ຊາວບ້ານ ໃນເມືອງວຽງໄຊ ເດືອດຮ້ອນ ຍ້ອນບໍລິສັດບໍ່ແຮ່ ຫວຽດນາມ ປ່ອຍນໍ້າເສຍ ລົງລຳນໍ້າ
2025.01.13

ໃນມື້ວັນທີ 12 ມັງກອນ 2025 ນີ້, ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ໃນເມືອງວຽງໄຊ ແຂວງຫົວພັນ ມີສີແດງຊໍ້າຂຸ່ນ, ເຊິ່ງຊາວບ້ານ ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ນໍ້າມີສະພາບແບບນີ້ ຍ້ອນນໍ້າເສຍ ຈາກການລ້າງແຮ່ເຫຼັກ ຂອງບໍລິສັດ ຢູ່ບ້ານຟ້ອງຊ້າງ ຊື່ບໍລິສັດ ຂຸດຄົ້ນແຮ່ທາດ ຕ້ຽນຫຽວກາວບັງ ຈໍາກັດຜູ້ດຽວ, ເຊິ່ງເປັນຂອງ ນັກລົງທຶນຫວຽດນາມ ຈົນເຮັດໃຫ້ຊາວບ້ານ ທີ່ຢູ່ລຽບຕາມ ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ໄດ້ຮັບຄວາມເດືອດຮ້ອນ ຢ່າງໜັກໜ່ວງ ເພາະຊາວບ້ານ ຕ້ອງໃຊ້ແຫຼ່ງນໍ້ານັ້ນ ເປັນຫຼັກ ໃນຊີວິດປະຈໍາວັນ ຮວມທັງ ການປູກຝັງຕ່າງໆ.
ບ້ານທີ່ໄດ້ຮັບຜົນກະທົບ ມີດັ່ງນີ້: ບ້ານພຽງໄຊ, ບ້ານຟ້ອງຊ້າງ, ບ້ານເມືອງປູນ, ບ້ານພູນໃໝ່, ບ້ານສົ້ມ, ບ້ານຊຽງ ແລະ ບ້ານເດີຍ ແລ້ວກໍໄຫຼໄປ ສູ່ຫວຽດນາມ. ຊາວບ້ານທັງໝົດ ທີ່ກ່າວມານີ້, ຈຶ່ງຢາກຮຽກຮ້ອງໃຫ້ ທາງພາກສ່ວນທີ່ກ່ຽວຂ້ອງ ລົງມາແກ້ໄຂ ບັນຫານີ້ ຢ່າງຮີບດ່ວນ. ດັ່ງຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ມັງກອນ 2025 ນີ້ວ່າ:
“ມີປະຊາຊົນ ໄດ້ຮັບຜົນກະທົບຫຼາຍເນາະ ເພາະວ່າ ມີບ້ານພຽງໄຊ, ບ້ານຟ້ອງຊ້າງ, ບ້ານເມືອງປູນ, ບ້ານພູນໃໝ່, ບ້ານສົ້ມ, ບ້ານຊຽງ, ບ້ານເດີຍ ລະກະລົງໄປ ສູ່ຫວຽດນາມເນາະ. ສາຍນໍ້າໂຕນີ້ນ່າ ຢາກໃຫ້ພາກສ່ວນກ່ຽວຂ້ອງເນາະ, ຫ້ອງການລັງງານບໍ່ແຮ່, ຢາກໃຫ້ລົງມາເບິ່ງແດ່, ຈັ່ງຊີ້ນ່າ ເພາະວ່າ ມັນໄດ້ຮັບຜົນກະທົບ ຫຼາຍບ້ານອີ່ຫຼີ່ ນີ້ເນາະ.”
ຊາວບ້ານ ຢູ່ບ້ານຟ້ອງຊ້າງ ກໍເວົ້າ ໃນລັກສະນະ ດຽວກັນວ່າ:
“ເຈົ້າ, ແມ່ນແລ້ວ ບໍລິສັດແຮ່ເຫຼັກ ຢູ່ບ້ານຟ້ອງຊ້າງ ນີ້, ຂະເຈົ້າມາຂຸດຄົ້ນ ລະກໍມີຜົນກະທົບ ເຮັດໃຫ້ນໍ້າຂຸ່ນເນາະ. ແຕ່ກີ້ ກະນໍ້າໃສ, ແຕ່ວ່າດຽວນີ້ ຂຸ່ນທຸກມື້ເລີຍນ່າ. ມື້ນີ້, ຂະເຈົ້າກະຍັງປັ່ນແຫ່ຢູ່ ທີ່ວ່າມັນຂຸ່ນແຮງ, ແຕ່ກີ້ ມັນກໍ ມັນບໍ່ຂຸ່ນຫຼາຍເນາະ, ແຕ່ວ່າ ຄ່າ 2 ເດືອນປາຍມານີ້ ຖືວ່າ ຂຸ່ນໜັກນ່າ.”
