ຊາວບ້ານ ເມືອງຊຽງເງິນ ໄດ້ເຮືອນໃໝ່ ຈາກໂຄງການ ທາງຣົຖໄຟລາວ-ຈີນ

0:00 / 0:00

ປະຊາຊົນບ້ານບວມອໍ້ ເມືອງຊຽງເງິນ ແຂວງຫລວງພຣະບາງ ທີ່ເສັຍເຮືອນ ແລະສິ່ງປຸກສ້າງອື່ນໆ ຍ້ອນໂຄງການກໍ່ສ້າງທາງຣົຖໄຟ ລາວ-ຈີນ ໄດ້ໂຍກຍ້າຍໄປຢູ່ບ້ານຈັດສັນ 107 ຫລັງ ທີ່ຢູ່ໃນເຂດບ້ານບວມອໍ້ນັ້ນແລ້ວ ໃນມື້ວັນທີ 24 ​ເມສານີ້. ໃນພິທີເປີດບ້ານຈັດສັນນີ້ ມີເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງ, ແຂວງຫລວງພຣະບາງ ແລະສະຖານທູດຈີນປະຈໍາລາວ ເຂົ້າຮ່ວມ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີໃນມື້ວັນທີ 29 ເມສານີ້ວ່າ: " ປະຊາຊົນຫວາ ເຂົາເຈົ້າໄປຢູ່ໝົດແລ້ວ ຊາວບ້ານມາຢູ່ເລີຍ ເພື່ອມາປົກປັກຮັກສາເຮືອນເຂົາເຈົ້າເອງ ພວກນີ້ ພວກເຮົາທົດແທນເປັນເຮືອນເດ໋. "

ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ໄປຫາ ຊາວບ້ານ ທີ່ໄດ້ຖືກໃຫ້ໂຍກຍ້າຍ ໄປຢູ່ບ້ານຈັດສັນນັ້ນ ແຕ່ຍັງບໍ່ສາມາດຕິດຕໍ່ໄດ້. ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຢູ່ແຂວງຫລວງພຣະບາງຜູ້ນຶ່ງ ທີ່ມີດິນຢູ່ໃກ້ກັບບ້ານຈັດສັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີໃນມື້ດຽວກັນນີ້ວ່າ ຕົນຫາກໍເຫັນຊາວບ້ານຫລາຍຄົນ ໂຍກຍ້າຍເຂົ້າໄປຢູ່ບ້ານຈັດສັນ ຊຶ່ງສ່ວນໃຫຍ່ແມ່ນຜູ້ທີ່ໄດ້ເສັຍເຮືອນ ຍ້ອນການກໍ່ສ້າງທາງຣົຖໄຟ ຊຶ່ງບໍ່ໄດ້ຮັບຄ່າຊົດເຊີຍຄວາມເສັຍຫາຍເປັນເງິນ.

" ເຂົາເຈົ້າກາຢູ່ໃກ້ໆຫັ້ນແຫລະ ເຂົາເຈົ້າບໍ່ໄດ້ໄປໄກດອກເພາະວ່າ ຣັຖຈັດສັນບ້ານໃຫ້ເຂົາເຈົ້າຢູ່ ເພິ່ນເຮັດຈັດສັນຢູ່ໃກ້ໆ ກັບບ້ານອໍ້ຫັ້ນແຫລະ ເພາະວ່າມັນຖືກທາງຣົຖໄຟ ແລ້ວເພິ່ນຍ້າຍອອກ. "

ແລະປະຊາຊົນທີ່ຢູ່ໃກ້ ກັບບ້ານຈັດສັດອີກນາງນຶ່ງ ກໍເວົ້າວ່າ ປັດຈຸບັນ ຊາວບ້ານຫລາຍຄອບຄົວ ທີ່ໄດ້ຮັບຜົລກະທົບຈາກການກໍ່ສ້າງ ທາງຣົຖໄຟ ໄດ້ໂຍກຍ້າຍຂົນເຄື່ອງຂອງ ໄປຢູ່ບ້ານຈັດສັນແລ້ວ, ແຕ່ຍັງບໍ່ຮູ້ວ່າ ພວກເຂົາເຈົ້າມີຄວາມພໍໃຈ ຫລືບໍ່ກັບການໄປຢູ່ເຮືອນໃໝ່ນັ້ນ ຫລືວ່າມີຄວາມຮູ້ສຶກແນວໃດ.

" ໄທບ້ານໄປຢູ່ບ້ານຈັດສັນຫັ້ນ ມີແຕ່ເຂົາເຈົ້າຢູ່ບ້ານເຂົາເຈົ້າຫັ້ນແຫລະ ດິນເຂົາເຈົ້າຖືກທາງ ເຮືອນເຂົາ ເຈົ້າຖືກທາງ ແລ້ວເຂົາເຈົ້າຈັດສັນໃຫ້ໃໝ່ຊື່ໆ. "

