ພັຍທັມມະຊາຕ ສົ່ງຜົລກະທົບ ຕໍ່ຊາວກະສິກອນ

ສຸພັດຕາ
2022.10.13
Share on WhatsApp
Share on WhatsApp
ພັຍທັມມະຊາຕ ສົ່ງຜົລກະທົບ ຕໍ່ຊາວກະສິກອນ ສະພາບພາຍຫຼັງ ເຫດການນ້ຳຖ້ວມໃຫຍ່ ແລະ ນ້ຳປ່າໄຫຼຊຸ ຄັ້ງທີ່ຮຸນແຮງທີ່ສຸດ ເທົ່າທີ່ເຄີຍ ມີການບັນທຶກມາ ໃນເຂດເມືອງຫຼາ ແຂວງອຸດົມໄຊ (TS), ວັນທີ 16 ເດືອນກັນຍາ 2022.
RFA

ໃນໄລຍະຫຼາຍປີທີ່ຜ່ານມາ ການປ່ຽນແປງ ຂອງສະພາບດິນຟ້າອາກາດ ໃນລາວ ນັບມື້ນັບຮຸນແຮງຂຶ້ນ ໂດຍສະເພາະ ບັນຫາພັຍແລ້ງ ແລະນໍ້າຖ້ວມ ເຮັດໃຫ້ຊາວກະສິກອນ ສາມາດເຮັດການຜລິຕ ໄດ້ໃນປະຣິມານທີ່ໜ້ອຍລົງ ເຊິ່ງອາຈສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ພາຍໃນປະເທດລາວໄດ້ ໃນອະນາຄົຕ ແລະຍັງເຮັດໃຫ້ ຕ້ອງນໍາເຂົ້າສິນຄ້າ ມາຈາກຕ່າງປະເທດ ຫຼາຍຂຶ້ນ ໃນລາຄາແພງ.

ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກກ່ຽວກັບ ການກະເສຕໃນລາວ ຜູ້ບໍ່ປະສົງອອກຊື່ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ເມື່ອວັນທີ 12 ຕຸລາ 2022 ນີ້ວ່າ:

“ຊາວກະສິກອນລາວ ປະມານ 80% ແມ່ນ 90% ລະອາສັຍນໍ້າຟ້າ ນໍ້າຝົນເນາະ ໃນການເຮັດນາ ສະນັັ້ນ ຝົນຟ້າມັນບໍ່ຕົກລົງມາ ຕາມຣະດູການ, ການເຮັດກະສິກັມ ກໍແມ່ນ ໄດ້ຮັບຜົລກະທົບຫຼາຍ ສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ຫຼື ຈະເຮັດໃຫ້ລາຄາສິນຄ້າ ມັນສູງ ເພາະນໍາມາແຕ່ວຽດນາມ, ແຕ່ໄທຍ ໂຕນັ້ນຫັ້ນນ່າ.”

ທ່ານກ່າວຕື່ມວ່າ ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກດ້ານສິ່ງແວດລ້ອມ ແລະຕິດຕາມປະເດັນ ເຣື່ອງການປ່ຽນແປງ ຂອງສະພາບດິນຟ້າ ອາກາດພາຍ ໃນປະເທດລາວ ໄດ້ຮັບງົປມານ ສນັບສນູນ ຈາກອົງການ ລະຫວ່າງປະເທດ ເພື່ອເຮັດບົດຣາຍງານ ກ່ຽວກັບຜົລກະທົບ ຕໍ່ຊາວກະສິກອນ ທີ່ເກີດຂຶ້ນຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ເຊິ່ງປັດຈຸບັນ ຢູ່ລະຫວ່າງ ການລົງພື້ນທີ່ຮິບໂຮມ ຂໍ້ມູນ ແລະຄາດວ່າຈະສໍາເຣັດ ແລະສາມາດເຜີຍແຜ່ ຕໍ່ສາທາຣະນະໄດ້ ໃນໄລຍະທ້າຍປີ 2022 ນີ້.

