ຊາວບ້ານເມືອງຄໍາເກີດ ກັງວົນກັບຜົນກະທົບ ຈາກໂຄງການໄຟຟ້າພະລັງງານລົມ

ອຸ່ນແກ້ວ
2024.09.12
ຊາວບ້ານເມືອງຄໍາເກີດ ກັງວົນກັບຜົນກະທົບ ຈາກໂຄງການໄຟຟ້າພະລັງງານລົມ ນີ້ເປັນພຽງຮູບປະກອບ ເຊິ່ງແມ່ນໂຄງການໄຟຟ້າພະລັງງານລົມ ວັນທີ 19 ເດືອນມີນາ 2024.
RFA

ຊາວບ້ານ ຈໍານວນ 3 ບ້ານ 875 ຄອບຄົວ ປະກອບມີ ບ້ານນາຫາດ, ບ້ານທົ່ງແປ ແລະ ບ້ານນາເຮືອງ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ກັງວົນເລື່ອງສູນເສັຍທີ່ດິນທໍາການກະສິກໍາ ແລະ ຜົນກະທົບ ດ້ານສິ່ງແວດລ້ອມ ຈາກໂຄງການໄຟຟ້າພະລັງງານລົມ ເຈືອງເຊີນຂະໜາດ 600 ເມກະວັດ ຂອງນັກລົງທຶນຫວຽດນາມ.

ຊາວ ເມືອງຄໍາເກີດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 12 ກັນຍາ ວ່າ:

ໂອ້... ບໍ່ຢາກໄດ້ປາຍໃດແຫຼະ ມັນກະທົບມັນບໍ່ມີບ່ອນເຮັດນາ ກະຍັງໜ້ອຍຫັ້ນນ່າ ທາງບໍລິສັດ ເອົາໝົດແຫຼະ ຊົດເຊີຍຜົນກະທົບບໍ່ເຫັນມາເວົ້າຕໍ່ປະຊາຊົນ.

ສໍາລັບເນື້ອທີ່ດິນ ແລະ ຊັບສິນ ທີ່ຈະໄດ້ຮັບຜົນກະທົບ ຈາກໂຄງການດັ່ງກ່າວ ປະກອບມີຜົນກະທົບ ຕໍ່ທີ່ດິນ, ຜົນກະທົບ ຕໍ່ຜົນລະປູກ ແລະ ຜົນກະທົບຕໍ່ຊັບສິນອື່ນໆ.

ຜົນກະທົບຕໍ່ທີ່ດິນ ປະກອບມີ ດິນສວນປູກມັນຕົ້ນ ຈໍານວນ 3 ຕອນ ເນື້ອທີ່ປະມານ 5,800 ຕາແມັດ, ດິນສວນຫຍ້າ ຈໍານວນ 3 ຕອນ, ດິນສວນໄມ້ໃຫ້ໝາກ ຈໍານວນ 1 ຕອນ ເນື້ອທີ່ 1,800 ຕາແມັດ  ດິນປ່າເລົ່າອ່ອນ ຈໍານວນ 4 ຕອນ ລວມເນື້ອທີ່ປະມານ 8,000 ຕາແມັດ.

ຜົນກະທົບຕໍ່ຜົນລະປູກ ປະກອບມີ ຕົ້ນໄມ້ໃຫ້ໝາກ, ມັນຕົ້ນ, ຕົ້ນກ້ວຍ, ຕົ້ນມອນ, ຕົ້ນຂ່າ ແລະ ຕົ້ນຫຍ້າເນຍເປຍ ລວມເນື້ອທີ່ຫຼາຍຕາແມັດ.

ຜົນກະທົບ ຕໍ່ຊັບສິນອື່ນ - ຮົ້ວໜາມໝາກຈັບ 4 ຮົວ 48 ແມັດ, ຮົ້ວໄມ້ແກ່ນ ຄວາມຍາວ 128 ແມັດ, ຮົ້ວໄມ້ໄຜ່ ຍາວ 75 ແມັດ ແລະ ຖຽງ ຢູ່ໃນສວນ 1 ຫຼັງ ຂະໜາດ 3x3 ແມັດ.

ຊາວບ້ານບາງຄົນ ກໍຍັງຄົງກັງວົນເລື່ອງປ່າໄມ້ ທີ່ເປັນແຫຼ່ງສະບຽງອາຫານຂອງເຂົາເຈົ້າ ໂດຍສະເພາະຊາວບ້ານ ໄດ້ເກັບເຄື່ອງປ່າຂອງດົງ ມັນເປັນອາຫານ ແລະ ຂາຍເປັນລາຍໄດ້. 

ຊາວເມືອງຄໍາເກີດອີກທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

ກະແນ່ນອນຫັ້ນແລ້ວ ເລື່ອງຜົນກະທົບເວົ້າເລື່ອງປ່າໄມ້ ແລະ ສັດປ່າ ຢາກອະນຸຮັກຫັ້ນແລ້ວຄວາມຈິງກະ ຖ້າທາບທາມຫາງສຽງຂອງປະຊາຊົນ ກະຍັງບໍ່ທັນຮູ້ວ່າ ຊິກັງວົນແນວໃດ ຫັ້ນນ່າ ເພາະວ່າ ເພິ່ນກະຍັງບໍ່ທັນໄດ້ລົງມື ກະມີແຕ່ວ່າ ພວກເຮົາ ກະເວົ້າເລື່ອງສິ່ງແວດລ້ອມ ນີ້ແລ້ວ ສໍາຄັນກວ່າໝູ່.

