ແມ່ຍິງພະມ້າ 56 ຄົນ ເສັຽຊີວິດ ຍ້ອນທະຫານພະມ້າ ໂຈມຕີ

0:00 / 0:00

ທະຫານພະມ້າ ໄດ້ສັ່ງຫານແມ່ຍິງພະມ້າໄປແລ້ວ 56 ຄົນ ນັບແຕ່ເດືອນ ກໍຣະກະດາ ມາຫາ ເດືອນກັນຍາ ອີງຕາມຂໍ້ມູນຈາກ ສະຫະພັນແມ່ຍິງພະມ້າ ຖ່າມກາງການໂຈມຕີຂອງທະຫານພະມ້າ ທີ່ຮຸນແຮງຂຶ້ນ ເຮັດໃຫ້ຢູ່ປະເທດພະມ້າ ມີຜູ້ເຄາະຮ້າຍຫຼາຍຂຶ້ນ ອັນເກີດມາຈາກການປາບປາມ ຂອງທະຫານພະມ້າ.

ໃນຈໍານວນແມ່ຍິງ ທີ່ເສັຽຊີວິດນັ້ນ ແມ່ຍິງ 30 ຄົນ ຕາຍຍ້ອນທະຫານພະມ້າຍິງປືນໃຫຍ່ໃສ່, 6 ເສັຽຊີວິດຍ້ອນການໂຈມຕີ ທາງອາກາດ, 13 ຄົນ ຖືກຍິງເສັຽຊີວິດ, 1 ຄົນ ເສັຽຊີວິດຢູ່ໃນຄຸກ, 3 ຄົນຖືກເຜົາທັງເປັນ, ແລະ 1 ຄົນ ຖືກຂົ່ມຂືນ ແລະ ຂ້າ, 2 ຄົນ ຖືກຕີຈົນເສັຽຊີວິດ.

ຂໍ້ມູນດັ່ງກ່າວ ແມ່ນຣາຍງານໂດຍ ສະມາຄົມຊ່ວຍເຫຼືອ ນັກໂທດການເມືອງ ຂອງພະມ້າ ທີ່ມີຫ້ອງການໃຫຍ່ຢູ່ປະເທດໄທຍ.

ເລຂາທິການ ຮ່ວມສະຫະພັນແມ່ຍິງ ພະມ້າ ຍານາງ ໄຫວ ໄຫວ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ອົງການຂອງຍານາງ ກໍາລັງເຮັດວຽກ ເພື່ອໃຫ້ຮັບປະກັນວ່າ ທະຫານພະມ້າຕ້ອງຮັບຜິດຊອບ ຕໍ່ກັບການສັງຫານແມ່ຍິງເຫຼົ່ານັ້ນ ນັໍບແຕ່ມີການປະຕິວັດຣັຖປະທານ ໃນປີວັນທີ 1 ກຸມພາ 2021.​ ຍານາງ ກ່າງຕື່ມອີກວ່າ: ສໍາລັບແມ່ຍິງທີ່ເສັຽຊີວິດ ຍ້ອນທະຫານພະມ້າ ທີ່ກະທໍາການແບບໄຮ້ມະນຸສທັມ. ສະຫະພັນແມ່ຍິງພະມ້າ ໄດ້ປະສານຫາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ນໍາເອົາຄວາມຍຸຕິທັມ ມາສົ່ງຜູ້ທີ່ເຄາະຮ້າຍ, ຜູ້ທີ່ເສັຽສະມາຊິກຄອບຄົວ ແລະ ຜູ້ທີ່ລອດຊີວິດ.​

ຍານາງ ຍັງກ່າວຕື່ມອິກວ່າ: ຈໍານວນຜູ້ເສັຽຊີວິດ ໜ້າຈະສູງກວ່ານີ້.​

ຊາວບ້ານຍັງກ່າວວ່າ: ໃນເຫດການນຶ່ງ ຢູ່ເຂດສະກາງ ໃນວັນທີ 27 ສິງຫາ, ທະຫານພະມ້າ ໄດ້ບຸກໂຈມຕີ ໝູ່ບ້ານທີ່ຢູ່ພາກເໜືອ ແລະ ໄດ້ສັງຫານຊາວບ້ານ 4 ຄົນ ລວມທັງແມ່ຍິງອາຍຸ 20 ປີ ທີ່ຊື່ວ່າ ນາງ ສະເວ ແມນ ຕູ. ຜູ້ຍິງທີ່ເປັນໄວສາວຄົນນຶ່ງ ຖືກຈັບ ແລະ ສັງຫານ ຫຼັງຈາກທີ່ພວກທະຫານພະມ້າຂົ່ມຂືນແລ້ວ ອີງຕາມຂໍ້ມູນຈາກບຸກຄົນ ທີ່ກັບຊິດກັບຄອບຄົວ ຜູ້ເສັຽຊີວິດ.

