ການຂຸດຄົ້ນແຮ່ທາດ ບໍລິສັດ ວີໄອເອັມໄອຣອນ ມາຍນິ້ງ ກະທົບຊາວບ້ານ
2024.11.18
ປັດຈຸບັນ ຊາວບ້ານ ຢູ່ບ້ານເມືອງປູນ ເມືອງວຽງໄຊ ແຂວງຫົວພັນ ຈໍານວນ 33 ຄອບຄົວ ເປັນກັງວົນ ຢ້ານໄດ້ຮັບຜົນກະທົບ ຈາກການສໍາຫຼວດຂຸດຄົ້ນແຮ່ທາດ ຂອງບໍລິສັດ ວີໄອເອັມໄອຣອນ ມາຍນິ້ງຈໍາກັດ ຜູ້ດຽວ ເຊິ່ງເປັນຂອງຄົນລາວ ເນື່ອງຈາກ ພື້ນທີ່ການສໍາຫຼວດນັ້ນ ເປັນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າເທິງບ້ານ ແລະຢູ່ຈຸດເທິງນາ ຂອງປະຊາຊົນ ເຊິ່ງຫ່າງຈາກບ້ານ ຂອງຊາວບ້ານໄປປະມານ 300 ແມັດ, ດັ່ງຊາວບ້ານ ຢູ່ບ້ານເມືອງປູນ ຜູ້ທີ່ໜຶ່ງ ເວົ້າໃຫ້ວິທຍຸເອເຊັຽເສຣີ ຟັງ ໃນວັນທີ 17 ພະຈິກ 2024 ນີ້ວ່າ:
“ປະຊາຊົນເຂົາບໍ່ຢາກໃຫ້ຂຸດຄົ້ນເລີຍນ່າເນາະ ແຕ່ຫົວທີນ່າ ເພາະວ່າພື້ນທີ່ນາຫັ້ນເນາະ ຂະເຈົ້າກິນມາຫຼາຍບັນພະບຸລຸດໃດມາ. ເພິ່ນບໍ່ໃຫ້ຂຸດຄົ້ນ ມັນສ່ຽງໂພດ. ຫ່າງຈາກນາປະຊາຊົນ ບໍ່ຮອດ, ແຕ່ 300-400 ແມັດ ຍາມຝົນຕົກນໍ້າລົງນີ້ ດິນຫັ້ນມັນກະລົງມາໃສ່ບ້ານໂລດເນາະ. ອັນຈຸດທີ 1 ເພິ່ນເລີ່ມມີການຂຸດຄົ້ນ ແຕ່ທ້າຍເດືອນ 8. ຈຸດທີ 2 ກະພູ ເພິ່ນເລີ່ມເປີດໃຫ້ໄປສໍາຫຼວດ ໃນວັນທີ 28 ເດືອນ10 ນີ້. ປະຊາຊົນກະບໍ່ມີຜູ້ໃດເຫັນດີ ແລ້ວເຂົາເຈົ້າບໍ່ເປີດກອງປະຊຸມເລີຍນ່າ.”
ໃນຂະນະທີ່ ຊາວບ້ານອີກຄົນໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ກໍ່ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີ ຟັງ ໃນມື້ດຽວກັນນີ້ວ່າ ບໍລິສັດດັ່ງກ່າວ ເຂົ້າມາຂຸດຄົ້ນແຮ່ທາດ ຢູ່ບ້ານນີ້ນັ້ນ ປະຊາຊົນພາຍໃນບ້ານ ກໍບໍ່ເຄີຍຮັບຮູ້ມາກ່ອນ ແລະບໍ່ຮູ້ວ່າ ຫາກດິນໄຮ່, ດິນນາ ຂອງຊາວບ້ານ ໄດ້ຮັບຜົນກະທົບ ທາງບໍລິສັດ ຈະມີການຊົດເຊີຍຄືນແນວໃດ ຮູ້ພຽງແຕ່ວ່າ ນາຍບ້ານ ແລະພາກສ່ວນທີ່ກ່ຽວຂ້ອງ ເປັນຜູ້ຮັບເອົານາຍທຶນນັ້ນເຂົ້າມາສໍາຫຼວດຂຸດຄົ້ນ ໂດຍບໍ່ຜ່ານຄວາມເຫັນດີ ຂອງປະຊາຊົນ ແລະຫາກໃຜ ບໍ່ໃຫ້ການຮ່ວມມື ຈະຖືວ່າ ຂັດຕໍ່ລະບຽບບ້ານເມືອງ.
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຽເສຣີ ກໍ່ໄດ້ແຈ້ງ ໄປໃຫ້ ທາງກະຊວງພະລັງງານ ແລະບໍ່ແຮ່ຮັບຊາບ ແລະເຈົ້າໜ້າທີ່ ທ່ານໜຶ່ງ ກໍ່ໄດ້ແນະນໍາດັ່ງນີ້.
“ຈັ່ງຊິເນາະ ຄົນຖ້າຫາກວ່າ ພາກສ່ວນປະຊາຊົນ ຄັນຖ້າວ່າ ມັນມີບັນຫານ່າ ຢາກໃຫ້ຂະເຈົ້າ ໂທມາຫາທາງເຮົາໂດຍກົງເນາະ ອັນທີ່ໜຶ່ງ. ອັນທີສອງ ຢາກໃຫ້ຂະເຈົ້າຂຽນໜັງສືເປັນລາຍລັກອັກສອນມາ ແຈ້ງມາຫາທາງກະຊວງນ່າ ລະເພິ່ນກະຈະໄປຕິດຕາມແກ້ໄຂ.”
ບໍລິສັດ ວີໄອເອັມໄອຣອນ ມາຍນີ້ງ ຈໍາກັດຜູ້ດຽວ ຈະສໍາຫຼວດພື້ນທີ່ໃນການຂຸດຄົ້ນແຮ່ທາດ ຢູ່ບ້ານເມືອງປູນ ເມືອງວຽງໄຊ ແຂວງຫົວພັນໃນເນື້ອທີ່ 40 ເຮັກຕ້າ ມີຢູ່ 2 ຈຸດ ຄື ຈຸດທີ່ 1 ຢູ່ເຂດປ່າສະຫງວນປ່າປ້ອງກັນແຫຼ່ງນໍ້າເທິງບ້ານ ສ່ວນຈຸດທີ່ 2 ແມ່ນ ຈຸດເທິງນາຂອງຊາວບ້ານ ໂຄງການດັ່ງກ່າວ ມີໄລຍະການສໍາປະທານ ປະມານ 8 ປີ.