ຊຽງຂວາງຈະຂຸດຄຳ ໃກ້ຕົວເມືອງ

0:00 / 0:00

ປະຊາຊົນ ໃນແຂວງ ຊຽງຂວາງ ເປັນຫ່ວງ ໃນ ຜົນກະທົບ ທີ່ຈະຕາມມາ ຈາກການ ຂຸດຄົ້ນ ບໍ່ຄໍາ ທີ່ຢູ່ໃກ້ ຕົວເມືອງ.

ຢູ່ເມືອງແປກ ແຂວງຊຽງຂວາງ ທຸກມື້ນີ້ ບໍຣິສັດ ພູເບັ້ຽ ມາຍນິ້ງ ທໍາການ ສໍາຣວດ ເພື່ອຂຸດຄົ້ນ ບໍ່ຄໍາ, ຈື່ງເຮັດໃຫ້ ປະຊາຊົນ ກໍມີຄວາມ ໜັກໃຈ ຢ້ານວ່າ ການຂຸດຄົ້ນ ບໍ່ຄໍາ ຈະສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ພວກເຂົາເຈົ້າ. ຊາວຊຽງຂວາງ ຜູ້ນຶ່ງ ເວົ້າວ່າ:

"ຢູ່ຊຽງຂວາງນີ້ ປະຊາຊົນ ສ່ວນຫລາຍ ດຽວນີ້ ມີບັນຫາ ຢູ່ບ່ອນວ່າ ການຂຸດຄົ້ນ ບໍ່ແຮ່ ມັນຫລາຍ ແລະ ເຮົາຈໍາກັດ ເຣື່ອງການ ຮັກສາ ສິ່ງແວດລ້ອມ ບໍໄດ້ ເຣື່ອງນໍ້າ ເຣື່ອງໃນ ປະຊາຊົນ ກໍຄິດ ຫລາຍທີ່ສຸດ ທີ່ຜ່ານມາ ປີກາຍ ປີກ່ອນໆ ງົວຄວາຍ ກໍຕາຍ ເຮົາເຫັນວ່າ ເຂົາໃສ່ສານ ຕະກົ່ວ ໃສ່ ສານເຄມີ".

ນາງວ່າ ການທີ່ ຣັຖບານ ໄດ້ສັ່ງໂຈະ ການໃຫ້ ສໍາປະທານ ການຂຸດຄົ້ນ ບໍ່ແຮ່ ນັ້ນ ບໍ່ໄດ້ ໝາຍຄວາມວ່າ ບໍຣິສັດ ເກົ່າທີ່ໄດ້ຮັບ ອະນຸຍາດ ແລ້ວ ຈະບໍ່ສາມາດ ຂຸດຄົ້ນ ຕໍ່ໄດ້ ເພາະ ບໍຣິສັດ ເຫລົ່ານັ້ນ ໄດ້ເສັຽເງິນ ລົງທຶນ ໄປແລ້ວ ຈຶ່ງເຫັນວ່າ ບໍຣິສັດ ພູເບັ້ຽ ກໍຍັງ ຂຸດຄົ້ນ ສໍາຣວດ ແຮ່ຄໍາ ຢູ່. ໃນຊ່ວງ ການສໍາຣວດນີ້ ກໍມີການ ນໍາໃຊ້ ສານຕະກົ່ວ ແລະ ສານເຄມີ ຊຶ່ງອາດ ສົ່ງ ຜົນກະທົບ ຕໍ່ ປະຊາຊົນ ໂດຍສະເພາະ ເຣື່ອງນໍ້າ ແລະ ສິ່ງແວດລ້ອມ ຍ້ອນຢູ່ໃກ້ ກັບ ຕົວເມືອງ:

"ແຂວງຊຽງຂວາງ ເຮົານີ້ ບໍ່ຄໍາ ມັນຢູ່ໃກ້ ກັບຕົວເມືອງ ທີ່ສຸດ ຖ້າວ່າເຮົາ ເຮັດໄປນີ່ ອາດຈະພົວພັນ ເຖິງຣະບົບນໍ້າ ເຣື່ອງ ພາບພົດບໍ່ ເຣື່ອງ ຄວາມສວຍງາມ ບໍ່ພູຜາ ປ່າໄມ້ ເຣື່ອງ ສິ່ງແວດລ້ອມ ອາດຈະມີ ບັນຫາ".

ຊາວລາວ ທ່ານນີ້ ເວົ້າໃນ ອີກວ່າ ນອກຈາກ ບັນຫາເຣື່ອງ ຜົນກະທົບ ຕໍ່ ສະພາບ ແວດລ້ອມ ແລ້ວ ການທີ່ມີ ນັກລົງທຶນ ຕ່າງປະເທດ ເຂົ້າມາ ລົງທຶນ ຂຸດຄົ້ນບໍ່ຄໍາ ໃນແຂວງ ຊຽງຂວາງ ນັ້ນ ຜູ້ໄດ້ຮັບ ຜົນປະໂຫຍດ ຈະເປັນພວກ ທະຫານ ຕໍາຣວດ ແລະ ເຈົ້ານາຍ ໃນຣັຖບານ ແຕ່ ປະຊາຊົນ ຄົນລາວ ທັມມະດາ ສາມັນ ກໍຍັງມີ ຊີວິດ ການເປັນຢູ່ ທີ່ ທຸກຍາກ ຄືເກົ່າ.