ຊາວບ້ານພົບເຫັນ ຮ່າງກາຍຂອງນາງ ບໍ່ໄດ້ໃສ່ເສື້ອຜ້າ ແລະ ສົບຂອງນາງ ມີຮ່ອງຮ່ອຍຈາກການຖືກຂົ່ມຂືນ.​

ອີກເຫດການນຶ່ງ ໃນວັນທີ 3 ສິງຫາ, ແມ່ຍິງຄົນນຶ່ງອາຍຸ 43 ປີ ໄດ້ຢຽບລະເບີດທີ່ຝັງຢູ່ໃນດິນ ແລະ ລະເບີດແຕກ ເຮັດໃຫ້ລາວຕ້ອງເສັຽຊີວິດ ອີງຕາມຂໍ້ມູນຈາກ ທ່ານ ບັນຢາ ຜູ້ອໍານວຍການກຸ່ມສິດທິມະນຸສແຫ່ງຊາຕກະລ່ຽງ.​

ທ່ານ ບັນຢາ ກ່າວວ່າ: ທະຫານພະມ້າ ໄດ້ຝັງລະເບີດໄວ້ໃນດິນ ສ່ວນໃຫຍ່ຈະບໍ່ມີຄົນເສັຽຊີວິດ ແຕ່ຈະໄດ້ຮັບບາດເຈັບ ຫຼື ເສັຽຂາ ຫຼື ບາງກໍລະນີ ຜູ້ເຄາະຮ້າຍກໍເລືອດອອກຫຼາຍຈົນເສັຽຊີວິດ.​

ທ່ານ ບັນຢາ ກ່າວວ່າ ບໍ່ຄວນຈະມີໃຜຢ້ານວ່າ ຊິໄປຢຽບລະເບີດທີ່ຝັງຢູ່ດິນ ເຊິ່ງເປັນເຂດພົລເຮືອນ ບ່ອນທີ່ບໍ່ມີການຕໍ່ຕ້ານ ທະຫານພະມ້າ.​

ແມ່ຍິງສ່ວນຫຼາຍມີຄວາມສ່ຽງ

ຍານາງ ນໍ ຊູ ຊານ ນາ ຣັຖມົນຕຣີຂອງກະຊວງແມ່ຍິງ ໄວໜູ່ມ ແລະ ເດັກນ້ອຍ ຂອງຣັຖບານເງົາຂອງພະມ້າ ໄດ້ກ່າວ ຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າວ່າ ຜູ້ຍິງ ແລະ ເດັກນ້ອຍຕົກເປັນເປົ້າຖືກລ່ວງລະເມີດຫຼາຍທີ່ສຸດ ຈາກພວກທະຫານພະມ້ານັບແຕ່ ມີການຣັຖປະຫານເປັນຕົ້ນມາ.​

ຍານາງ ກ່າວວ່າ ປັດຈຸບັນ, ມີປະຊາຊົນຫຼາຍກວ່າ 2 ລ້ານຄົນ ໄດ້ໜີອອກຈາກບ້ານເຮືອນ ຂອງຕົນ ຍ້ອນວ່າ ການບຸກໂຈມຕີຂອງທະຫານພະມ້າ ແລະ ໃນນັ້ນຈໍານວນຫຼາຍກວ່າເຄິ່ງນຶ່ງ ເປັນເດັກນ້ອຍ ແລະ ແມ່ຍິງ. ເຫດການທີ່ເກີດຂຶ້ນ ເປັນຍ້ອນທະຫານພະມ້າ ທີ່ເລັງເປົ້າໂຈມຕີໃສ່ປະຊາຊົນ ຄືກັບວ່າ ປະຊາຊົນເຫຼົ່ານັ້ນ ເປັນສັດຕຣູ ແລະ ກໍ່ອາສຍາກັມ.