ສຳລັບຊາວບ້ານ ອີກຜູ້ໜຶ່ງ ຢູ່ບ້ານເດີຍ ກໍ່ເວົ້າເຖິງ ເລື່ອງຜົນກະທົບ ຈາກນໍ້າຂຸ່ນ ນີ້ວ່າ:
“ແມ່ນ, ມັນໄດ້ຮັບຜົນກະທົບຫຼາຍ ເພາະວ່າ ນໍ້າຫັ້ນຂຸ່ນແຮງ ມື້ນີ້ນ່າ, ຂຸ່ນເລີຍນ່າ ຄືນໍ້ານົມ ຄືຊ໊ອກກະແລັດ ເລີຍນ່າ. ປູ-ປາ ຫຼືວ່າ ເປັນສິ່ງທີ່ວ່າຢູ່ນໍ້າ ກິນບໍ່ໄດ້, ໃຊ້ບໍ່ໄດ້ເລີຍນ່າ. ຈຸເຮົານີ້, ບໍ່ໄດ້ເຮັດນາດອກ, ແຕ່ວ່າ ຄົນທີ່ວ່າເຮັດນາ ນານີ້ ກະບໍ່ຂຶ້ນໄດ໋. ກ້ານີ້, ກະບໍ່ຂຶ້ນ ລະກະໂຕງົວ, ໂຕຄວາຍ ມັນໄດ້ກິນນໍ້າແຮ່ເດ້, ນໍ້າແຮ່ ນໍ້າຂຸ່ນ, ຫັ້ນນ່າ.”
ນາງກ່າວຕື່ມວ່າ ບັນຫາດັ່ງກ່າວນີ້, ເກີດຂຶ້ນມາໄດ້ ປະມານ 3 ເດືອນແລ້ວ ຊາວບ້ານ ກໍໄດ້ພາກັນແຈ້ງ ເລື່ອງບັນຫາດັ່ງກ່າວ ໄປຍັງພາກສ່ວນ ທີ່ກ່ຽວຂ້ອງແລ້ວ, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ມີຫຍັງຄືບໜ້າ ແລະ ຜົນກະທົບ ກໍຍິ່ງໜັກໜ້າໄປຕື່ມ.
“ເຂົາເຈົ້າກະແຈ້ງເລື້ອຍ, ແຕ່ວ່າ ມັນກະມິດໄປ, ຫັ້ນນ່າ. ລະກະບາງທີ ກະມີຄົນລົງມາຢູ່, ແຕ່ວ່າ ມາ ກະບໍ່ເຫັນວ່າ ຊິແກ້ໄຂບັນຫາເລີຍນ່າ. ມີແຕ່ເອີ່ໆ, ບາງທີກະມາຢູ່ ມາກໍຄືວ່າຫັ້ນແຫຼະ ບໍ່ຮູ້ນໍາເຂົານ່າ ມັນກະຍັງຄືເກົ່າ.”
ຊາວບ້ານ ຜູ້ທີ່ເຄີຍຫາປາ ຈາກສາຍນໍ້າປູນ ເພື່ອລ້ຽງຄອບຄົວ ກໍຂໍຝາກເຖິງ ພາກສ່ວນທີ່ກ່ຽວຂ້ອງ ນັ້ນວ່າ:
“ເຮົາກໍຢາກໃຫ້ນໍ້າໃສ ຫັ້ນແຫຼະເນາະ, ເຮົາກະຢາກໄປ ຫວ່ານໄຫ ໃສ່ມອງເນາະ. ເອົາປູ-ເອົາປາ ມາກິນເນາະ. ໄດ້ປະມານ 2-3 ເດືອນແລ້ວ, ເຮົາມີແຕ່ໄປທາງບົກ (ຫາກິນທາງບົກ) ທາງນໍ້າ ບໍ່ໄດ້ໄປເນາະ. ນໍ້າມັນເປັນແບບນັ້ນ ແລ້ວເນາະ.”
