ຊາວບ້ານ ບ້ານຄອນໄຫຼ 10 ປາຍຄອບຄົວ ຕ້ອງໄດ້ໂຍກຍ້າຍອອກ

0:00 / 0:00

ເມື່ອບໍ່ດົນມານີ້ ທ່ານເຈົ້າຄອງນະຄອນປາກເຊ ແຂວງຈຳປາສັກ ໄດ້ລົງພື້ນທີ່ເພື່ອໂອ້ລົມກັບຊາວບ້ານ ຢູ່ບ້ານຄອນໄຫລ 10 ປາຍຄອບຄົວ ດ້ວຍຕົນເອງເພື່ອເຈຣະຈາໃຫ້ຊາວບ້ານ ໂຍກຍ້າຍອອກຈາກທີ່ດິນ ທີ່ຊາວບ້ານໄດ້ບຸກລຸກ ປຸກສ້າງເຮືອນ ພ້ອມຈະຈ່າຍຄ່າຊົດເຊີຍ ໃຫ້ຕາມຄວາມເໝາະສົມ ເພາະພື້ນທີ່ດັ່ງກ່າວ ເປັນດິນຂອງມະຫາວິທຍາໄລ ຈຳປາສັກເຊິ່ງກໍໝາຍຄວາມວ່າ ເປັນດິນຂອງຣັຖ. ມາເຖິງປັດຈຸຸບັນ ພາກຣັຖຕ້ອງການເອົາດິນຄືນ ໂດຍໄດ້ໃຫ້ເຫດຜົລວ່າ ຈະເອົາດິນດັ່ງກ່າວໄປປຸກສ້າງໂຮງຮຽນການເມືອງ ແລະ ການປົກຄອງ ໃນຈຳນວນຫຼາຍເຮັກຕ້າຣ໌.

ປັດຈຸບັນ ຊາວບ້ານໃນຈໍານວນ 10 ປາຍຄອບຄົວ ໄດ້ໂຍກຍ້າຍອອກໄປແລ້ວ ແລະ ທາງການໄດ້ມາສ້າງກຳແພງກັ້ນໄວ້ ແຕ່ຊາວບ້ານຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ ເຊິ່ງເຣື່ອງດັ່ງ ກ່າວພາກສ່ວນທີ່ກ່ຽວຂ້ອງ ກຳລັງຫາວິທີ ແລະ ຄົ້ນຄ້ວາ ຈະຊົດເຊີຍຊາວບ້ານຢູ່.

ດັ່ງເຈົ້າ ໜ້າທີ່ ທີ່ກ່ຽວຂ້ອງຜູ້ຂໍສງວນຊື່ ແລະຕຳແໜ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ກໍຣະກະດານີ້ວ່າ:

“ກາອ້ອມຮົ້ວກໍາແພງຫັ້ນແຫຼະ ເພາະແຕ່ກ່ອນນີ້ມັນເປັນດິນຂອງມະຫາວິທຍາໄລ ຈໍາປາສັກ. ແບ່ງອອກຈາກມະຫາວິທຍາໄລ ຫັ້ນມັນເປັນດິນຂອງຣັຖ ເຂດສງວນຂອງຣັຖ. ຂໍມູນຕ່າງໆ ທາງມະຫາວິທຍາໄລເພິ່ນກໍເກັບກຳໜົດແລ້ວຕິ. ຜົລກະທົບອິຫຍັງຫັ້ນນ່າ ເຂົາກໍປຸກສ້າງຕະກີ້ນີ້ກໍ 10 ປາຍຄອບຄົວ ເປັນເຮືອນກໍຫ້າມແລ້ວ. ຫ້າມແຕ່ກ່ອນບໍ່ທັນໄດ້ປຸກພຸ້ນແຫຼະ. ເພິ່ນກໍຍັງຄົ້ນຄ້ວາຢູ່ ກໍຫາວິທີຊົດເຊີຍຫັ້ນແຫຼະ.”

ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ທ້ອງຖິ່ນ ໃນເຂດບ້ານຄອນໄຫລ ກ່າວວ່າ ເປັນເຣື່ອງຈິງທີ່ພາກຣັຖໃຫ້ຊາວບ້ານ ໃນຈຳນວນດັ່ງກ່າວ ຍ້າຍອອກ ແລະໃຫ້ເຫດຜົລວ່າ ເຂດນັ້ນເປັນເນື້ອທີ່ຂອງມະຫາວິທຍາໄລຈຳປາສັກ ແລະຊາວບ້ານກໍບໍ່ມີໃບຕາດິນຖາວອນ ພາກຣັຖ ມີສິດຈະເອົາດິນຄືນ ເຊິ່ງເຣື່ອງດັ່ງກ່າວນີ້ຊາວບ້ານ ຕ້ອງຍອມຮັບ ເພາະເຮັດຫຍັງບໍ່ໄດ້ ເຊິ່ງພາກຣັຖ ຍັງບໍ່ທັນແກ້ໄຂເຣື່ອງຊົດເຊີຍ ໃຫ້ຊາວບ້ານເທື່ອ ເຖິງແມ່ນວ່າ ຈະມີຂໍ້ມູນແລ້ວກໍຕາມ.

“ມັນໂຊນເຂດ ມະຫາວິທຍາໄລ ເປັນຂອງຣັຖຫັ້ນແຫຼະ. ດິນເພິ່ນກໍກຳໜົດ ຜັງເມືອງໄວ້. ເພິ່ນຊິພັທນາ. ບໍ່ມີໃບຕາດິນ ມັນກໍມີສ່ວນນຶ່ງທີ່ວ່າ ເປັນຂອງເຂົາ ເຮັດສ້າງມາແຕ່ເດີມ ມັນກໍຂອງຣັຖຫັ້ນແຫຼະ ເພິ່ນມີໂຄງການ. ມັນກໍຕ້ອງເສັຍສະລະ ໃຫ້ເພິ່ນ. ຕ່າງແຕ່ວ່າມັນກໍຕ້ອງໄດ້ມີການທົດແທນ ຫາບ່ອນໃໝ່ໃຫ້ ກໍເທົ່ານັ້ນ ເພິ່ນກໍຂຶ້ນສະຖິຕິໄວ້ ແກ້ບໍ່ທັນໄດ້ບາດດຽວ.”

ຊາວບ້ານ ບ້ານຄອນໄຫລກ່າວວ່າ ທາງການບອກວ່າ ພື້ນທີ່ບ່ອນທີ່ພາກຣັຖ ໃຫ້ຊາວບ້ານໂຍກຍ້າຍໄປນັ້ນ ເປັນດິນຂອງຣັຖ ແລະ ຊາວບ້ານມາປຸກສ້າງຢູ່ ກັນເອງເຊິ່ງຊາວບ້ານມີພຽງແຕ່ ໃບສິດນຳໃຊ້ເທົ່ານັ້ນ ເມື່ອພາກຣັຖຈະເອົາດິນຄືນ ຕ້ອງຄືນໃຫ້ພາກຣັຖ ເຊິ່ງເປັນເຣື່ອງທັມມະດາ ສຳລັບຊາວລາວ ບໍ່ມີສິດຫຍັງ. ສ່ວນເຣື່ອງຄ່າຊົດເຊີຍ ໄດ້ຍິນວ່າ ຈະມີການຊົດເຊີຍຄ່າປຸກສ້າງ ເປັນຕົ້ນເຮືອນ ໃຫ້ຊາວບ້ານຢູ່ ແຕ່ຄາດວ່າ ຈະໄດ້ບໍ່ຫຼາຍ.

