ຜູ້ເຄາະຮ້າຍຈາກລົມພະຍຸ ຍັງ ລໍາບາກ

ສິດນີ
2015.04.27
f-image ຊາວບ້ານ ຫລາຍ ຄອບຄົວ ທີ່ ເມືອງໄຊພູທອງ ແຂວງສວັນນະເຂດ ຕ້ອງການ ຄວາມຊ່ອຍເຫລືອ.
RFA

ເຈົ້າຫນ້າທີ່ ເມືອງ ໄຊພູທອງ ແຂວງ ສວັນນະເຂດ ເວົ້າວ່າ ປັດຈຸບັນ ປະຊາຊົນ ຜູ້ ທີ່ ໄດ້ຮັບ ຜົລກະທົບ ຈາກ ລົມ ພະຍຸ ເມື່ອ ວັນທີ່ 21 ເມສາ ຜ່ານມາ ຍັງ ຕ້ອງການ ຄວາມ ຊ່ອຍເຫລືອ ຈາກ ທາງການ ຫລາຍຢູ່ ໂດຍສະເພາະ ເງິນສົດ ແລະ ວັສດຸ ສຳລັບ ໃຊ້ ແປງ ບ້ານເຮືອນ ທີ່ ເພພັງ ຍ້ອນ ພະຍຸ ເທື່ອນີ້ ໄດ້ສ້າງ ຄວາມ ເສັຽຫາຍ ໃນ ເມືອງ ໄຊພູທອງ ເຖິງ 400 ລ້ານ ກວ່າກີບ ເປັນ ເຫດການ ທີ່ ຮຸນແຮງ ທີ່ສຸດ ນັບ ຕັ້ງແຕ່ ເມືອງ ໄຊພູທອງ ຖືກ ສ້າງຂຶ້ນ ດັ່ງ ທ່ານ ກ່າວວ່າ:

"ຖືກ ຜົລກະທົບ ແທ້ ມັນກໍ 3 ບ້ານ ເນາະ ມີ ບ້ານ ເວີນຄູນ ບ້ານ ດອນຫວາຍ ບ້ານ ສີວິໄລ ຂະເຈົ້າ ກະຢາກ ຮຽກຮ້ອງ ຄ່າ ເສັຽຫາຍ ພໍໄດ້ ຊົດຊ່ອຍ ແບ່ງເບົາ ຂະເຈົ້າ ຫັ້ນ ແຫລະ ທາງການ ທຶນຮອນ ເນາະ ໃນການ ສ້ອມແປງ ຫັ້ນນະ ເພາະວ່າ ມັນມີ ຜູ້ເສັຽຫາຍ 100 ເປີເຊັນ ກໍມີນະ".

ທ່ານກ່າວ ຕື່ມວ່າ ເຫດ ພະຍຸ ເຮັດໃຫ້ ບ້ານ ເຮືອນ ປະຊາຊົນ 69 ຫລັງ ໄດ້ຮັບ ຄວາມ ເສັຽຫາຍ ບາງຫລັງ ຖືກລົມ ພັດ ເພພັງ ຫມົດ ນອກຈາກ ນັ້ນ ຍັງເຮັດ ໃຫ້ເສົາ ໄຟຟ້າ ລົ້ມ ປະມານ 19 ເສົາ ຫມໍ້ ປັ່ນໄຟ ເສັຽຫາຍ ນຶ່ງໜ່ວຍ ສັດລ້ຽງ ປ ງົວ ຄວາຍ ຂອງ ຊາວບ້ານ ຕາຍ ຫລາຍໂຕ ແຕ່ ບໍ່ມີ ຊາວບ້ານ ໄດ້ ຮັບ ບາດເຈັບ ຫລື ເສັຽ ຊີວິດ. ຫລັງຈາກ ເກີດເຫດ ເຈົ້າຫນ້າທີ່ ກູ້ພັຍ ຂັ້ນ ເມືອງ ກໍໄດ້ ຊ່ອຍ ເຫລືອ ປະຊາຊົນ ໃນ ຂັ້ນ ພື້ນຖານ ດ້ວຍການ ຈັດບ່ອນ ຢູ່ ອາສັຍ ຊົ່ວຄາວ ໃຫ້ ແລະ ສ້ອມແປງ ໄຟຟ້າ ບາງແຫ່ງ. ເຈົ້າຫນ້າທີ່ ກ່ຽວ ຂ້ອງ ຍັງ ຂໍຄວາມ ຊ່ອຍເຫລືອ ຈາກ ຂັ້ນ ແຂວງ ຢູ່.

ກົມ ອຸຕຸນິຍົມ ວິທຍາ ແຈ້ງ ເຕືອນ ເພີ້ມວ່າ ໃນ ວັນທີ 26 ເມສາ ເປັນຕົ້ນ ໄປ ໃນ ຫລາຍ ພື້ນທີ່ ໃນລາວ ອາດມີ ຝົນຕົກ ຟ້າ ຄະນອງ ແລະ ມີ ລົມ ພະຍຸ ໃນ ບາງແຫ່ງ ຈຶ່ງ ໃຫ້ ປະຊາຊົນ ຣະມັດ ຣະວັງ ເປັນ ພິເສດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.