ຍານາງ ກ່າວວ່າ ທະຫານພະມ້າ ທີ່ກໍ່ອາສຍາກໍາຕໍ່ແມ່ຍິງ ແລະ ເດັກນ້ອຍ ຈະຕ້ອງຖືກບັນທຶກເອົາໄວ້ ແລະ ສົ່ງໃຫ້ອົງການຍຸຕິທັມສາກົນກວດສອບ.​

ເຖິງຢ່າງໃດກໍຕາມ, ພົນເອກ ມິນ ອອງ ລາຍ ຜູ້ນໍາທະຫານພະມ້າ ເຄີຍກ່າວອ້າງວ່າ ທະຫານພະມ້າ ບໍ່ທໍາຮ້າຍປະຊາຊົນ.​

ອີງຕາມ ສະມາຄົມຊ່ວຍເຫຼືອນັກໂທດ ການເມືອງ, ມີປະຊາຊົນຫຼາຍກວ່າ 4,000 ຄົນ ຖືກທະຫານພະມ້າ ສັງຫານ ໃນນັ້ນ ມີ 600 ຄົນ ເປັນແມ່ຍິງ ນັໍບແຕ່ທະຫານພະມ້າເຂົ້າຍຶດອໍານາດ ຈາກຣັຖບານພົລເຮືອນ.​

ກຸ່ມອົງການຈັດຕັ້ງ ພາກປະຊາສັງຄົມ ຂອງພະມ້າ ກ່າວວ່າ ຢ່າງໜ້ອຍ ມີປະຊາຊົນເກືອບ 500 ຄົນ ຖືກທະຫານພະມ້າ ສັງຫານ ຢູ່ເຂດສະກາງ, ແມັກເວ, ຢ້າງກຸ້ງ ແລະ ຣັຖສິນ ນັບແຕ່ເດືອນພຶສພາ ຫາ ເດືອນສິງຫາ ປີ 2023.​ ໃນຈໍານວນຜູ້ທີ່ຖືກສັງຫານ, ມີແມ່ຍິງ 38 ຄົນ, ເດັກຊາຍ 29 ຄົນ, ແລະ ເດັກຍິງອາຍຸ ຕໍ່າກວ່າ 18 ປີ 2 ຄົນ.

ນອກຈານນີ້ ຍັງມີຣາຍງານອີກວ່າ ມີການສັງຫານໝູ່ເກີດຂຶ້ນ 11 ຄັ້ງ ນັບແຕ່ເດືອນພຶສພາ ຫາ ເດືອນ ສິງຫາ 2023.​

ຣັ​ຖ​ບານ​ທ​ະຫ​ານ​ພະ​ມ້າ ປ່ອຍໂຕຜູ້​ທີ່​ຖືກ​ຂັງ 2,300 ຄົນ ຊຶ່ງ​ເກືອບ​ທັງ​ໝົດ ເປັນ​ນັກ​ໂທດ​ການ​ເມືອງ ທີ່ຖືກ​ຈັບ​ໃນ​ຂໍ້​ຫາວິ​ຈານ​ຣັ​ຖ​ບານ ຫຼື ທະຫານ​ຝ່າຍ​ຍຶດ​ອຳ​ນາດ ໃນປີ 2023 ທີ່ຜ່ານມາ.

ການ​ປ່ອຍ​ໂຕ​ຄັ້ງ​ນີ້ ຖື​ວ່າ​ເປັນການ​ນິ​ຣະ​ໂທ​ສ​ກັມ ທົ່ວ​ປະ​ເທດພະມ້າ, ແຕ່​ນັກ​ວິ​ເຄາະ​ຕັ້ງ​ຂໍ້​ສົງ​ໄສວ່າ ການ​ປ່ອຍ​ຕົວ​ດັ່ງ​ກ່າວ ​ເປັນ​ເງື່ອນ​ໄຂ​ເພື່ອໃຫ້​ໄດ້​ການຍອມ​ຮັບ ​ຈາກ​ສາ​ກົ​ລ ຫລັງ​ຈາກ​ທີ່​ຝ່າຍ​ທະ​ຫານ​ໄດ້​ຍຶດ​ອຳ​ນາດ​ໃນ​ເດືອນ​ກຸມ​ພາ ປີ 2021.

ຜູ້​ຖືກ​ຂັງ​ຄຸກ 2,300 ຄົນ ຖືກ​ປ່ອຍ​ຕົວຈາກ​ຄຸກ​ຢູ່ ນະ​ຄອນ​ຫລວງ​ນໍ​ປີ​ດໍ ແລະ ຈາກ​ຄຸກ​ຢູ່​ທົ່ວ​ປະ​ເທດ ແລະ ຂົງ​ເຂດ​ຕ່າງໆ ລວມ​ມີ ນັກ​ຂ່າວ, ຜູ້​ປະ​ທ້ວງ, ເຈົ້າ​ໜ້າ​ທີ່ບັນ​ເທົາ​ທຸກ ທີ່​ຖືກ​ກ່າວ​ຫາ​ວ່າ ຣະ​ເມີດມາດ​ຕ​ຣາ 505 ວ່າ​ດ້ວຍ​ບົດ​ບັນ​ຍັດ​ລົງ​ໂທດ ຜູ້​ທີ່​ວິ​ຈານ​ທະ​ຫານ.

