ຊາວບ້ານ ບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີຊ່ອມແປງລົດໄຟລາວ-ຈີນ
2025.02.03
ປະຊາຊົນ ຮວມທັງນັກຮຽນ ບ້ານສະພັງຄະນົງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເດືອດຮ້ອນ, ຫຍຸ້ງຍາກ ໃນການທຽວໄປເຮັດວຽກ, ໄປເຮັດການ ແລະໄປຮຽນໜັງສື ເປັນຕົ້ນເອົາເດັກນ້ອຍໄປຮຽນໂຮງຮຽນອະນຸບານ ຍ້ອນມີການສ້າງທາງຕັນ ເສັ້ນທາງ ທີ່ພວກເຂົາເຈົ້າໃຊ້ທຽວເຂົ້າ-ອອກບ້ານເປັນປະຈໍາ ເພື່ອສ້າງສະຖານີຊ່ອມແປງລົດໄຟລາວ-ຈີນ, ເຖິງຈະໄດ້ສ້າງທາງລອດທາງລົດໄຟໃຫ້ຜ່ານ ພໍໄປ-ມາໄດ້. ແຕ່ກໍບໍ່ສະດວກຊໍ່າເກົ່າ.
ແລະທາງລອດທາງລົດໄຟ ທີ່ວ່ານັ້ນ ກໍໄປເຈາະຢູ່ເຂດດິນຈັດສັນ, ກໍ່ກໍາແພງຕັນ, ທຽວໄປການບໍ່ໄດ້ຄືເກົ່າ ຕ້ອງໄດ້ທຽວໂຄ້ງໄປຜ່ານບ້ານອື່ນ 6-7 ຫຼັກ ເສຍເວລາໄປເຖິງ 10-20 ນາທີ, ຊາວບ້ານຫຍຸ້ງຍາກ ແລະເດືອດຮ້ອນຫຼາຍ, ອີງຕາມຄໍາເວົ້າຂອງຊາວບ້ານ ບ້ານສະພັງຄະນົງ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພານີ້:
“ຕັນແທ້ເບື້ອງອຸໂມງລົດໄຟ ເຂົາໄປເຮັດກາລາລົດຫັ້ນ ຕັນຢູ່ຫັ້ນ ທາງຫຼັກອອກໄປທາງຫັ້ນ ແມ່ນໄປທາງໃຫຍ່ ເຂົາບໍ່ໄດ້ເຈາະທາງລອດ ໄປເຈາະຢູ່ທາງດິນຈັດສັນເຂົາຫັ້ນ ໂອໄກເຕີບເດ ເປັນທາງດິນຈັດສັນ ເຂົາກໍ່ກໍາແພງຕັນປຸບ ເດືອດຮ້ອຍຫຼາຍ ຫຍຸ້ງຍາກ ຂ້ອຍກະທຽວການນໍ ອອກໄປບໍ່ໄດ້ ໄດ້ໂຄ້ງບ້ານໂຄກສະອາດ ໄດ້ໂຄ້ງຂຶ້ນໄປບ້ານນານົກຂຽນ ປະມານ 10-20 ນາທີພຸ້ນເດ ປະມານ 6-7 ຫຼັກ.”
ເສັ້ນທາງ ທີ່ຊາວບ້ານ ຕ້ອງໄດ້ໃຊ້ໃນການເດີນທາງໄປ-ມາໃໝ່ນີ້ ເປັນທາງໂຄ້ງ ທີ່ຈະຕ້ອງໄດ້ໃຊ້ເວລາຕື່ມອີກຫຼາຍ ກ່ອນຈະໄປຮອດເສັ້ນທາງຫຼັກຂອງບ້ານສະພັງຄະນົງ ຍ້ອນຈະໄປທາງບ້ານໂຄກສະອາດ ໄປທາງຖະໜົນຫຼວງ ເລກທີ 13 ໄປຫາບ້ານນານົກຂຽນ ກໍໄກປະມານ 7 ຫຼັກ.
ກ່ຽວກັບບັນຫາຫຍຸ້ງຍາກທີ່ວ່ານີ້ ຊາວບ້ານສະພັງຄະນົງ ກໍໄດ້ພາກັນຮ້ອງຮຽນ ໄປຍັງອໍານາດການປົກຄອງບ້ານ ແລະອໍານາດການປົກຄອງເມືອງແລ້ວ ເພື່ອຂໍໃຫ້ຊ່ວຍແກ້ໄຂ ແຕ່ມາເຖິງປັດຈຸບັນ ບັນຫານີ້ ກໍຍັງບໍ່ໄດ້ຮັບການແກ້ໄຂເທື່ອ ດັ່ງຊາວບ້ານ ບ້ານສະພັງຄະນົງນາງໜຶ່ງເວົ້າໃນມື້ດຽວກັນນັ້ນວ່າ:
“ເພາະທາງທີ່ເຄີຍຜ່ານອອກໄປ ກ່ອນຈະຮອດສະຖານີລົດໄຟນໍ ມັນມີເສັ້ນທາງເສັ້ນຕັດທີ່ເຂົາເຈົ້າຈະເຮັດ ມັນຈະເຮັດຂົວສູງຢູ່ບ່ອນນັ້ນ ເອົາບາດນີ້ ທາງມັນຈະອອກບໍ່ໄດ້ເລີຍ ເພາະວ່າທາງລົດໄຟ ເຂົາເຈົ້າເຮັດທາງຕັນ ອອກຍາມຝົນ ນໍ້າຈະຖ້ວມອັ່ງຂຶ້ນມາ ເພາະວ່າມັນບໍ່ມີທາງໄປ ບໍ່ມີການແກ້ໄຂຫຍັງດອກ ຖະໜົນຫົນທາງນໍ ອັນນີ້ໃຫ້ເຈົ້າເມືອງກວດກາຄືນ ແກ້ໄຂ ກະດີ.”