ເຈົ້າໜ້າທີ່ໂຄງການ ໄດ້ເຂົ້າມາປະເມີນຜົນກະທົບທາງດ້ານສິ່ງແວດລ້ອມ ສັງຄົມ ສໍາເລັດແລ້ວ ໃນຕົ້ນປີ 2024 ທີ່ຜ່ານມາ ຊຶ່ງໃນເບື້ອງຕົ້ນ ຍັງບໍ່ມີຄອບຄົວໃດ ຈະຖືກຍົກຍ້າຍອອກຈາກເຂດບ້ານເກົ່າ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່. 

ໂຄງການດັ່ງກ່າວ ຈະສົ່ງຜົນກະທົບຕໍ່ຊາວບ້ານ ທີ່ຈະສູນເສັຍທີ່ດິນກະສິກໍາ ແລະ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍສະເພາະສຽງດັ່ງ.

ເຈົ້າໜ້າທີ່ ຜູ້ທີ່ຮູ້ຈັກ ວຽກງານສິ່ງແວດລ້ອມ ແຂວງບໍລິຄໍາໄຊ ໄດ້ກ່າວວ່າ:

ພະລັງງານລົມ ຢູ່ເມືອງໄຊຈໍາພອນ ກັບເມືອງຄໍາເກີດນີ້ ແຫຼະ ຕົວນີ້ນ່າ ເພາະວ່າ ຜົນກະທົບດ້ານສິ່ງແວດລ້ອມເບາະ ກະທົບກ່ຽວກັບພື້ນທີ່ດິນແມ່ນຫຍັງ ພວກເຮົາຈະແມ່ນ ພະແນກເຮົາຢູ່ແລ້ວເນາະ ໄປກວດສອບອີ່ຫຍັງແລ້ວແຫຼະ.

ຫຼັງຈາກມີການປະເມີນຜົນທາງດ້ານສິ່ງແວດລ້ອມແລ້ວ, ເຈົ້າໜ້າທີ່ຈະດໍາເນີນຂັ້ນຕອນການຈ່າຍຄ່າຊົດເຊີຍໃຫ້ແກ່ຊາວບ້ານທີ່ໄດ້ຮັບຜົນກະທົບ. ເຈົ້າໜ້າທີ່ຫ້ອງການປົກຄອງແຂວງ ບໍລິຄໍາໄຊ ໄດ້ກ່າວວ່າ:

ມີແຕ່ລໍຖ້າ ຕັ້ງແຕ່ເລື່ອງຂອດການຈັດຕັ້ງປະຕິບັດດຽວນີ້ ນ່າ ວຽກທົດແທນຄ່າ ສະເພາະຕັ້ງແຕ່ເບື້ອງຕອນດິນ ເຮົາຍັງບໍ່ທັນ ໄດ້ມີສິ່ງປຸກສ້າງ ເນາະ ເພາະເຮົາເວົ້າຕັ້ງແຕ່ເລື່ອງຕອນດິນ ເລື່ອງດິນກະສິກໍາ.

ເຈົ້າໜ້າທີ່ ຜູ້ທີ່ຮູ້ຈັກວຽກງານສິ່ງແວດລ້ອມ ທີ່ສະຫງວນຊື່ ແລະ ສຽງ ໄດ້ກ່າວວ່າ:

ການສຶກສາ ສໍາຫຼວດ ສໍາເລັດແລ້ວເນາະເຈົ້າ ກະຍັງຢູ່ຊ້ວງທີ່ບໍ່ທັນຮັບຮອງເທື່ອ ຍັງຂໍຄວາມເຫັນຢູ່ ຂໍຄວາມເຫັນສຸດທ້າຍ.

ອີງຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ລັດຖະບານລາວ ກັບ ບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານຫວຽດນາມ-ລາວ ຜູ້ພັດທະນາໂຄງການແມ່ນໄດ້ຮັບສໍາປະທານ ເນື້ອທີ່ດິນທັງໝົດປະມານ 60,000 ເຮັກຕ້າ ແບ່ງອອກເປັນ 2 ໂຄງການ ຄື:

  1. ໂຄງການໄຟຟ້າພະລັງງານລົມເຈືອງເຊີນ ມີກໍາລັງຕິດຕັ້ງ 250 ເມກາວັດ ມີ 50 ກັງຫັນລົມ ຕັ້ງຢູ່ເມືອງຄໍາເກີດ ແຂວງ ບໍລິຄໍາໄຊ.
  2. ໂຄງການໄຟຟ້າ ພະລັງງານລົມ ເຈືອງເຊີນ ກໍາລັງຕິດຕັ້ງ 350 ເມກາວັດ ມີ 70 ກັງຫັນລົມ ຕັ້ງຢູ່ເມືອງຄໍາເກີດ ແລະ ເມືອງໄຊຈໍາພອນ ແຂວງບໍລິຄໍາໄຊ.

ສໍາລັບໂຄງການໄຟຟ້າ ພະລັງງານລົມ ເຈືອງເຊີນ ຂະໜາດ 600 ເມກະວັດ ແມ່ນບໍລິສັດ ຫຸ້ນສ່ວນການລົງທຶນ ແລະ ພັດທະນາພະລັງງານ ຫວຽດນາມ-ລາວ ຂອງປະເທດຫວຽດນາມ ເປັນຜູ້ພັດທະນາໂຄງການ ມູນຄ່າການລົງທຶນ 388 ລ້ານ ໂດລ້າ ແລະ ພະລັງງານໄຟຟ້າທັງໝົດ ຈະສົ່ງອອກໄປຂາຍປະເທດຫວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.