ທ່ານ ອອງ ເຢ ໂກ, ນັກ​ຂ່າວ​ຈາກ​ສຳ​ນັກ​ຂ່າວ 7 Days News ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ເສ​ຣີຜ​ແນກ​ພ​າ​ສາ​ພະ​ມ້າ​ ວ່າ ລາວ​ໄດ້​ຖືກ​ປ່ອຍ​ຕົວ ຫຼັງ​ຈາກ​ຖືກ​ຈັບໃນ​ວັນ​ທີ 27 ເດືອນ​ກຸມ​ພາ 2021 ໃນ​ຂ​ນະ​ທີ່​ກຳ​ລັງ​ລາຍ​ງານ​ຂ່າວ​ການ​ປ​ະ​ທ້ວງຢູ່​ເມືອງ ເລນ​ດານ ຢູ່​ນະ​ຄອນ ຢາງ​ກຸ້ງ​ ຊຶ່ງ​ເປັນ​ນະ​ຄອນ​ຫລວງ​ເກົ່າຂອງ​ພະ​ມ້າ.

ທ່ານ ກ່າວ​ວ່າ ຂ້ອຍບໍ່​ຮູ້​ຈຸດ​ປະ​ສົງ​ຂອງ​ທະ​ຫານ ຫຼື ເປັນ​ຫຍັງ ທະ​ຫານ​ຝ່າຍທີ່​ຍຶດ​ອຳ​ນາດ ຈຶ່ງ​ປ່ອຍ​ຕົວ​ຂ້ອຍ ແຕ່​ວ່າ ຂ້ອຍ​ຍັງ​ຄົງ​ເຮັດ​ໜ້າ​ທີ່​ຣາຍ​ງານ​ຂ່າວຄື​ເກົ່າ.

ທ່ານ ຍັງ​ກ່າວ​ວ່າ ຂ້ອຍບໍ່​ໄດ້​ຮັບ​ຜົ​ລ​ກະ​ທົບທາງ​ຮ່າງ​ກາຍ ແລະ ຈິດ​ໃຈ​ຫຍັງ ໃນ​ເວ​ລາ​ຢູ່​ໃນ​ຄຸກ ແລະ​ ບໍ່​ໄດ້​ຖືກ​ທຸບຕີ ແຕ່​ວ່າ ມີ​ການ​ສອບ​ປາກ​ຄຳ​ຫຼາຍ​ຢ່າງ. ຂ້ອຍ ວ່າ ທະ​ຫານບໍ່​ເຄົາ​ຣົບ​ຕໍ່​ກົດ​ໝາຍ​ສື່​ມວນ​ຊົນ.

ທ່ານ ເຢ ມຽວ ເກດ ນັກ​ຖ່າຍ​ຮູບ​ຈາກ​ສຳ​ນັກ​ຂ່າວ Myanmar Press Agency ຖືກ​ຈັບ ໃນ​ຂ​ະນະ​ທີ່​ກຳ​ລັງ​ຣາຍ​ງານ​ຂ່າວ ຄື ກັບ ທ່ານ ອອງ ເຢ ໂກ ແລະ ໄດ້​ວິ​ຈານ​ເຈົ້າ​ໜ້າ​ທີ່ ​ທີ່​ເມີນ​ເສີຍ ບໍ່​ປົກ​ປ້ອງ​ນັກ​ຂ່າວຕາມ​ທີ່​ກົດ​ໝາຍ ​ໄດ້​ກຳ​ນົດ​ເອົາ​ໄວ້.

ທ່ານ ເຢ ມຽວ ເກດ ກ່າວ​ວ່າ ພວກ​ເຮົາ ຖືກ​ຈັບ​ ໂດຍບໍ່​ຖືກ​ກົດຕາມ​ໝາຍວ່າ​ດ້ວຍ​ສື່ມວນ​ຊົນ​ ສະ​ບັບ​ປີ 2014 ແລະ ເປັນ​ສິ່ງ​ທີ່​ຮັບ​ບໍ່​ໄດ້​ແທ້ໆ.

ຜູ້​ທີ່​ຖືກ​ປ່ອຍ​ຕົວຄົນ​ນຶ່ງ ໄດ້​ກ່າວ​ວ່າ: ຂ້ອຍ ​ດີ​ໃຈ ທີ່​ຈະ​ໄດ້​ເຫັນ​ຄອບ​ຄົວ ແລະ ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ ທຸກ​ຄົນ​ຍັງ​ມີ​ຄວາມ​ສຸກ ແລະ ຖ້າ​ເບິ່ງວ່າ ຊິ​ມີ​ຫຍັງ​ເກີດ​ຂຶ້ນ​ຕໍ່​ໄປ.