ໃນໄລຍະ ທ້າຍເດືອນສິງຫາ ທີ່ຜ່ານມາ ກໍເກີດເຫດນໍ້າຖ້ວມ ຢ່າງຮຸນແຮງທີ່ສຸດ ໃນຮອບ 37 ປີ ຢູ່ໃນຫຼາຍບ້ານ ແລະຫຼາຍເມືອງ ຂອງແຂວງອຸດົມໄຊ ເຮັດໃຫ້ເນື້ອທີ່ ເຮັດການຜລິຕ ຂອງຊາວບ້ານ ໄດ້ຮັບຄວາມເສັຍຫາຍ ຢ່າງຫຼວງຫຼາຍ ແລະມາຮອດປັດຈຸບັນ ກໍຍັງບໍ່ສາມາດ ກັບເຂົ້າໄປຍັງພື້ນທີ່ ດັ່ງກ່າວນີ້ ເພື່ອເຮັດການຜລິຕ ໄດ້ຄືເກົ່າ ເຊິ່ງສິ່ງທີ່ເກີດຂຶ້ນ ກໍຖືວ່າເປັນສ່ວນນຶ່ງ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ.

ດັ່ງຊາວບ້ານ ຢູ່ບ້ານໂພນໄຊ ເມືອງຫຼາ ແຂວງອຸດົມໄຊ ນາງນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ເສັຍຫາຍຫຼາຍໂອ້! ສວນໄມ້ສັກ, ສວນຢາງພາຣາ ກໍເສັຍຫາຍຫຼາຍ. ສ່ວນຫຼາຍ ກໍແມ່ນນາຫັ້ນແຫຼະ ເສັຍຫາຍຫຼາຍ. ເອີ່! ຂອງແມ່. ມັນສວນຢາງພາຣາ ເສັຍຫາຍຈໍານວນນຶ່ງ.”

ທີ່ຜ່ານມາ ການປ່ຽນແປງ ຂອງສະພາບດິນຟ້າ ອາກາດ ທີ່ເກີດຂຶ້ນພາຍໃນ ປະເທດລາວນັ້ນ ສ່ວນນຶ່ງມີສາເຫດ ມາຈາກ ການຕັດໄມ້ທໍາລາຍປ່າ ເພື່ອບຸກເບີກເນື້ອທີ່ດິນ ສໍາລັບໃຊ້ໃນການກໍ່ສ້າງ ພື້ນຖານໂຄງຮ່າງ ແລະໃຊ້ເນື້ອທີ່ດິນ ສໍາລັບເຮັດການກະເສຕ.

ດັ່ງຊາວບ້ານ ທ່ານນຶ່ງ ຢູ່ເມືອງໄຊ ແຂວງອຸດົມໄຊ ກ່າວວ່າ:

“ຊ່ວງນີ້ ມັນອາກາດກໍປ່ຽນແປງຫຼາຍ ຢູ່ພູນີ້ຂະເຈົ້າກໍຖາງໄຮ່ແນ່, ຖາງໄຮ່ຄືແບບວ່າ ໄປຕັດຕົ້ນໄມ້ຢູ່ຕົ້ນນໍ້າຫັ້ນ. ຂະເຈົ້າຖາງເບິດແລ້ວ ແຕ່ວ່າຕົ້ນໄມ້ອັນ ຄືວ່ານໍ້າມັນແຫ້ງເດ້ ຕົ້ນໄມ້ຂະເຈົ້າຕັດເບິດແລ້ວເດ້ ຂະເຈົ້າ ເອົາຍ້າຍ ເອົາກຸ່ມບ້ານ ທາງບ່ອນອື່ນມາ ຂະເຈົ້າບໍ່ມີດິນເຮັດ ແລ້ວຂະເຈົ້າໄປຖາງ ນາຍບ້ານເວົ້າ ນາຍບ້ານເວົ້າກະບໍ່ຟັງ ບໍ່ຟັງຈັ່ງຊີ້ນ່າ.”

ປັດຈຸບັນ ຊາວກະສິກອນ ຈໍານວນນຶ່ງ ພັດບໍ່ສາມາດຫາຢູ່ຫາກິນ ຈາກການເຮັດການກະເສຕ ໄດ້ຄືເກົ່າ ຍ້ອນຜົລຜລິຕ ຂອງພວກເຂົາເຈົ້າ ຖືກທໍາລາຍ ຈາກແມງໄມ້ ແລະສັດຕຣູພືດ ທີ່ເພີ່ມຂຶ້ນເປັນຈໍານວນຫຼວງຫຼາຍ ໃນໄລຍະ 2-3 ປີທີ່ຜ່ານມາ ພາຍຫຼັງການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ທະວີຄວາມຮຸນແຮງຫຼາຍຂຶ້ນ, ແຕ່ຢ່າງໃດກໍຕາມ ພວກເຂົາເຈົ້າ ກໍພຍາຍາມແກ້ໄຂ ບັນຫາດັ່ງກ່າວນີ້ ດ້ວຍການປູກພືດ ໝູນວຽນ.