ໃນຂະນະດຽວກັນ ຊາວບ້ານ ບ້ານສະພັງຄະນົງ ອີກນາງນໜຶ່ງກໍເວົ້າວ່າ ເມື່ອກ່ອນໜ້ານັ້ນ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ກໍໄດ້ເຈາະທາງລອດຂົວລົດໄຟ ໃຫ້ປະຊາຊົນໄດ້ຜ່ານໄປ-ມາ ໄປຫາເສັ້ນທາງຫຼັກ ແຕ່ໃນປັດຈຸບັນ ແມ່ນບໍ່ສາມາດໃຊ້ເສັ້ນທາງນັ້ນໄດ້ອີກ ຍ້ອນເຈົ້າຂອງດິນຈັດສັນ ໄດ້ປິດທາງນັ້ນໄປແລ້ວ, ເພິ່ນໄດ້ເຈາະທາງລອດລົດໄຟໃຫ້ໃໝ່ ແຕ່ມັນກໍບໍ່ສະດວກໃນການໄປ-ມາ ດັ່ງທີ່ນາງເວົ້າວ່າ:
“ແມ່ນໆ ຕັນ ແຕ່ເພິ່ນໄປເຈາະອຸໂມງຢູ່ໂຊນລຸ່ມໃຫ້ ແຕ່ມັນກໍບໍ່ສະດວກຄືເກົ່າ ມັນກໍຍາກ ທາງເພິ່ນສະເໜີບ້ານໄປແລ້ວຕິ ການສັນຈອນ ມັນຈະບໍ່ຄ່ອຍໄດ້ ບໍ່ສະດວກ ການໄປມາ.”
ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທ່ານໜຶ່ງເວົ້າວ່າ ທ່ານຈະຖາມຄະນະກໍາມະການທີ່ກ່ຽວຂ້ອງເພິ່ນເບິ່ງກ່ອນ, ທາງທີ່ດີ ແມ່ນໃຫ້ອໍານາດການປົກຄອງບ້ານ ສະເໜີຄວາມຕ້ອງການ ມາເປັນລາຍລັກອັກສອນ ເພື່ອທີ່ຈະໄດ້ລົງໄປກວດກາ:
“ຂ້ອຍຈະຖາມຄະນະກໍາມະການເດີ ຂ້ອຍຈະຖາມຄະນະເຂົາເບິ່ງກ່ອນ ໃຫ້ບ້ານສະເໜີມາເປັນລາຍລັກອັກສອນ.”
ເມື່ອກ່ອນໜ້ານີ້ ການກໍ່ສ້າງທາງລອດ ໃຕ້ທາງລົດໄຟລາວ-ຈີນ ກໍ່ໄດ້ສ້າງບັນຫາໃຫ້ຊາວບ້ານ ໃນຫຼາຍເຂດ ເປັນຕົ້ນ ເມື່ອປີ 2021 ປະຊາຊົນ ຢູ່ບ້ານດອນງິ້ວ ເມືອງງາ ແຂວງອຸດົມໄຊ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອມແປງ ພື້ນອຸໂມງ ລອດທາງລົດໄຟ ຍ້ອນມັນເປ່ເພ ເປັນຂຸມ, ເປັນຕົມ ເຮັດໃຫ້ທາງມື່ນ ແລະຂັ້ນໃດ ທາງຍ່າງໄປຫາທາງລົດໄຟ ກໍເປ່ເພຫຼາຍ ແລະຍັງບໍ່ທັນໄດ້ຊ່ອມແປງ ໃຫ້ໄດ້ມາດຕະຖານເທື່ອ.
ແລະທັງທາງລອດ ໃຕ້ທາງລົດໄຟລາວ-ຈີນ ບາງເຂດ ຢູ່ນະຄອນຫຼວງວຽງຈັນ ກໍເຄີຍເກີດບັນຫາຫຼາຍຢ່າງ ເປັນຕົ້ນ ມີນໍ້າອັ່ງໃນເວລາຝົນຕົກ ຢູ່ຈຸດບ້ານຫ້ວຍແດນເມືອງ ຫາບ້ານໜອງວຽງຄໍາ ເມືອງໄຊທານີ ແລະ ຢູ່ເຂດບ້ານນາຄູນ ເມືອງນາຊາຍທອງ ຍ້ອນວ່າ ຜູ້ຮັບເໝົາກໍ່ສ້າງ ໄດ້ຂຸດທາງເປັນຂຸມເລິກ ແລະຕໍ່າກວ່າລະດັບໜ້າທາງປົກກະຕິ ຊຶ່ງເມື່ອກ່ອນນັ້ນ ວິທຍຸເອເຊັຽເສຣີ ກໍໄດ້ສະເໜີຂ່າວໄປແລ້ວ.