ເມື່ອອາທິດທີ່ຜ່າມາ, ມີປະຊາຊົນເສັຽຊີວິດ 29 ຄົນ ໃນນັ້ນລວມທີເດັກນອ້ອຍ 11 ຄົນ ໃນເວລາທີ່ ທະຫານພະມ້າ ຖິ້ມລະເບີດລົງໃສ່ເຂດພາກເໜືອຂອງຣັຖກະສິນ ເຊິ່ງເປັນເຂດຄ້າຍຜູ້ອົບພະຍົບ ອີງຕາມເຈົ້າໜ້າທີ່ ຖແລງຂ່າວ ອິສຣະ ຂອງຣັຖກະສິນ.​

ພັກເອກ ນໍບຸນ ໄດ້ກ່າວວ່າ ຜູ້ເຄາະຮ້າຍທັງໝົດ ເປັນປະຊາຊົນທີ່ອົບພະຍົບ ທີ່ດໍາລົງຊີວິດ ຢູ່ໃກ້ກັບເຂດລາຍຊາ ໃນເຂດຊາຍແດນເຂດພູດອຍ ລະຫວ່າງ ຣັຖກະສິນ ແລະ ປະເທດຈີນ.

ເຂດລາຍຊາ ເປັນສູນບັນຊາການໃຫຍ່ຂອງ ກອງກໍາລັງກະສິນ ໄດ້ຕໍ່ສູ້ກັບທະຫານພະມ້າ ມາຫຼາຍທົດສະວັດ ແລະ ຄວບຄຸມຢູ່ເຂດພາກເໜືອຂອງພະມ້າ.

ທ່ານ ນໍບຸນ ໄດ້ກ່າວອ້າງວ່າ ທະຫານພະມ້າ ໄດ້ເລັງເປົ້າໝາຍໂຈມຕີ ສູນບັນຊາການໃຫຍ່ ຂອງກອງກໍາລັງກະສິນ ເຊິ່ງການໂຈມຕີ ໄດ້ມີຂຶ້ນໃນຕອນທ່ຽງຄືນ ວັນຈັນ ຕາມເວລາທ້ອງຖິນ ຂອງພະມ້າ.

ໃນບັນດາຜູ້ເສັຽຊີວິດ 29 ຄົນ ມີເດັກນ້ອຍ 11 ຄົນ ລວມຢູ່ນໍາ ເຊິ່ງໄດ້ນໍາມາທໍາພິທີເຜົາ ໃນວັນອັງຄານ. ນອກຈາກນີ້ ມີປະຊາຊົນ 57 ຄົນ ໄດ້ຮັບບາດເຈັບ ແລະ ຖືກນໍາສົ່ງໄປປິ່ນປົວ ຢູ່ໂຮງໝໍ ໃກ້ຄຽງ.

ນອກຈາກນີ້ ເຈົ້າໜ້າທີ່ທ້ອງຖິ່ນ ຍັງຣາຍງານວ່າ ປັດຈຸບັນ ກໍາລັງຄົ້ນຫາຜູ້ທີ່ສູນຫາຍ ແລະ ເສັຽຊີວິດ ແລະ ກໍາລັງມີການພິສູດສົບ ຜູ້ເສັຽຊີວິດ.

ທ່ານ ນໍບຸນ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ຜແນກພາສາພະມ້າ ວ່າ ນີ້ບໍ່ມີຮູບແບບການໂຈມຕີຂອງທະຫານພະມ້າ ແບບປົກກະຕິ. ເຖິງວ່າ ທະຫານພະມ້າ ຈະຍິງໂຈມຕີ ເຂດ ລາຍຊາ ດ້ວຍປືນໃຫຍ່ກໍຕາມ, ແຕ່ ວ່າ ການໂຈມຕີຄັ້ງນີ້ ອາດຈະມາຈາກການໃຊ້ໂດຣນ.​

ທ່ານ ກ່າວຕື່ມວ່າ: ມັນບໍ່ແມ່ນປືນໃຫຍ່ ແຕ່ ມັນເປັນຫຍັງຄ້າຍຄືກັບຍົນ ຫຼື ໂດຣນ. ຖ້າວ່າ ມັນເປັນຍົນສູ້ຣົບ ສຽງມັນຕ້ອງດັງ ແລະ ບໍ່ແນ່ໃຈວ່າ ມັນເປັນລະເບີດຊະນິດໃດ.​