ເຄືອຂ່າຍປະຊາສັງຄົມໄທ ຂໍ ເຈຣະຈາ

ພູວົງສ໌
2019.01.17
ຊາວປະມົງໄທ ທີ່ຫາປາເປັນອາຊີບ ຢູ່ຕາມລໍາແມ່ນໍ້າຂອງ
RFA/TP

ເຄືອຂ່າຍພາກປະຊາສັງຄົມໄທ ໄດ້ຮຽກຮ້ອງຂໍເຈຣະຈາ ກັບເຈົ້າຂອງໂຄງການເຂື່ອນໄຊຍະບູລີ ທີ່ຈະເປີດ ຜລິດກະແສໄຟຟ້າໃນໄວໆນີ້  ເນື່ອງຈາກເຂື່ອນດັ່ງກ່າວໄດ້ສົ່ງຜົລກະທົບ ຂ້າມພົມແດນມາຍັງ 8 ແຂວງພາກອີສານ ຕອນລຸ່ມແມ່ນໍ້າຂອງ  ຂອງໄທ, ເຊິ່ງເປັນພື້ນທີ່ ທີ່ໄດ້ຮັບຜົລກະທົບໂດຍກົງ. ດັ່ງ ທ່ານ ນິວັດ ຣ້ອຍແກ້ວ, ປະທານກຸ່ມຮັກຊຽງຂອງ ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ໃນໄລຍະເວລາອີກບໍ່ດົນທີ່ຈະມາຮອດນີ້, ເຂື່ອນໄຟຟ້າໄຊຍະບູລີ ຈະເຣີ້ມເປີດໃຊ້ແລ້ວ ພວກເຮົາກະມີການລົມກັນວ່າ ຈະມີການເດີນທາງ ເຂົ້າບາງກອກ ເພື່ອພົບພໍ້ກັບເຈົ້າຂອງໂຄງການ ເພື່ອໂອ້ລົມໃນເຣື້ອງການປ້ອງກັນ ຫຼືການແກ້ໄຂຜົລກະທົບ ລົມກັບກັບທາງບໍຣິສັດ, ໂດຍຜ່ານຕົວແທນຂອງເຄືອຂ່າຍ 8 ແຂວງພາກອີສານ ລຸ່ມແມ່ນໍ້າຂອງປະເທດໄທ."

ສ່ວນຄ່າຊົດເຊີຍຂອງປະຊາຊົນທີ່ໄດ້ຮັບຜົລກະທົບຈຳນວນ 15 ບ້ານ ທີ່ຖືກໂຍກຍ້າຍນັ້ນ, ເປັນຕົ້ນວ່າ ບ້ານນາຕໍໃຫຍ່ ແລະບ້ານທ່າເດື່ອ ທີ່ເຄີຍຮຽກຮ້ອງໃຫ້ທາງໂຄງການ ເຂື່ອນໄຊຍະບູລີ ຊົດເຊີຍທີ່ດິນທຳການຜລິດໃຫ້ຕື່ມອີກ 3 ເຮັກຕ້າ ເປັນ 4 ເຮັກຕ້ານັ້ນ, ປະຈຸບັນ ທາງໂຄງການກໍໄດ້ຊົດເຊີຍ ຕາມການສເນີແລ້ວ. ດັ່ງຊາວບ້ານໄດ້ກ່າວວ່າ:

“ເອີ້ ເພິ່ນກໍເຂົ້າມາຢູ່ໃດ ມາຊົດເຊີຍແລ້ວໝົດແລ້ວ ແລ້ວແຕ່ດົນເຮົາກໍບໍ່ໄດ້ຂັດຂ້ອງຫຍັງແລ້ວ ກໍໄດ້ແລ້ວ ຊົດເຊີຍໄດ້ໝົດແລ້ວ."

ແນວໃດກໍຕາມ, ປະຊາຊົນ 15 ບ້ານ ທີ່ຖືກໂຍກຍ້າຍໄປຢູ່ບ້ານຈັດສັນ ຂອງໂຄງການເຂື່ອນໄຊຍະບູລີ ຫຼາຍກວ່າ 30% ຍັງປະເຊີນກັບ ບັນຫາຄວາມທຸກຍາກ, ຂາດຣາຍໄດ້ ແລະ ບໍ່ມີອາຊີພທີ່ໝັ້ນຄົງ. ໃນຂນະທີ່ຣັຖບານ ຍັງບໍ່ໄດ້ເຂົ້າມາກວດກາ ແລະ ຖາມເຖິງບັນຫາ ຂອງປະຊາຊົນເທື່ອ, ເຊິ່ງໃນເມື່ອກ່ອນ ປະຊາຊົນເຂດນີ້ເຄີຍທຳການກະເສຕ ແລະປະມົງ, ແຕ່ດຽວນີ້ ກໍຫັນປ່ຽນວິທີຫາກິນແບບໃໝ່ ທີ່ປະຊາຊົນບໍ່ຄຸ້ນເຄີຍ.

ເຂື່ອນໄຊຍະບູລີ ເປັນເຂື່ອນທີ່ໃຫຍ່ທີ່ສຸດໃນລາວ ມີຂນາດກຳລັງຕິດຕັ້ງ 1,285 ເມກາວັດ ມູລຄ່າການກໍ່ສ້າງ 4 ຕື້ໂດລາ ສະຫະຣັຖ ແລະ ເຣີ້ມກໍ່ສ້າງໃນປີ 2012. ຕາມກຳນົດ, ຈະຂາຍໄຟຟ້າພາຍໃນເດືອນຕຸລາ ປີນີ້ ແລະປັດຈຸບັນ ການກໍ່ສ້າງກໍເກືອບ ສຳເຣັດ 100%.

ຕາມແຜນຍຸທສາດດ້ານພລັງງານ, ສປປລາວ ມີແຜນຈະສ້າງເຂື່ອນໄຟ້າຂນາດໃຫຍ່ ໃສ່ນໍ້າຂອງທັງໝົດ 11 ແຫ່ງ ໃນນັ້ນສ້າງໄປແລ້ວ 3 ແຫ່ງ, ເຊິ່ງຄາດວ່າຈະມີ ປະຊາຊົນບໍ່ຕໍ່າກ່ວາ 5 ພັນຄອບຄົວ ທີ່ໄດ້ຮັບຜົລກະທົບ ແລະ ຈຳເປັນຕ້ອງໂຍກຍ້າຍ ອອກຈາກບ້ານເດີມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.