ເວົ້າເຣື່ອງການຊົດເຊີຍຄວາມເສັຍຫາຍ ຂອງປະຊາຊົນຍ້ອນການກໍ່ສ້າງທາງຣົຖໄຟ ລາວ-ຈີນນີ້ ເຈົ້າໜ້າທີ່ເມືອງເງິນ ແຂວງຫລວງພຣະບາງ ທ່ານນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ເມສານີ້ວ່າ ຊາວບ້ານສ່ວນໃຫຍ່ ທີ່ໄດ້ໂຍກຍ້າຍເຂົ້າໄປຢູ່ບ້ານຈັດສັນບວມອໍ້ນີ້ ຈະໄດ້ຮັບການຊົດເຊີຍພຽງແຕ່ເຮືອນໃໝ່ເທົ່ານັ້ນ ຈະບໍ່ໄດ້ດິນທໍາການກະເສດ ຊຶ່ງຊາວບ້ານຈໍານວນນຶ່ງ ກໍຍັງຮຽກຮ້ອງຂໍຄວາມຊ່ອຍເຫລືອຢູ່.

ດັ່ງທີ່ທ່ານກ່າວວ່າ:

" ຜູ້ຍ້າຍໄປຢູ່ຫັ້ນ ແມ່ນຜູ້ທີ່ວ່າຖືກຜົນກະທົບ ຈາກບ້ານບວມອໍ້ນີ້ ໂຄງການເຂົາເຈົ້າກະເຮັດສ້າງເຮືອນເນາະ ຈໍານວນນຶ່ງກະຖືວ່າຂາດເຂີນຢູ່ ຖືກສວນເຂົາເຈົາຈໍານວນນຶ່ງວ່າຊັ້ນສາ ແຕ່ວ່າບໍ່ໄດ້ໄປພົວພັນວ່າເຂົາເຈົ້ານີ້ຍັງຂາດເຂີນດ້ານໃດແດ່. "

ແຕ່ເຖິງຢ່າງໃດກໍຕາມ ໃນພິທີເປີດໃຊ້ບ້ານຈັດສັນບວມອໍ້ ທ່ານ Li Zhigong ເຈົ້າໜ້າທີ່ກົງສຸນຈີນ ປະຈໍາແຂວງຫລວງພຣະບາງ ກໍໄດ້ເວົ້າວ່າ ພວກທ່ານຮູ້ສຶກຍິນດີ ທີ່ກຸ່ມບໍຣິສັດ NORINCO International ໄດ້ສໍາເລັດການກໍ່ສ້າງ ບ້ານຈັດສັນນີ້. ທ່ານໃຫ້ຄວາມສໍາຄັນຫລາຍຢ່າງ ຕໍ່ການແລກປ່ຽນວັທນະທັມລາວ-ຈີນ ໂດຍສະເພາະຈະສອນນາຍຄຣູ ທີ່ຈະສອນໜັງສືຢູ່ໃນໂຮງຮຽນ ບ້ານຈັດສັນແຫ່ງນີ້ ໃຫ້ໄດ້ຮຽນຮູ້ກ່ຽວກັບສິລປະ ແລະວັທນະທໍາຈີນ.

ຢູ່ໃນບ້ານຈັດສັນ 107 ຫລັງ ທີ່ຮອງຮັບຊາວບ້ານໄດ້ 459 ຄົນນີ້ ມີໂຮງຮຽນອະນຸບານ ແລະຊັ້ນປະຖົມ, ຫ້ອງການບ້ານ, ນໍ້າປະປາ, ໄຟຟ້າ, ຫ້ອງນໍ້າສາທະຣະນະ, ທາງເຂົ້າບ້ານ ອີງຕາມການຣາຍງານ ຂອງຂອງໜັງສືພິມວຽງຈັນທາມສ໌ ແລະອີງຕາມການຣາຍງານ ຂອງໂທຣະພາບ ແຂວງຫລວງພຣະບາງ, ທາງຣົຖໄຟ ລາວ-ຈີນ ຜ່ານເມືອງຊຽງເງິນ ໃນໄລຍະ 50 ກິໂລແມັດ, ມີ 16 ບ້ານໄດ້ຮັບຜົລກະທົບ. ບ້ານເຮືອນປະຊາຊົນ 130 ປາຍຫລັງ ແລະດິນຂອງປະຊາຊົນ 308 ຄອບຄົວໄດ້ຮັບຜົລກະທົບ, ໂຮງຮຽນ 4 ຫລັງ, ດິນທໍາການຜລິດ 92 ເຮັກຕ້າຣ໌ປາຍ ແລະດິນປຸກສ້າງ 32 ເຮັກຕ້າຣ໌ເສັຍຫາຍ.

ເວົ້າເຖິງບ້ານຈັດສັນສໍາລັບປະຊາຊົນ ຜູ້ໄດ້ຮັບຜົລກະທົບຈາກ ໂຄງການກໍ່ສ້າງທາງຣົຖໄຟນີ້ ມີຢູ່ຫລາຍຈຸດ ຮວມທັງບ້ານຈັດສັນນາເຕີຍ ແຂວງຫລວງນໍ້າທາ ທີ່ມີ 159 ຫລັງ ແລະຢູ່ແຂວງອຸດົມໄຊ ກໍມີບ້ານຈັດສັນນາຄົກ ເມືອງງາ ທີ່ມີ 23 ຫລັງ ແລະບ້ານຈັດສັນນາໝໍ້ໃຕ້ ເມືອງນາໝໍ້ 60 ຫລັງ.