກະຕິ ບໍ່ມີຄວາມແອອັດ ການໄປມາສະດວກສະບາຍ ຣົດກໍບໍ່ຫຼາຍ ອຸບັດຕິເຫດກໍບໍ່ຫຼາຍ ເພາະໃຜໆກໍຢູ່ເຮືອນ ໃຜເຮືອນມັນຢ້ານໂຄວິດ. ໃຜກໍບໍ່ອອກເຮືອນ ກໍທັມມະດາ ກໍບໍ່ຫຼາຍ ແຕ່ປີ 2018, 2019 ກໍຫລຸດລົງຫລາຍ."

ຊາວບ້ານອີກທ່ານນຶ່ງ ຢູ່ແຂວງສວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ອຸບັດຕິເຫດ ໃນແຂວງສວັນນະເຂດ ໃນໄລຍະປີໃໝ່ ປີນີ້ ບໍ່ເຫັນຫລາຍປານໃດ.

"ບໍ່ຫລາຍດອກ ເພາະວ່າ ມັນເວົ້າເລື່ອງໂຄວິດແດ່ ຢ້ານແດ່ ເຂົາປະກາດໂຄວິດແດ່ ເຂົາປະກາດໂຄວິດ ເລີຍບໍ່ກ້າອອກໄປໃສ. 2020 ບໍ່ໄດ້ເຫຼັ້ນ ເຂົາລອກດາວໝົດເລີຍບໍ່ໄດ້ ໃຫ້ທ່ຽວ. ຖ້າທຽບໃສ່ກໍປີນີ້ ໜ້ອຍກວ່າປີ 2019 ຢູ່ແລ້ວ. ຕອນນີ້ ສະດວກດີ ຕອນນີ້ບໍ່ຕິດ ມີແຕ່ວັນທັມມະດາ ວັນເຂົ້າການ ອັນນັ້ນຕິດຕລອດເລີຍ."

ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ກູ້ພັຍ ແລະ ເຈົ້າໜ້າທີ່ຈະຣາຈອນ ກະຊວງປ້ອງກັນຄວາມສງົບ ຈະສລຸບໂຕເລັກອຸບັດຕິເຫດຕາມ ທ້ອງຖນົນ ທີ່ເກີດຂຶ້ນໃນໄລຍະປີໃໝ່ລາວ ໃນທົ່ວປະເທດ ຕາມພາຍຫລັງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.