ດັ່ງຊາວກະສິກອນ ທີ່ປູກຜັກກາດຂາຍເປັນອາຊີບ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ:

“ຊ່ວງນີ້ແຫຼະບຸກໜັກຫັ້ນນ່າ ເພັ້ຍຫັ້ນນ່າ ເປັນຜັກທີ່ແຫຼະ ເປັນຜັກກາດນີ້ນ່າ. ເພັ້ຍ, ເພັ້ຍເຂົ້າຫຼາຍຊ່ວງນີ້ຫັ້ນນ່າ ເປັນແນວນີ້ທຸກປີເລີຍ ເປັນສໍ່າກັນທຸກປີໆເລີຍ ເບິ່ງເດີ້ປະມານເດືອນ 8 ເດືອນ 9 ເດືອນ 10 ນີ້ແຫຼະ ເຣີ່ມວ່າເພັ້ຍເຂົ້າມາຫັ້ນນ່າ ບໍ່ໄດ້ໃຊ້ເລີຍ (ຢາກໍາຈັດສັດຕຣູພືດ) ມີແຕ່ເຮົາໝູນວຽນ ເຮົາພຍາຍາມປູກອັນໂຕ ທີ່ວ່າ ມັນບໍ່ບຸກຫຼາຍຫັ້ນນ່າ.”

ເນື່ອງຈາກບັນຫານໍ້າແລ້ງ ແລະນໍ້າຖ້ວມທີ່ເກີດຂຶ້ນ ໃນຫຼາຍພື້ນທີ່ຂອງປະເທດລາວນັ້ນ ໄດ້ເຮັດໃຫ້ຊາວກະສິກອນ ທີ່ຫາລາຍໄດ້ຈາກການປູກເຂົ້າ, ພືດຜັກ ແລະໝາກໄມ້ຊະນິດຕ່າງໆ ບໍ່ສາມາດເຮັດໄດ້ຄືເກົ່າ ຈົນຕ້ອງປ່ຽນໄປ ປູກພືດເສຖກິຈແທນ ໂດຍສະເພາະ ພື້ນທີ່ທາງພາກເໜືອ ຂອງປະເທດລາວ ເພື່ອຕອບສນອງ ຄວາມຕ້ອງການຂອງຕລາດຈີນ ແລະວຽດນາມ ເຊິ່ງກໍຍິ່ງເຮັດໃຫ້ ຄວາມຫຼາກຫຼາຍທາງຊີວິນາໆພັນ ພາຍໃນປະເທດລາວ ຫຼຸດລົງເລື້ອຍໆ.

ດັ່ງເຈົ້າຂອງ ສວນຢາງພາຣາ ຢູ່ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ:

“ປັດຈຸບັນນີ້ນິ່ ມີຢູ່ພາກເໜືອນີ້ ເສຖກິຈອື່ນໆ ພືດອື່ນໆນີ້ກໍມີຢູ່ ມີຢູ່ແຕ່ໜ້ອຍກວ່າ ອັນຢາງພາຣານີ້ຫຼາຍກວ່າ ສົ່ງອອກນີ້ ສ່ວນຫຼາຍເຂົາສົ່ງໄປຈີນເດ້ ແລ້ວເຂົ້າໄປວຽດນາມ ພາກໃຕ້ພາກກາງເຂົ້າໄປວຽດນາມຫຼາຍ ແຕ່ພາກເໜືອເຂົ້າໄປຈີນຫຼາຍ ແຕ່ພາກໃຕ້ບໍ່ມີຫຼາຍເນາະມີໜ້ອຍ ປັດຈຸບນນີ້ ຜູ້ທີ່ປູກແລ້ວ ເຂົາກໍເພີ່ມຂຶ້ນ.”

