ຈີນເຈາະອຸໂມງນໍ້າຫ້ວຍປາມ້ອມ ຂຸ້ນ

ໄຊຍາ
2020.02.25
F-Pamom ສະພາບ ນໍ້າຫ້ວຍປາມ້ອມ ທີ່ປ່ຽນສີ ຍ້ອນເຄມີຈາກ ການເຈາະອຸໂມງ
ຮູບຈາກ : ນັກຂ່າວພົລເມືອງ

ນໍ້າຫ້ວຍປາມ້ອມຂຸ້ນສ້າງຜົລກະທົບໃຫ້ກັບປະຊາຊົນ ໃນພື້ນທີ່ບໍ່ສາມາດອອກໄປ ຫາປາ ແລະ ໃຊ້ນໍ້າໃນຫ້ວຍໄດ້ຍ້ອນກັງວົນຢ້ານວ່າມີ ສານເຄມີປົນເປື້ອນ. ດັ່ງປະຊາຊົນບ້ານຜາຮອມ ເມືອງວັງວຽງແຂວງວຽງຈັນ ທີ່ໄດ້ຮັບຜົລກະທົບກ່າວຕໍ່ນັກຂ່າວ ເອເຊັຽເສຣີໃນວັນທີ 25 ກຸມພາ ວ່າ: ນໍ້າທີ່ໄຫຼມາແຕ່ບ້ານສົມສະຫວາດ ເຊິ່ງເປັນຈຸດບໍຣິສັດຈີນ ກຳລັງຂຸດເຈາະອຸໂມງ ທາງຣົດໄຟ ຫ່າງຈາກບ້ານຜາຮອມຂຶ້ນໄປ ທາງເໜືອ ປະມານ 06 ຫຼັກ ຄາດວ່າເປັນສາເຫດເຮັດໃຫ້ນໍ້າຫ້ວຍປາມ້ອມຂຸ້ນ.

ການເຈາະອຸມົງ ທາງຣົດໄຟ ຢູ່ ແຂວງອຸດົມໄຊ

"ມັນສິໄປກອງຈັ່ງໃດເຄມີ ເຂົາປ່ອຍມາແຕ່ກາສີເຈາະອຸໂມງ ເຂົາສີດໃສ່ປູນໃຫ້ມັນແຂງ ສະເພາະເຂົາເວົ້າເຈາະອຸໂມງ ທາງຣົດໄຟຫັ້ນ ປາ ລະບໍ່ໄດ້ກິນ ກິນບໍ່ໄດ້."

ໃນຂນະທີ່ຜູ້ປະກອບຮ້ານອາຫານ ໃນເມືອງວັງວຽງກ່າວຕໍ່ ນັກຂ່າວເອເຊັຽເສຣີວ່າ ນໍ້າໃນຫ້ວຍປາມ້ອມ ເກີດເປັນນໍ້າຂຸ້ນ ມາຫຼາຍມື້ແລ້ວ, ດັ່ງໃນວັນທີ 24 ກຸມພາ ຜ່ານມານໍ້າໃນຫ້ວຍຂຸ້ນ ເຖິງຂັ້ນນໍ້າປ່ຽນສີ ເຊິ່ງທາງຮ້ານໄດ້ແຈ້ງຫ້າມ ນັກທ່ອງທ່ຽວ ລົງຫຼິ້ນນໍ້າ:

"ແມ່ນແຫຼະບໍ່ຮູ້ແລ້ວ ເຮົາບໍ່ໄດ້ໃຫ້ເຂົາເຈົ້າລົງຫຼິ້ນນໍ້າ ເຮົາໃຫ້ເຂົາເຈົ້າກິນເຂົ້າທາງເທີງພີ້ ມັນມີທັງທາງຣົດໄຟ ທາງຫຍັງແລ້ວ."

ຜູ້ປະກອບການກ່າວຕື່ມວ່າ ຜ່ານມາຍັງບໍ່ທັນ ເຫັນເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ລົງມາກວດກາຫ້ວຍປາມ້ອມ ເທື່ອ. ຕໍ່ກໍຣະນີດັ່ງກ່າວ ເຈົ້າໜ້າທີ່ຫ້ອງວ່ການປົກຄອງເມືອງວັງວຽງ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີວ່າ ຍັງບໍ່ທັນຮູ້ເຖິງບັນຫາດັ່ງກ່າວ ແຕ່ຈະແຈ້ງໃຫ້ທາງພາກສ່ວນ ກ່ຽວຂ້ອງ ລົງກວດກາເບິ່ງ:

"ຈັງວ່າເດີ້ ອັນນີ້ເຮົາກາບໍ່ອັນນັ້ນ ເຈົ້າ, ຍັງບໍ່ຮູ້ເທື່ອມີແຕ່ວ່າຢາກໃຫ້ໄປເບິ່ງຫ້ວຍປາມ້ອມ ຊິເບາະ ເຈົ້າ, ສິບອກໜ່ວຍງານກ່ຽວຂ້ອງ."

ສ່ວນເຈົ້າໜ້າທີ່ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ເມືອງວັງວຽງ ກໍໄດ້ຢືນຢັນວ່າ ຍັງບໍ່ທັນຮູ້ວ່າເກີດບັນຫານໍ້າຂຸ້ນທີ່ ຫ້ວຍປາມ້ອມ ວ່າເກີດມາຈາກສາເຫດໃດກັນແທ້.

"ບໍ່ໆ ບໍ່ເຫັນບໍ່ຮູ້ຄືດຽວຍັງບໍ່ເຫັນເຂົາໂພສເຂົາຍັງບໍ່ເຫັນ."

ກ່ອນໜ້ານີ້ໃນວັນທີ 17 ກຸມພາ 2020 ຜ່ານມາໄດ້ເກີດເຫດປາຕາຍຈຳນວນຫຼາຍ ໃນສາຍນໍ້າລີກ ໃນບ້ານວຽງແກ້ວ ແລະ ບ້ານໃກ້ຄຽງ ຂອງ ເມືອງກາສີ ສາເຫດມາຈາກຖັງເຄມີ ທີ່ໃຊ້ໃນການຂຸດເຈາະອຸໂມງ ທາງຣົດໄຟ ລາວ-ຈີນ ຮົ່ວໄຫຼລົງຫ້ວຍ ຫີນຊາຍ ພາຍຫຼັງກວດກາ ພົບສາເຫດ ແລ້ວທາງການລາວໄດ້ປັບໃໝ ບໍຣິສັດ ຊິໂນໄຮໂດຣ ມູນຄ່າ 70 ລ້ານກີບ ແລະ ໃຫ້ຟື້ນຟູສະພາບຫ້ວຍນໍ້າລີກ ກັບຄືນສູ່ ສະພາບປົກກະຕິ. ເຊັ່ນດຽວກັນກັບທ້າຍປີ 2018 ການເຈາະອຸໂມງທາງຣົດໄຟ ກໍໄດ້ສ້າງ ຜົລກະທົບໃຫ້ກັບນໍ້າຊອງ ເຊິ່ງ ເປັນແມ່ນໍ້າທີ່ ດຶງດູດນັກທ່ອງທ່ຽວ ຂອງ ເມືອງວັງວຽງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.