“ແຖວນັ້ນ ມັນກໍເປັນປ່າແດ່ ເພາະວ່າມັນເປັນດິນຂອງຣັຖນ່າ ເພາະວ່າມັນນຳໃຊ້ຊື່ໆເນາະ. ເພິ່ນໃຫ້ຢູ່ວ່າຊັ້ນສາ ໃຊ້ສິດນຳໃຊ້ຊື່ໆ. ເວລາເພິ່ນເອົາຄືນເຮົາກາໃຫ້ຄືນ ຄັນມີເອກະສານກໍຊົດເຊີຍ ສ່ວນນຶ່ງ ບໍ່ແມ່ນວ່າຊິໄດ້ຫຼາຍວ່າຊັ້ນສາ ຜູ້ໃດບໍ່ມີກໍຈາວ.”

ຊາວບ້ານ ບ້ານຄອນໄຫລ ອີກທ່ານໜຶ່ງກ່າວວ່າ ໃນເມື່ອເປັນດິນຂອງພາກຣັຖ ຊາວບ້ານຈຳເປັນຕ້ອງຍ້າຍອອກ ເພາະບໍ່ມີໃບຕາດິນຖາວອນ ມີພຽງແຕ່ໃບສິດນຳໃຊ້ເທົ່ານັ້ນ ສ່ວນເຣື່ອງຊົດເຊີຍ ກໍຍັງບໍ່ທັນໄດ້ໃຫ້ຊາວບ້ານເທື່ອ.

“ໂອໂຕນັ້ນມັນເປັນດິນສັມປະທານ ກໍຫຼາຍເຮັກຕ້າຣ໌ເຕີບຫັ້ນແຫຼະ ແຕ່ປະຊາຊົນເຂົາໄປບຸກເບີກປຸກເຮືອນໃສ່ອິຫຍັງຕ່າງໆຈັ່ງຊີ້ລະ. ມັນມີການຖົກຖຽງກັນ ດິນບໍ່ມີເອກະສານ ກາຊິມີການຊົດເຊີຍ ອິຫຍັງຫັ້ນແຫຼະບໍ່ໃຫ້ໄດ້ປານໃດດອກ.”

ຊາວບ້ານ ບ້ານຄອນໄຫລອີກທ່ານໜຶ່ງກ່າວວ່າ ເຖິງແມ່ນວ່າພາກຣັຖ ຈະໂຍກຍ້າຍຊາວບ້ານ ອອກຈາກພື້ນທີ່ ດັ່ງກ່າວແລ້ວກໍຕາມ ໂດຍໃຫ້ເຫດຜົລວ່າ ເປັນດິນຂອງພາກຣັຖ ແລະ ມີພຽງແຕ່ໃບສິດນຳໃຊ້ເທົ່ານັ້ນ ໃນຄວາມເປັນຈິງ ຕ້ອງມີການຊົດເຊີຍ ໃຫ້ຊາວບ້ານທີ່ເໝາະສົມ.

“ເຂົາບໍ່ທັນອອກໃບຕາດິນຖາວອນໃຫ້. ເຂົາໃຫ້ໂຍກຍ້າຍຫັ້ນ ຈຳນວນນຶ່ງ ມັນກໍເປັນດິນໄຮ່, ດິນສວນ ຂອງປະຊາຊົນ ແຕ່ຄາວແຕ່ກີ້ ພຸ້ນນ່າ. ເຂົາກໍຈັບຈອງ ແຕ່ພໍໍ່ ແຕ່ແມ່ ພຸ້ນລະ. ທັມມະດາເຂົາກໍຕ້ອງຊົດເຊີຍໃຫ້ ຄັນວ່າເຂົາໃຫ້ໂຍກຍ້າຍຫັ້ນ.”