ໃນຂະນະດຽວກັນ ການເປີດໃຊ້ງານ ຂອງເຂື່ອນໄຟຟ້າ ພະລັງງານນໍ້າຫຼາຍແຫ່ງ ໃນແມ່ນໍ້າຂອງ ກໍເຮັດໃຫ້ນໍ້າລະດັບນໍ້າຂອງ ຂຶ້ນ-ລົງ ແບບຜິດທັມມະຊາຕ ໂດຍສະເພາະ ໃນໄລຍະທີ່ມີການລະບາຍນໍ້າ ອອກຈາກເຂື່ອນນັ້ນ ປາກະຊັງໃນແມ່ນໍ້າຂອງ ພັດທະຍອຍຕາຍ ສົ່ງຜົລໃຫ້ຊາວບ້ານ ຕ້ອງປັບປ່ຽນວິທີໃນການລ້ຽງປາ ແລະບໍ່ສາມາດ ລ້ຽງປາກະຊັງໄດ້ຕລອດປີ.

ດັ່ງເຈົ້າຂອງກະຊັງປາ ແຄມແມ່ນໍ້າຂອງ ຢູ່ແຂວງຈໍາປາສັກ ທ່ານນຶ່ງກ່າວວ່າ:

“ຊ່ວງນໍ້າຂຶ້ນແມ່ນຟອງ, ຟອງນໍ້າ ນໍ້າໃໝ່ມັນຊິປາຕາຍ ນໍ້າມາໃໝ່ນີ້ປາຕາຍເລີຍ ເຮົາຕ້ອງລ້ຽງແບບເປັນຊ້ວງ ຄືແບບເຮົາເອົາປາ ລົງອະນຸບານ ຊ້ວງນໍ້າຟອງຫຼາຍໆ ເຮົາກໍບໍ່ທັນໄດ້ເອົາລົງເທື່ອ ຈະເອົາລົງຊ້ວງນໍ້າມັນບໍ່ຂຶ້ນ ຊ້ວງນໍ້າມັນອັນຕຣາຍ ເຮົາກໍບໍ່ໄດ້ເອົາລົງຫຼາຍ ເອົາລົງສໍ່າໜ້ອຍນຶ່ງ ເອົາລົງສໍ່າພໍຂາຍ.”

ກ່ອນໜ້ານີ້ ເມື່ອວັນທີ 6 ຕຸລາ ທີ່ຜ່ານມາ ທ່ານສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມ ກະສິກັມ ແລະສະຫະກອນ, ທ່ານຄໍາມູນ ໄຊມະນີ ປະທານເຄືອຂ່າຍ ຊາວກະສິກອນລາວ ແລະພາກສ່ວນ ທີ່ກ່ຽວຂ້ອງ ໄດ້ຮ່ວມກັນ ປະກອບຄວາມເຫັນ ກ່ຽວກັບຜົລກະທົບທີ່ເກີດຂຶ້ນ ຈາກການປ່ຽນແປງ ທາງດິນຟ້າອາກາດ ຕໍ່ຊາວກະສິກອນ ພ້ອມວິທີແກ້ໄຂບັນຫາ ເພື່ອນໍາໃຊ້ເປັນຂໍ້ມູນ ໃນການນໍາສເນີ ຕໍ່ກອງປະຊຸມ ສະມັດຊາປະເທດພາຄີ ອະນຸສັນຍາ ສະຫະປະຊາຊາຕ ວ່າດ້ວຍການປ່ຽນແປງ ຂອງສະພາບດິນຟ້າ ອາກາດ ຫຼື ກອງປະຊຸມ Conference of the Parties (COP) ທີ່ຈະຈັດຂຶ້ນເປັນຄັ້ງທີ່ 27 ໃນເດືອນ ພຶສຈິກາ ນີ້ ເພື່ອໃຫ້ສາກົລ ໄດ້ຮັບຮູ້ວ່າ ປະເທດລາວ ກໍເປັນນຶ່ງໃນປະເທດ ຕ່າງໆໃນໂລກ ທີ່ປະສົບກັບບັນຫາ ການປ່ຽນແປງ ຂອງສະພາບ ດິນຟ້າອາກາດ ແລະຕ້ອງໄດ້ຮັບການ ແກ້ໄຂໃຫ້ທັນເວລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.