ກ່ຽວກັບເລື່ອງດັ່ງກ່າວນີ້, ໃນມື້ວັນທີ 13 ມັງກອນ 2025, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມ ໄປຍັງເຈົ້າໜ້າທີ່ທ້ອງຖິ່ນ ໃນບ້ານຟ້ອງຊ້າງ, ເຊິ່ງທ່ານ ກໍໄດ້ເວົ້າສາເຫດ ຂອງນໍ້າຂຸ່ນ ທີ່ເກີດຂຶ້ນນັ້ນ ໃຫ້ຟັງວ່າ:
“ເອີ່, ມື້ວານນີ້ ທີ່ວ່ານໍ້າຂຸ່ນຫັ້ນ ຖືວ່າ ຜົນຈາກການລ້າງແຮ່ ຂອງບໍລິສັດ ຢູ່ບ້ານຟ້ອງຊ້າງ ຫັ້ນເນາະ. ບໍລິສັດ ຕ້ຽນຫຽວກາວບັງ ເຂົາປ່ອຍນໍ້າເສຍລົງໃສ່ ສາຍນໍ້າຊ້າງ-ນໍ້າປູນ ເປັນນໍ້າສີແດງ ເປັນນໍ້າຂຸ່ນເລີຍນ່າ. ປູ, ປາ, ນາ, ນໍ້າ ຖືວ່າ ດັບສູນເລີຍນ່າ, ໂຕປາ ບໍ່ຢາກມີນ່າ. ມື້ກ່ອນ ກໍຕາຍ, ມາຕື່ມໃສ່ມື້ວານນີ້ ກໍຕາຍເລີຍ.”
ນອກຈາກນີ້, ວິທຍຸເອເຊັຽເສຣີ ຍັງໄດ້ຕິດຕໍ່ສອບຖາມ ເລື່ອງດັ່ງກ່າວ ໄປຍັງເຈົ້າໜ້າທີ່ ຫ້ອງການຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ, ເມືອງວຽງໄຊ ແຂວງຫົວພັນ ນໍາດ້ວຍ, ເຊິ່ງທ່ານ ກໍກ່າວຕໍ່ເຫດການ ທີ່ເກີດຂຶ້ນນັ້ນວ່າ:
“ມື້ວານນີ້ເນາະ ຫຼັງຈາກທີ່ເຂົາ ບໍລິສັດ ລັກປ່ອຍນໍ້າລົງ (ນໍ້າເສຍ), ແຕ່ວ່າ ພາກສ່ວນກ່ຽວຂ້ອງ ກະຖືວ່າ ໄດ້ເຮັດບົດບັນທຶກ ໃຫ້ບໍລິສັດ ຊົດໃຊ້ ຕັ້ງແຕ່ມີຜົນກະທົບ ຢູ່ບ່ອນໃດ ແມ່ນມອບໃຫ້ ບໍລິສັດເໝິດ, ຈະເຊັນໃຫ້ບໍລິສັດຫັ້ນ ດໍາເນີນຕໍ່ໄປ ກະໄດ້ເນາະ, ແຕ່ວ່າ ບໍລິສັດ ຕ້ອງຮັບຮອງ ປ່ອຍປາຄືນ, ໃຫ້ບູລະນະ.”
ກ່ອນໜ້ານີ້, ຄືເມື່ອວັນທີ 24 ເດືອນທັນວາ 2024 ທີ່ຜ່ານມາ, ບໍລິສັດດັ່ງກ່າວ ກໍໄດ້ປ່ອຍນໍ້າເສຍ ລົງໃສ່ສາຍນໍ້າຊ້າງ ແລະ ສາຍນໍ້າປູນ ຈົນເຮັດໃຫ້ນໍ້າຂຸ່ນ ມາແລ້ວ. ຕໍ່ມາ, ບໍ່ພໍເທົ່າໃດມື້ ທາງບໍລິສັດ ກໍລັກປ່ອຍນໍ້າເສຍ ຈາກການລ້າງແຮ່ ອີກຄັ້ງ ຄືໃນວັນທີ 12 ເດືອນມັງກອນ 2025, ແຕ່ເທື່ອນີ້ ນໍ້າຂຸ່ນ ຈົນກາຍເປັນສີແດງຊໍ້າ. ຊາວບ້ານ 7 ບ້ານ ຍິ່ງມີຄວາມກັງວົນຕ່າງໆນາໆ ຢ້ານຈະມີສານເຄມີ ຮ້າຍແຮງປົນເປື້ອນໃນນໍ້າ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ທ້ອງຖິ່ນ ໃນບ້ານຟ້ອງຊ້າງ.
ເຖິງຢ່າງໃດກໍດີ, ຊາວບ້ານ ທີ່ໄດ້ຮັບຜົນກະທົບ ທັງຫຼາຍເຫຼົ່ານີ້ ກໍຫວັງວ່າ ທາງພາກສ່ວນ ທີ່ກ່ຽວຂ້ອງ ຈະລົງມາແກ້ໄຂ ບັນຫານໍ້າເສຍນີ້ ໃຫ້ໃຊ້ໄດ້ ເປັນປົກກະຕິ ຄືທີ່ຜ່ານມາ ໂດຍໄວ.