ທີ່ຜ່ານມາຣັຖບານລາວ ໄດ້ເອົາດິນຊາວບ້ານ ທີ່ມີພຽງແຕ່ໃບສິດນຳໃຊ້ ໄປໃຫ້ສັມປະທານ ແກ່ໂຄງການຕ່າງໆ ຂອງພາກຣັຖ ແລະ ເອກະຊົນ. ສ່ວນການຈ່າຍຄ່າຊົດເຊີຍ ບໍ່ເໝາະສົມ ສ່ວນນຶ່ງໃຫ້ລາຄາຕໍ່າກວ່າ ຄວາມເປັນຈິງ ແລະ ບາງໂຄງການ ບໍ່ໄດ້ໃຫ້ເງິນຊົດເຊີຍ, ມີຄວາມຊັກຊ້າ ແລະ ຍັງບໍ່ມີການຈັດສັນທີ່ດິນ ທຳກິນໃຫ້ໃໝ່. ເປັນຕົ້ນທາງການແຂວງສວັນນະເຂດ ຈະເອົາດິນການກະເສດ ຂອງຊາວບ້ານ 33 ຄອບຄົວ ທີ່ຢູ່ໃກ້ກັບເຂດປ່າສງວນແຫ່ງນຶ່ງ ໃນບ້ານທາດອີງຮັງ ນະຄອນໄກສອນພົມວິຫານ ໄປໃຫ້ສັມປະທານ ກັບບໍຣິສັດເອກະຊົນ ທີ່ມີຄົນຕ່າງປະເທດ ຮ່ວມລົງທຶນເພື່ອໄປສ້າງໂຄງການ ລ້ຽງງົວນົມເຊິ່ງຊາວບ້ານຫຼາຍຄົນ ບໍ່ພໍໃຈ ແລະບໍ່ຍອມທີ່ຍົກດິນ ການກະເສດ ຂອງຕົນເອງທີ່ໄດ້ທຳການປູກຝັງ ສ້າງຜົລຜລິດ ລ້ຽງຄອບຄົວ ມາແຕ່ຮຸ່ນ ພໍ່ຮຸ່ນແມ່ ໃຫ້ກັບພາກຣັຖ ເພາະບໍ່ຮູ້ວ່າຈະໄປທຳມາຫາກິນຢູ່ໃສ.

ນອກຈາກນີ້ ບໍຣິສັດຊິໂນ-ອາກຣີ ໂປຕາສ ຈໍາກັດຂອງຈີນ ມີແຜນຈະເຮັດໂຄງການໃໝ່ ໂດຍເປັນໂຄງການນຳໃຊ້ເທັກໂນໂລຈີ ຮູບແບບໃໝ່ ໃນການປູກເຂົ້າ 3 ຣະດູ ຕ້ອງໃຊ້ດິນປະມານ 100 ເຮັກຕ້າຣ໌ ຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ ແຕ່ໂຄງການດັ່ງກ່າວ ຍັງບໍ່ທັນເຣີ່ມເຮັດເທື່ອຍ້ອນພາກຣັຖ ຍັງຢູ່ລະຫວ່າງສຶກສາຂໍ້ມູນ ແລະ ສຳຣວດເນື້ອທີ່ດິນຊາວບ້ານ ທີ່ຈະໄດ້ຮັບຜົລກະທົບກ່ອນເພາະຢ້ານມີບັນຫາ ກັບຊາວບ້ານ ບໍ່ຍອມຍົກດິນໃຫ້ ແລະ ຍັງມີໂຄງການເຂດໂລຈິ ສຕິກ ທີ່ມີແຜນຈະກວມເອົາທີ່ດິນ ຊາວບ້ານ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄປສ້າງສາງຂ່ຽນຖ່າຍສິນຄ້າ. ເຊິ່ງມາຮອດປັດຈຸບັນ ຊາວບ້ານຍັງບໍ່ທັນໄດ້ເສັຍດິນ ໃຫ້ໂຄງການດັ່ງກ່າວ ຍ້ອນຊາວບ້ານບໍ່ຍອມເພາະໂຄງການ ຍັງບໍ່ສາມາດຕົກລົງຄ່າຊົດເຊີຍໄດ້ເທື່ອ ແຕ່ເຈົ້າໜ້າທີ່ພາກຣັຖ ໄດ້ອອກຄຳສັ່ງໃຫ້ຊາວບ້ານຢຸດການຕໍ່ເຕີມເຮືອນ ຫຼື ກໍ່ສ້າງສິ່ງປຸກສ້າງ ເພີ່ມໃນເຂດດິນດັ່ງກ່າວ.